Groovy Bot ກຳລັງຈະຢຸດການໃຫ້ບໍລິການ ວັນທີ 30 ສິງຫາ 2021


Groovy Bot ເປັນບັອດທີ່ໃຊ້ເພື່ອຟັງເພງໃນແພລັດຟອມຂອງ Discord ເຊິ່ງມີຫຼາຍຄົນຄົງຮູ້ຈັກ ແລະ ໃຊ້ຢູ່ ກຳລັງກຽມຢຸດການໃຫ້ບໍລິການໃນວັນທີ 30 ສິງຫາ 2021 ເນື່ອງຈາກລະເມີດຂໍ້ຕົກລົງການໃຊ້ງານ YouTube.

ໃນຂະນະນີ້ YouTube ແລະ Google ກຳລັງເລີ່ມມາດຕະການສັ່ງຢຸດການໃຊ້ງານບັອດຟັງເພງຕ່າງໆໃນແພລັດຟອມຂອງ Discord. Groovy ເປັນບັອດຟັງເພງຊື່ດັງ ແລະ ໄດ້ຮັບຄວາມນິຍົມເຖິງ 15 ລ້ານເຊີບເວີຂອງ Discord ຫຼ້າສຸດໄດ້ຖືກ Google ກົດດັນໃຫ້ມີການລະງັບການໃຊ້ງານຂອງບັອດເມື່ອອາທິດທີ່ຜ່ານມາ ໂດຍສາເຫດທີ່ Google ໄດ້ສັ່ງລະງັບນີ້ແມ່ນຍ້ອນ Groovy bot ໄດ້ລະເມີດຂໍ້ຕົກລົງການໃຊ້ງານຂອງ YouTube ດ້ວຍການດັດແປງບໍລິການ ແລະ ນຳມາໃຊ້ງານເພື່ອຫາລາຍໄດ້, ພ້ອມກ່າວເສີມວ່າ APIs ຂອງ YouTube ມີໄວ້ສຳລັບນັກພັດທະນາທີ່ປະຕິບັດຕາມຂໍ້ຕົກລົງຂອງພວກເຂົາເທົ່ານັ້ນ.

Nik Ammerlaan ຜູ້ພັດທະນາ Groovy bot ໄດ້ອອກມາຍອມຮັບວ່າ Groovy ເປັນສ່ວນສຳຄັນໃນຊີວິດຕົນເອງມາດົນນານກວ່າ 5ປີ. ຈາກຕອນເລີ່ມຕົ້ນ Nik ຮູ້ສຶກວ່າບັອດທີ່ໝູ່ສ້າງມັນຍັງບໍ່ຕອບໂຈດກັບການໃຊ້ງານຂອງຕົນເອງ ແລະ ຄິດວ່າຕົນເອງສາມາດສ້າງບັອດທີ່ດີກວ່າ ແລະ ຕໍ່ຍອດຈົນເຮັດໃຫ້ໂດ່ງດັງຈົນເຖິງປັດຈຸບັນ.

Groovy bot ເປັນບັອດສຳລັບໃຊ້ໃນ Discord ເພື່ອການຟັງເພງຕ່າງໆ ໂດຍສ່ວນໃຫຍ່ຈະເປັນການດຶງເພງ ແລະ ສຽງຈາກວິດີໂອທີ່ແພລັດຟອມຕ່າງໆເຊັ່ນ: Soundcloud, Spotify, YouTube ແລະ ອື່ນໆ ມາໃຊ້ງານ. ທາງ Ammerlaan ເອງກໍຍອມຮັບວ່າ 98% ຂອງການດຶງເພງມາເປີດທີ່ Groovy ກໍມາຈາກ YouTube ນັ້ນເອງ.

ທີ່ມາ: https://tinyurl.com/ygq3pt5q

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/