ອີງຕາມການລາຍງານຂອງ Reuter ສຳນັກຂ່າວຊື່ດັງວ່າ ວັນທີ 10 ເມສາ ທາງ Google ໄດ້ປິດກັ້ນການເຂົ້າເຖິງຊ່ອງ YouTube ທີ່ມີຊື່ວ່າ Duma TV ເຊິ່ງເປັນຊ່ອງຂອງສະພາລຸ່ມຂອງຣັດເຊຍ (Russia’s lower house of parliament) ໂດຍໃຫ້ເຫດຜົນວ່າ ຊ່ອງດັ່ງກ່າວໄດ້ລະເມີດຂໍ້ຕົກລົງໃນການໃຫ້ບໍລິການຂອງ YouTube.
Google ໄດ້ບອກກັບທາງ Reuter ທາງ Email ວ່າ “ຫາກເຮົາພົບເຫັນບັນຊີທີ່ລະເມີດຂໍ້ກຳນົດໃນການໃຫ້ບໍລິການ ເຮົາກໍຈະດຳເນີນການຕາມຄວາມເໝາະສົມ. ທິມງານຂອງເຮົາກຳລັງຕິດຕາມສະຖານະການຢ່າງໃກ້ຊິດ ເພື່ອເບິ່ງວ່າມີຄວາມຄືບໜ້າ ຫຼື ມີການປ່ຽນແປງໃດໆ ບໍ່”. ພ້ອມລະບຸອີກວ່າທາງບໍລິສັດຈະຍຶດໝັ້ນແນວທາງການຂວໍ້າບາດຣັດເຊຍ ຈາກກໍລະນີວິພາກກັບ ຢູເຄຣນ.

ໂດຍການກະທຳດັ່ງກ່າວສ້າງຄວາມບໍ່ພໍໃຈໃຫ້ກັບບັນດາເຈົ້າໜ້າທີ່ໃນຣັດເຊຍຢ່າງແຮງ. ທ່ານ Maria Zakharova ໂຄສົກກະຊວງການຕ່າງປະເທດ ລະບຸວ່າ ການກະທຳຄັ້ງນີ້ຂອງ Google ແມ່ນຫາເລື່ອງໃສ່ຕົນເອງ. ໃນຂະນະທີ່ Roskomnadzor ໜ່ວຍງານກຳກັບດ້ານໂທລະຄົມມະນາຄົມ ກໍໄດ້ອອກມາປະນາມສິ່ງທີ່ເກີດຂຶ້ນ ແລະ ສັ່ງໃຫ້ Google ຍົກເລີກການປິດກັ້ນ Duma TV ໃນທັນທີ.

ພ້ອມເສີມອີກວ່າ ບໍລິສັດ IT ໃນອາເມຣິກາໄດ້ສະໜັບສະໜູນທ່າທີຕໍ່ຕ້ານຣັດເຊຍໃນສົງຄາມຂໍ້ມູນຂ່າວສານ ທີ່ຊາດຕາເວັນຕົກສ້າງຂຶ້ນຢ່າງຊັດເຈນ.
ຂອບໃຈຂໍ້ມູນ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/