ນັກວິທະຍາສາດຊີ້ “ເຫັດຣາ” ອາດຈະສື່ສານກັນເອງໄດ້ໂດຍຜ່ານການໃຊ້ສັນຍານໄຟຟ້າ ແລະ ມີຄຳສັບສະເພາະຂອງຕົນເອງເຖິງ 50 ຄຳ

ເຫັດຣາ

ຝົນຕົກ, ອາກາດດີ, ມີແມງໄມ້…ບາງເທື່ອພວກຄຳສັບເຫຼົ່ານີ້ອາດເປັນຄຳທີ່ໃຊ້ສື່ສານໃນຊີວິດປະຈຳວັນຂອງບັນດາເຫັດຣາກໍເປັນໄດ້ ເພາະເມື່ອບໍ່ດົນມານີ້ໄດ້ມີຜົນງານວິໄຈຂອງນັກວິໄຈໃນອັງກິດທີ່ໄດ້ລະບຸວ່າ “ເຫັດ” ອາດຈະສື່ສານກັນເອງໄດ້ໂດຍຜ່ານການໃຊ້ສັນຍານໄຟຟ້າ ແລະ ພວກມັນມີຄຳສັບສະເພາະເຖິງ 50 ຄຳ.

ເຫັດຣາ

ສາເຫດທີ່ເຮັດໃຫ້ຄິດວ່າພວກມັນສາມາດສື່ສານກັນໄດ້ກໍຍ້ອນ “ໂຄງຂ່າຍໄມຊີລຽມ” (Mycelium network) ທີ່ນັກວິທະຍາສາດລະບຸວ່າມັນມີລັກສະເປັນໂຄງຂ່າຍເສັ້ນໃຍຮູບຮ່າງຄ້າຍກັບຮາກໄມ້ທີ່ໃຕ້ດິນ ແລະ ເຂົາເຈົ້າກໍເຊື່ອວ່າເຫັດແລະເຊື້ອຣາອື່ນໆ ໃຊ້ໃນການເກາະຕົ້ນໄມ້ ແລະ ຮັບສົ່ງອາຫານກັນ.

ທັງນີ້ ນັກວິທະຍາສາດຍັງເຜີຍອີກວ່າແທ້ຈິງແລ້ວ ໂຄງຂ່າຍໄມຊີລຽມ ອາດມີບົດບາດຫຼາຍກວ່າທີ່ເຮົາຄິດກໍເປັນໄດ້ ເພາະເມື່ອບໍ່ດົນມານີ້  Andrew Adamatzky ຜູ້ທີ່ນໍາທີມວິໄຈ ແລະ ຄະນະນັກວິທະຍາການຄອມພິວເຕີ້ ຈາກມະຫາວິທະຍາໄລ University of the West of England ໄດ້ອອກມາເປີດເຜີຍການວິໄຈວ່າ ເຫັດຣານັ້ນອາດຈະໃຊ້ໂຄງຂ່າຍໄມຊີລຽມ “ສື່ສານກັນ’’ ໂດຍຜ່ານສັນຍານໄຟຟ້າ ແລະ ພວກມັນກໍມີ “ຄໍາສັບ” ສໍາລັບຊື່ສານກັນເອງເຖິງ 50 ຄໍາ.

ໂດຍການວິໄຈນີ້ໄດ້ຖືກຕີພິມໃນວາລະສານ  Royal Society Open Science ລະບຸວ່າມີການໃຊ້ໄຟຟ້າປັກລົງໃນດິນທີ່ມີກຸ່ມຂອງເສັ້ນໃຍເຫັດຣາແຜ່ກະຈາຍຢູ່ ຈາກນັ້ນໄດ້ບັນທຶກການສົ່ງສັນຍານໄຟຟ້າທີ່ເກີດຂຶ້ນເປັນເວລາຫຼາຍຊົ່ວໂມງ. ທັງນີ້ເຫັດຣາທີ່ໃຊ້ໃນການທົດລອງມີ 4 ຊະນິດຄື: ເຫັດເຂັມທອງ, ເຫັດບີ້, ເຫັດເຮືອງແສງ ແລະ ເຊື້ອຣາໃນໜອນແມງກະເບື້ອ (ຖັງເຊົ່າ).

ເຫັດຣາ

ຜົນວິເຄາະໃນເຊີງຄະນິດສາດແລະພາສາສາດພົບວ່າເຫັດຣາທັງ 4 ຊະນິດມີການປັບຄວາມຖີ່ໃນການສົ່ງສັນຍານໄຟຟ້າ ຂຶ້ນເປັນຈັງຫວະ ເມື່ອມີສິ່ງມາກະຕຸ້ນໃນສະຖານະການຕ່າງກັນ ໂດຍມີຮູບແບບຄວາມຖີ່ ເຖິງ 50 ແບບ ເຊິ່ງໂຄງສ້າງຂອງສັນຍານເຫຼົ່ານີ້ມີຄວາມຄ້າຍຄືກັບຄຳສັບໃນພາສາມະນຸດເຮົາເລີຍ.

ເມື່ອປຽບທຽບໃນເຊີງພາສາສາດ ສັນຍານໄຟຟ້າຂອງເຫັດຣາມີ “ຄວາມຍາວຂອງຄຳ” (word length) ໂດຍສະເລ່ຍຢູ່ທີ່ 5.97 ໃກ້ຄຽງກັບຄວາມຍາວຂອງຄຳໃນພາສາຣັດເຊຍທີ່ 6.00 ແລະ ພາສາອັງກິດຢູ່ທີ່ 4.80 ເຊິ່ງໃນບາງຄັ້ງເຫັດຣາສົ່ງສັນຍານທີ່ຄືກັບຄຳສັບເຫຼົ່ານີ້ໄດ້ດົນຕິດຕໍ່ກັນເຖິງ 21 ຊົ່ວໂມງ ສ່ວນເຫັດບີ້ ມີຮູບແບບຂອງການໃຊ້ຄຳສັບທີ່ຫຼາກຫຼາຍຊັບຊ້ອນຈົນເບິ່ງຄືຄ້າຍກັບປະໂຫຍກຫຼາຍທີ່ສຸດ.

ເຫັດຣາ

ເຖິງວ່າຜົນການວິໄຈຈະອອກມາເປັນແບບນີ້ ມັນກໍບໍ່ໄດ້ໝາຍຄວາມວ່າເຫັດຣາຈະໃຊ້ຄວາມຖີ່ໃນການສົ່ງສັນຍານໄຟຟ້າສື່ສານກັນແທ້ສະເໝີ ເພາະຄວາມຖີ່ໃນການສົ່ງສັນຍານນີ້ຄວາມຈິງແລ້ວອາດເປັນພຽງຄວາມບັງເອີນກໍໄດ້.

ຢ່າງໃດກໍຕາມນັກວິທະຍາສາດກໍຕັ້ງຄວາມຫວັງໄວ້ຫຼາຍເພື່ອທີ່ຈະຕິດຕາມການສຶກສາການທົດລອງຂອງພວກເຂົາຕໍ່ໄປ ເພື່ອເປັນຈຸດຕັ້ງຂໍ້ສັງເກດວ່າ ການສື່ສານອາດຈະແຜ່ຫຼາຍໃນສິ່ງທີ່ມີຊີວິດຊະນິດອື່ນໆ.

ເຫັດຣາ

ນອກນີ້ Andrew Adamatzky ຜູ້ນໍາທີມວິໄຈກໍໄດ້ກ່າວອີກວ່າ “ເຮົາບໍ່ສາມາດປ່ຽນແປງຄວາມຖີ່ສັນຍານໄຟຟ້າເຫຼົ່ານີ້ ຈະມີຄວາມສໍາພັນກັບການໂອ້ລົມຂອງມະນຸດຫຼືບໍ່ ຖ້າເວົ້າໂດຍກົງມັນອາດຈະບໍ່ກ່ຽວເລີກກໍໄດ້ ໃນທາງກົງກັນຂ້າມມັນມີຄວາມຄ້າຍຄືຫຼາຍຢ່າງຂອງສິ່ງນີ້ ຕໍ່ການປະມວນຂໍ້ມູນຂອງສິ່ງທີ່ມີຊີວິດປະເພດອື່ນໆ ຫຼາຍຕໍ່ຫຼາຍຊະນິດເຊັ່ນກັນ ຂ້ອຍເລີຍຢາກຈະລອງປຽບທຽບມັນເບິ່ງ”.

ເອີ້ນໄດ້ວ່າເປັນຜົນການວິໄຈທີ່ໜ້າສົນໃຈບໍ່ໜ້ອຍເລີຍ. ທັງນີ້ຖ້າຫາກວ່າເຫັດຣາມັນສາມາດສື່ສານກັນໄດ້ແທ້ໆ ບາງເທື່ອເຮົາອາດຈະເຫັນອຸປະກອນທີ່ມີຊື່ວ່າ “ເຄື່ອງແປພາສາເຫັດ” ກໍເປັນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/