ໃນຂະນະນີ້ Cryptocurrency exchange FTX ກຳລັງຢູ່ໃນຂັ້ນຕອນການກຽມ ເພື່ອໃຫ້ຜູ້ໃຊ້ກັບມາໃຊ້ງານລະບົບໄດ້ຢ່າງສົມບູນອີກຄັ້ງ ຫຼັງຈາກຄວາມວຸ້ນວາຍທີ່ໄດ້ເກີດຂຶ້ນເມື່ອປີກາຍນີ້, ແຕ່ເຖິງແບບນັ້ນບໍລິສັດ FTX ກໍຍັງຕ້ອງປະເຊິີນກັບການຖືກແຮັກ ແລະ ຖືກດູດເງິນຂອງຜູ້ໃຊ້ໃນລະບົບອີງຄັ້ງໃນເດືອນສິງຫາທີ່ຜ່ານມາ ເຮັດໃຫ້ບໍລິສັດຕ້ອງໄດ້ຢຸດການດຳນເນີນງານຊົ່ວຄາວ. ເມື່ອເລື່ອງຕ່າງໆເລີ່ມທີ່ຈະຜ່ອນຄາຍລົງ ກໍເປັນເວລາອັນດີງາມທີ່ FTX ຈະກັບມາອອນລາຍເພື່ອໃຫ້ບໍລິການລູກຄ້າອີກຄັ້ງ.
ຊ່ອງທາງການຮຽກຮ້ອງຄ່າຊົດເຊີຍຂອງລູກຄ້າ
ເມື່ອວັນທີ 17 ກັນຍາ, FTX ໄດ້ປະກາດເປີດ Portal ໃນການຮຽກຮ້ອງຄ່າຊົດເຊີຍໃຫ້ແກ່ລູກຄ້າພ້ອມໂປຣໂຕຄອນຮັກສາທີ່ມີຄວາມປອດໄພທີ່ມີປະສິດທິພາບຫຼາຍຂຶ້ນ, ເຊິ່ງກ່ອນໜ້ານີ້ Kroll ທີ່ເປັນຕົວແທນໃນການຮຽກຮ້ອງຄ່າຊົດເຊີຍຈາກຄະດີການລົ້ມລະລາຍຂອງ FTX ໄດ້ຕົກເປັນເຫຍື່ອຂອງການລະເມີດຄວາມປອດໄພທີ່ເປີດເຜີຍຂໍ້ມູນທີ່ບໍ່ລະອຽດອ່ອນໃນວັນທີ 19 ສິງຫາທີ່ຜ່ານມາ.
ການລະເມີດຄວາມປອດໄພດັ່ງກ່າວໄດ້ເກີດຂຶ້ນຈາກການໂຈມຕີໃນຮູບແບບ Sim swap ກັບພະນັກງານຂອງ Kroll , ເຮັດໃຫ້ແຮັກເກີສາມາດເຂົ້າເຖິງ file ທີ່ມີຂໍ້ມູນສ່ວນບຸກຄົນຂອງຜູ້ອ້າງສິດຕໍ່ເວັບເທຣດໃນຄະດີທີ່ກຳລັງດຳເນີນຢູ່

ແຕ່ໃນປັດຈຸບັນ, ທາງບໍລິສັດ FTX ໄດ້ແຈ້ງໃຫ້ຜູ້ໃຊ້ຮັບຮູ້ວ່າ ໃນຕອນນີ້ພວກເຂົາສາມາດເຂົ້າເຖິງບັນຊີຂອງພວກເຂົາ ແລະ ດຳເນີນການຕາມຂະບວນການຮຽກຮ້ອງສິນຊັບ crypto ທີ່ພວກເຂົາຖືຄອງຢູ່ໃນເວັບເທຣດກ່ອນການຍື່ນຟ້ອງລົ້ມລະລາຍໃນປີ 2022.
portal ໃນການຮຽກຮ້ອງຄ່າຊົດເຊຍໄດ້ເປີດໃຫ້ບໍລິການສຳລັບລູກຄ້າທີ່ມີບັນຊີ FTX, FTX US, Blockfolio, FTX EU ແລະ FTX Japan. ອີງຕາມການລາຍງານ ໄດ້ມີການຍື່ນຄຳຮ້ອງຈາກຜູ້ໃຊ້ຫຼາຍກວ່າ 36,000 ລາຍ ເຊິ່ງຕີເປັນມູນຄ່າເຖິງ 16 ຕື້ໂດລາສະຫະລັດ, ແຕ່ກັບມີພຽງ 10% ຂອງຈຳນວນທັງໝົດເທົ່ານັ້ນທີ່ໄດ້ເຮັດຂໍ້ຕົກລົງກັນ.
ການລົ້ມລົງຂອງ FTX ມີຜົນກະທົບທີ່ຍືນຍົງຕໍ່ພູມສັນຖານ crypto ແລະ ຍັງສົ່ງຜົນໃຫ້ໜ່ວຍງານດູແລຄຸ້ມຄອງແພລັດຟອມ crypto ໃນສະຫະລັດໃຊ້ມາດຕະການທີ່ເຂັ້ມງວດຂຶ້ນ. ເຊິ່ງການເປີດໃຊ້ portal ໃນການຮຽກຮ້ອງຄ່າຊົດເຊີຍຈະເຮັດໃຫ້ຜູ້ໃຊ້ທີ່ເດືອດຮ້ອນຈາກເຫດການລົ້ມລະລາຍດັ່ງກ່າວສາມາດຮ້ຽກຮ້ອງຄືນຄ່າເສຍຫາຍໄດ້ ແລະ ຍັງຊ່ວຍບັນເທົາສະຖານະການຄວາມກົດດັນໄດ້ດີ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/