ອັດຕາເງິນເຟີ້ ເດືອນສິງຫາຢູ່ທີ່  25.9% ທ່າອ່ຽງລາຄາສິນຄ້າຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ສາເຫດການຜະລິດພາຍໃນບໍ່ເຂັ້ມແຂງ ແລະ ຂາດເງິນຕາຕ່າງປະເທດ


ອັດຕາເງິນເຟີ້ ເດືອນສິງຫາຢູ່ທີ່  25.9% ຫຼຸດລົງຈາກເດືອນ ກໍລະກົດທີ່ຢູ່ໃນລະດັບ 27,8% ແຕ່ທ່າອ່ຽງລາຄາສິນຄ້າຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ສູນສະຖິຕິແຫ່ງຊາດຊີ້ ສາເຫດແມ່ນມາຈາກ ການຜະລິດພາຍໃນບໍ່ເຂັ້ມແຂງ ແລະ ຂາດເງິນຕາຕ່າງປະເທດໃນການເຂົ້າແຊກແຊງອັດຕາແລກປ່ຽນ

ສະພາບເສດຖະກິດຂອງ ສປປ ລາວ ໃນເດືອນສິງຫາ 2023 ທ່າອ່ຽງລາຄາສິນຄ້າຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແຕ່ເປັນການເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງ. ເຮັດໃຫ້ ອັດຕາເງິນເຟີ້ເດືອນສິງຫາ 2023 ແມ່ນ 25.9%. ໝວດສິນຄ້າທີ່ມີອັດຕາເງິນເຟີ້ສູງກວ່າໝູ່ແມ່ນ  ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 32.8%, ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 31.9%, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 27.1%, ໝວດເຄື່ອງໃຊ້ໃນເຮືອນເພີ່ມຂຶ້ນ 24.5%, ໝວດເຫຼົ້າ ລະ ຢາສູບ ເພີ່ມຂຶ້ນ 22.6%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 21.1%, ໝວດຄົມມະນາຄົມ ແລະ ຂົນສົ່ງເພີ່ມຂຶ້ນ 17.7%, ໝວດທີ່ພັກອາໄສ ນໍ້າປະປາ ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 16.1%, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 15.9%.

ໂດຍສູນສະຖິຕິແຫ່ງຊາດລາວ ລາຍງານວ່າ ການເພີ່ມຂຶ້ນຂອງລາຄາສິນຄ້າໃນເດືອນນີ້ປັດໄຈຕົ້ນຕໍຍັງແມ່ນມາຈາກ: ຖານການຜະລິດພາຍໃນບໍ່ເຂັ້ມແຂງ ເຊິ່ງຍັງຕ້ອງໄດ້ອາໄສການນໍາເຂົ້າ ແລະ ພ້ອມນັ້ນການຜະລິດພາຍໃນເປັນຕົ້ນແມ່ນສິນຄ້າກະສິກຳຍັງໄປຕາມ ລະດູການ ເຊິ່ງໃນເດືອນນີ້ສິນຄ້າກະສິກຳໄດ້ປັບຂຶ້ນຫຼາຍເມື່ອທຽບເດືອນດຽວກັນຂອງປີຜ່ານໆມາ; ການຂາດເງິນຕາຕ່າງປະເທດເພື່ອເຂົ້າແຊກແຊງອັດຕາແລກປ່ຽນ ເຮັດໃຫ້ເງິນກີບອ່ອນຄ່າ ເມື່ອທຽບກັບເງິນຕາຂອງປະເທດຄູ່ຄ້າ ໃນນັ້ນເມື່ອທຽບເດືອນກໍລະກົດຜ່ານມາ ເງິນກີບອ່ອນຄ່າ 1,6% ແລະ 2,4% ເມື່ອທຽບກັບເງິນໂດລາ ແລະ ເງິນບາດ ລຳດັບ. ພ້ອມນັ້ນ ເງິນໂດລາເອງກໍມີການແຂງຄ່າຂຶ້ນເຊັ່ນດຽວກັນ ໂດຍມີການເພີ່ມຂຶ້ນຈາກ 119 ໃນຕົ້ນເດືອນສິງຫາມາເປັນ 121 ໃນປັດຈຸບັນ; ນອກຈາກນີ້ ການເພີ່ມຂຶ້ນລາຄາສິນຄ້ານຳເຂົ້າ ເປັນຕົ້ນແມ່ນລາຄານໍ້າມັນຢູ່ຕະຫຼາດ ສາກົນສະເລ່ຍໄລຍະດຽວກັນຂອງເດືອນສິງຫາທຽບກັບເດືອນກໍລະກົດຜ່ານມາເພີ່ມຂຶ້ນ 10%. ພ້ອມດຽວກັນນັ້ນ, ການຈັດຕັ້ງປະຕິບັດນະໂຍບາຍການຄຸ້ມຄອງລາຄາສິນຄ້າຍັງບໍ່ທັນໄດ້ດີ, ສະແດງອອກຈາກການເພີ່ມຂຶ້ນຂອງລາຄາສິນຄ້າຄວບຄຸມ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/