Frank Lampard ຈາກເດັກເສັ້ນຂອງ Westham ສູ່ ສຸດຍອດກັບຕັນຂອງ Chelsea


ເຊື່ອວ່າແຟນບານຫຼາຍຄົນບໍ່ມີໃຜບໍ່ຮູ້ຈັກກັບຊາຍຄົນນີ້ ກັບສຸດຍອດກັບຕັນຫົວໃຈສີຟ້າ ເພາະລາວຄືກອງກາງອີກຄົນໜຶ່ງທີ່ປະສົບຜົນສຳເລັດໃນຖານະນັກເຕະອາຊີບ ຢ່າງສູງ. ແຕ່ໃຜຈະເຊື່ອວ່າເສັ້ນທາງຊີວິດຂອງລາວນັ້ນຕ້ອງພົບກັບອຸປະສັກຫຼາຍຢ່າງ ເຖິງຂັ້ນທີ່ວ່າແຟນບານທີມຕົນເອງ ຮ້ອງດ່າ ແລະ ຂັບໄລ່ມາແລ້ວ ແຕ່ລາວແມ່ນຍອດນັກເຕະອີກຄົນ ທີ່ຟັນຝ່າອຸປະສັກດ້ວຍສີມື ແລະ ຜົນງານໃນສະໜາມ. ແນ່ນອນວ່າເຮົາກຳລັງເວົ້າເຖິງ ສຸດຍອດກອງກາງຂອງອັງກິດ ແລະ ເຊລຊີ ນັ້ນກໍຄື Frank Lampard.

ນັບຕັ້ງແຕ່ມື້ທຳອິດທີ່ Lampard ໄດ້ມືນຕາເບິ່ງໂລກ ກ່ອນທີ່ລາວຈະກ້າວຂຶ້ນມາເປັນຍອດນັກເຕະແບບທຸກມື້ນີ້ໄດ້ນັ້ນເດັກຊາຍຄົນນີ້ຕ້ອງມີຄຳວ່າ Junior ລົງທ້າຍຢູ່ສະເໝີ ເພາະລາວເປັນລູກຊາຍຂອງ Frank Lampard Senior ສຸດຍອດແບັກຊ້າຍຂອງ ສະໂມສອນ ແວັສແຮັມ ໃນປີ 1970 ເຊິ່ງໃນຕອນນັ້ນ ຖືເປັນຍຸກທອງອີກຍຸກໜຶ່ງຂອງສະໂມສອນ ແວັສແຮັມ.

ດ້ວຍຄວາມທີ່ພໍ່ຂອງລາວເກັ່ງ ແລະ ປະສົບຜົນສຳເລັດຢ່າງສູງ ເຮັດໃຫ້ Lampard ນັ້ນ ມີພ້ອມທຸກຢ່າງຕັ້ງແຕ່ຍັງນ້ອຍ ບໍ່ວ່າຈະເປັນຊື່ສຽງ, ຖານະ ຫຼື ການສຶກສາ. ສະນັ້ນ Lampard ຖືໄດ້ວ່າເປັນອີກໜຶ່ງນັກເຕະທີ່ຖານະທາງຄອບຄົວຈະບໍ່ໄດ້ລຳບາກຄືກັບຕຳນານຄົນອື່ນໆໃນວົງການ.

ແນ່ນອນວ່າການທີ່ມີພໍ່ເປັນສຸດຍອດນັກເຕະ ມັນກໍເຮັດໃຫ້ໜຸ່ມນ້ອຍ Lampard ມີຄວາມຫຼົງໃຫຼໃນກິລາບານເຕະຕັ້ງແຕ່ຍັງນ້ອຍ. ດ້ວຍຄວາມທີ່ມີຄູຝຶກສ່ວນຕົວທີ່ເກັ່ງຄືພໍ່ຂອງລາວ ເຮັດໃຫ້ Lampard Junior ໄດ້ມີໂອກາດລົງຫຼິ້ນໃນທີມໂຮງຮຽນ ຕອນສະໄໝຍັງນ້ອຍ.

ເຖິງຈະເປັນພຽງລະດັບໂຮງຮຽນ ແຕ່ກໍບໍ່ລອດສຽງວິຈານ ແລະ ຫຼາຍໆຄົນເບິ່ງວ່າເປັນເດັກເສັ້ນ, ການທີ່ລາວໄດ້ລົງຫຼິ້ນຍ້ອນລາວມີພໍ່ເປັນນັກເຕະຊື່ດັງຂອງປະເທດ. ຄຳວ່າເດັກເສັ້ນຄຳນີ້ເອງ ມັນໄດ້ເປັນອຸປະສັກທີ່ໃຫຍ່ທີ່ສຸດໃນການດຳເນີນອາຊີບນັກເຕະຂອງລາວ.

ການທີ່ລາວເກີດມາແລ້ວ ຢູ່ພາຍໃຕ້ຮົ່ມເງົາຂອງພໍ່ລາວ ເຮັດໃຫ້ເວລາທີ່ລາວຈະເຮັດຫຍັງຈັກຢ່າງກໍມີແຕ່ຄົນໃຫ້ຄວາມສົນໃຈ ແລະ ຢາກຈະຈັບຜິດລາວ. ຈົນສຸດທ້າຍມັນເຮັດໃຫ້ ຄຳວ່າ Junior ໃນຊື່ຂອງລາວນັ້ນ ຈາກທີ່ເປັນຄວາມພາກພູມໃຈໃນສາຍເລືອດ ກັບກາຍເປັນເຄື່ອງໝາຍທີ່ບອກວ່າລາວຄົນນີ້ເປັນເດັກເສັ້ນ ແລະ ເປັນລູກຂອງຕຳນານຜູ້ຍິ່ງໃຫຍ່.

ຄຳວ່າເດັກເສັ້ນນັ້ນ ໄດ້ຫຼອກຫຼອນລາວມາຕະຫຼອດ. ຈົນມາຮອດຕອນທີ່ລາວໄດ້ເຂົ້າມາເປັນເຍົາວະຊົນຂອງ Westham United ທີ່ເວລານັ້ນ ສະໂມສອນແຫ່ງນີ້ ໄດ້ Harry Redknapp ອະດີດນັກເຕະທີມຊາດອັງກິດມາຄຸມທີມພໍດີ.

ເຊິ່ງ Harry Redknapp ກໍເປັນພີ່ນ້ອງຂອງ Lampard ເພາະເມຍຂອງ Redknapp ນັ້ນເປັນເອື້ອຍຂອງແມ່ Lampard. ພຽງເທົ່ານີ້ ສາຍຕາຂອງຄົນນອກກໍເບິ່ງວ່າ Lampard ເປັນເດັກເສັ້ນພໍແຮງແລ້ວ ແຕ່ມັນຍິ່ງໄປກວ່ານັ້ນເມື່ອ Redknapp ຕັດສິນໃຈແຕ່ງຕັ້ງພໍ່ຂອງ Lampard ມາເປັນຜູ້ຊ່ວຍຄູຝຶກ. ແນ່ນອນວ່າຈາກເຫດການນີ້ມັນຍິ່ງເຮັດໃຫ້ ໜຸ່ມນ້ອຍ Lampard ນັ້ນ ຖືກຈັບຜິດຢູ່ຕະຫຼອດເວລາ ເພາລາວຢູ່ໃນທີມທີ່ມີລຸງຕົນເອງເປັນຄູຝຶກ ແລະ ມີພໍ່ທີ່ເປັນຜູ້ຊ່ວຍຄູຝຶກ.

ເຊິ່ງເລື່ອງນີ້ເປັນເລື່ອງທີ່ໜ້າເຫັນໃຈຫຼາຍ ເພາະລາວເຄີຍໃຫ້ສຳພາດວ່າ ກ່ອນທີ່ລາວຈະມາເປັນເຍົາວະຊົນຂອງ Westham ນັ້ນ ລາວເຄີຍໄດ້ຮັບຂໍ້ສະເໜີຈາກ Spurs ທີມຈາກລອນດອນເຊັ່ນດຽວກັນ. ທີ່ລາວເລືອກທີ່ຈະຫຼິ້ນໃຫ້ Westham ນັ້ນກໍເພາະວ່າລາວເອງເປັນແຟນບານຂອງທີມນີ້ມາດົນແລ້ວ ແລະ ຜູກພັນກັບທີມນີ້ຕັ້ງແຕ່ເກີດ ເນື່ອງຈາກເປັນທີມທີ່ພໍ່ຂອງລາວນັ້ນ ໃຊ້ຊີວິດກັບສະໂມສອນນີ້ມາຕັ້ງແຕ່ໃດ. ແຕ່ແຟນບານຂອງ Westham ນັ້ນບໍ່ໄດ້ສົນໃຈເຫດຜົນໃດໆທັງນັ້ນ ພ້ອມກັບເໝົາລວມວ່າ ການທີ່ເດັກນ້ອຍຄົນນີ້ເຂົ້າມາໄດ້ ແມ່ນຍ້ອນໃຊ້ເສັ້ນລຸງຂອງລາວ ແລະ ພໍ່ຂອງລາວເຂົ້າມາ ລວມເຖິງສື່ຫຼາຍເຈົ້າໃນອັງກິດກໍຈະຈັບຜິດລາວຢູ່ສະເໝີ.

ຈົນມາຮອດວັນທີ 31 ມັງກອນ 1996 Frank Lampard ໃນອາຍຸພຽງ 17ປີ ມີໂອກາດກຳລັງຈະລົງສະໜາມໃນທີມຊຸດໃຫຍ່ ເປັນນັດທຳອິດໃນຖານະຕົວສຳຮອງ. ແຕ່ທັນທີທີ່ລາວປ່ຽນຊຸດ ແລ້ວມາຢືນຖ້າປ່ຽນຕົວຢູ່ຂ້າງສະໜາມ ຝັນຮ້າຍທີ່ສຸດຂອງເດັກນ້ອຍຄົນໜຶ່ງກໍເກີດຂຶ້ນ ເມື່ອມີແຟນບານຈຳນວນໜຶ່ງສົ່ງສຽງຮ້ອງອອກມາດ້ວຍຄວາມບໍ່ພໍໃຈຕໍ່ Lampard ແລະ ສິ່ງທີ່ໜ້າເຈັບປວດໃຈທີ່ສຸດ ແມ່ນສຽງຮ້ອງດ່ານັ້ນ ແມ່ນສຽງຂອງແຟນບານ Westham ສະໂມສອນຕົ້ນສັງກັດຂອງລາວເອງ. ສຽງນັ້ນແຮງ ແລະ ດົນເຖິງຂັ້ນວ່ານັກເຕະຄູ່ຕໍ່ສູ້ທີ່ຢືນຂ້າງໆກັນຕອນນັ້ນ ຕ້ອງເຂົ້າມາປອບໃຈໜຸ່ມນ້ອຍ Lampard ກັນເລີຍ.

ເຖິງແມ່ນວ່າສີໜ້າຂອງ Lampard  ໃນຕອນນັ້ນເບິ່ງຄືວ່າຈະບໍ່ຮູ້ສຶກຮູ້ສາຫຍັງ ແຕ່ຢ່າລືມວ່າ ເດັກນ້ອຍຄົນນີ້ອາຍຸພຽງ 17 ປີເທົ່ານັ້ນ ແລະ ລາວກໍເປັນພຽງມະນຸດຄົນໜຶ່ງທີ່ມີຄວາມຮູ້ສຶກຄືຄົນທົ່ວໆໄປ. ແຕ່ລາວກໍອົດທົນມາຕະຫຼອດ ແລະ ໄດ້ມາເປີດເຜີຍພາຍຫຼັງວ່າລາວຮູ້ສຶກເຈັບປວດກັບສິ່ງທີ່ເກີດຂຶ້ນຫຼາຍ ແລະ ມັນມີຢູ່ສອງເຫດຜົນທີ່ເຮັດໃຫ້ລາວອົດທົນຢູ່ໄດ້, ໜຶ່ງແມ່ນລາວຮັກ Westham ຫຼາຍ ແລະ ສອງແມ່ນມັນເປັນອີກແຮງກະຕຸ້ນໜຶ່ງທີ່ຊ່ວຍໃຫ້ລາວພະຍາຍາມຢ່າງໜັກ ເພື່ອພິສູດໃຫ້ແຟນໆເຫັນວ່າລາວບໍ່ແມ່ນເດັກເສັ້ນດັ່ງທີ່ທຸກຄົນຄິດ.

ຈົນມາຮອດ ປີ 1997 ລາວຈຶ່ງເລີ່ມສາມາດເອົາຊະນະໃຈແຟນບານໄດ້ ໂດຍການຍິງປະຕູໄຊ ໃຫ້ກັບທີມໄດ້ຕັ້ງແຕ່ທຳອິດໃນການເປີດລະດູການເລີຍ ແລະ ຍັງສາມາດເຮັດ Hat-trick ທຳອິດຂອງຊີວິດໄດ້ໃນປີດຽວກັນ. ລະດູການ 1997-1998 ຖືເປັນລະດູການທີ່ລາວແຈ້ງເກີດຢ່າງເຕັມຕົວ ເພາະມັນເຮັດໃຫ້ລາວກ້າວໄປເປັນກັບຕັນທີມຊາດອັງກິດ ຊຸດ U-21 ອີກນຳ.

ແນ່ນອນວ່າຕອນນີ້ ລາວໄດ້ລຶບຄຳວ່າເດັກເສັ້ນ ອອກໄປໄດ້ສຳເລັດ ແລະ ມັນຍັງສົ່ງຜົນໃຫ້ລາວລຶບຄຳວ່າ Junior ອອກໄປຈາກຊື່ຂອງລາວໄດ້ອີກນຳ. Lampard ເຄີຍໃຫ້ສຳພາດກັບເລື່ອງນີ້ວ່າ: “ການມີຄຳວ່າ Junior ຕໍ່ທ້າຍນັ້ນມັນເຮັດໃຫ້ຂ້ອຍເປັນຕົວຂອງຕົນເອງ ແຕ່ຂ້ອຍຕ້ອງເອົາຄຳຕໍ່ທ້າຍນີ້ອອກໄປຈາກຊີວິດຂ້ອຍໃຫ້ໄດ້ ຖ້າບໍ່ຈັ່ງຊັ້ນ ມັນຈະຕາມມາຫຼອກຫຼອນຂ້ອຍຕະຫຼອດເວລາ. ຂ້ອຍເຮັດວຽກໜັກມາຕະຫຼອດເພື່ອສິ່ງນີ້ ເຊິ່ງຕອນນີ້ບໍ່ມີມັນອີກແລ້ວ ທຸກຢ່າງມັນຊິງ່າຍຂຶ້ນ ແລະ ຂ້ອຍຈະຍ່າງໄປທາງໜ້າດ້ວຍແນວທາງຂອງຂ້ອຍເອງ”.

ນາທີນັ້ນ Lampard ເຮັດໃຫ້ Westham ເປັນທີມທີ່ໂດ່ງດັງ ແລະ ມີເຍົາວະຊົນສີມືດີທີ່ສຸດໃນອັງກິດ ເພາະນອກຈາກລາວແລ້ວ ໃນທີມຊຸດນັ້ນກໍຍັງມີ Joe Cole, Trevor Sinclair ຫຼືວ່າໝູ່ສະໜິດຂອງລາວໃນຕອນນັ້ນຢ່າງ Rio Ferdinand ກໍຢູ່ໃນທີມຊຸດນັ້ນເຊັ່ນດຽວກັນ. ນັກເຕະເຫຼົ່ານີ້ໂດ່ງດັງ ແລະ ມີຄວາມສາມາດຕັ້ງແຕ່ນ້ອຍ ພ້ອມກັບເປັນກຳລັງຫຼັກ ໃຫ້ກັບ Westham ມາຕະຫຼອດ.

ເບິ່ງຄືວ່າທຸກຢ່າງກຳລັງໄປໄດ້ດີ ແຕ່ແລ້ວ ກໍມີເລື່ອງໃຫ້ Lampard ຜິດໃຈກັບ Westham ຈົນໄດ້. ເມື່ອ Westham ຜິດສັນຍາກັບ Lampard ທີ່ສັນຍາວ່າຈະບໍ່ຂາຍ Rio Ferdinand ອອກຈາກທີມໄປ ສຸດທ້າຍກໍບໍ່ເຮັດຕາມສັນຍາທີ່ເຄີຍໃຫ້ໄວ້ ເຮັດໃຫ້ Lampard ເລີ່ມເສຍຄວາມຮູ້ສຶກກັບສະໂມສອນແຫ່ງນີ້.

ຊໍ້າຮ້າຍໄປກວ່ານັ້ນ ສະໂມສອນຍັງປະກາດປົດລຸງ ແລະ ພໍ່ຂອງລາວ ອອກຈາກຕຳແໜ່ງອີກນຳ ດ້ວຍເຫດຜົນທີ່ວ່າ Redknapp ນັ້ນໄດ້ໄປວິພາກວິຈານ ການຊື້ຂາຍນັກເຕະຂອງສະໂມສອນອອກສື່ ເຮັດໃຫ້ເຈົ້າຂອງທີມບໍ່ພໍໃຈ.

ເມື່ອເລື່ອງຮ້າຍໆມັນເຂົ້າມາຫາ Lampard ເລື້ອຍໆ ແນ່ນອນວ່າມັນເຮັດໃຫ້ໜຸ່ມນ້ອຍຄົນນີ້ເລີ່ມຢາກຈະຍ້າຍທີມ. ເຊິ່ງຫຼາຍໆທີມກໍພ້ອມຈະຮັບ Lampard ເຂົ້າມາເປັນນັກເຕະ ໜຶ່ງໃນນັ້ນແມ່ນ ສະໂມສອນ Chelsea (ເຊລຊີ).

ຈົນສຸດທ້າຍ ໃນເດືອນ ມິຖຸນາ 2001 Frank Lampard ໄດ້ຍ້າຍຈາກ Westham ໄປຢູ່ກັບ Chelsea ດ້ວຍຄ່າຕົວ 11 ລ້ານປອນ, ຈາກນັ້ນຕຳນານບົດໃໝ່ໃນປະຫວັດສາດຂອງ Chelsea ກໍເລີ່ມຂຽນຂຶ້ນໃນທັນທີ. ໂດຍໃນ 3 ລະດູການທຳອິດ ພາຍໃຕ້ການຄຸມທີມຂອງ Claudio Ranieri ນັ້ນ, Lampard ເຮັດຜົນງານໄດ້ດີສຸດໆ ໂດຍໜຶ່ງຈຸດເດັ່ນຂອງລາວແມ່ນ ສະພາບຮ່າງກາຍທີ່ແຂງແຮງ ແລ່ນໄດ້ແບບບໍ່ມີໝົດທັງ 90 ນາທີ.

ສຸດທ້າຍ ອີກໜຶ່ງບົດພິສູດທີ່ສຳຄັນຂອງ Lampard ກໍມາຮອດ ເມື່ອ Roman Abramovich ເສດຖີບ້າບານຊາວຣັດເຊຍເຂົ້າມາຊື້ສະໂມສອນ ໃນປີ 2003 ແລະ ໄດ້ແຕ່ງຕັ້ງ Jose Mourinho ສຸດຍອດຄູຝຶກໃນຕອນນັ້ນ ສາຍາ The Special One ເຂົ້າມາຮັບຕຳແໜ່ງ ຄູຝຶກຂອງ Chelsea ປີ 2004.

ແນ່ນອນວ່າການປ່ຽນແປງຄັ້ງນີ້ ເຮັດໃຫ້ Chelsea ກາຍເປັນທີມເງິນຖຸງເງິນຖັງ ແລະ ພ້ອມທີ່ຈະຊື້ຊຸບເປີ້ສະຕາ ຈາກທົ່ວໂລກເຂົ້າມາສູ່ທີມ. ແຕ່ໃນມຸມຂອງນັກເຕະ ມັນກໍເປັນເຄື່ອງພິສູດວ່າ ຖ້າເຈົ້າມາດຕະຖານຕົກ ຫຼື ບໍ່ເກັ່ງແທ້ ກໍພ້ອມທີ່ຈະຖືກປ່ອຍຕົວອອກຈາກທີມໄດ້ຕະຫຼອດເວລາ ເພື່ອຫຼີກທາງໃຫ້ຄົນທີ່ເກັ່ງກວ່າເຂົ້າມາແທນ.

ແນ່ນອນວ່າ ບໍ່ວ່າຈະມີຊຸບເປີ້ສະຕາ ພາກັນເຂົ້າມາຫຼາຍສໍ່າໃດ ແຕ່ Frank Lampard ກໍຍັງເປັນກຳລັງຫຼັກໃນແດນກາງຂອງ Chelsea ໄດ້ຕະຫຼອດມາ. ໂດຍສະເພາະຕົວຂອງ Mourinho ເອງທີ່ເບິ່ງຄືວ່າຈະຕິດໃຈ ໃນຕົວຂອງ Lampard ເປັນພິເສດ. Mourinho ໄດ້ມອບໜ້າທີ່ ລູກຕັ້ງເຕະທຸກລູກໃຫ້ Lampard ເປັນຄົນຮັບຜິດຊອບ ແລະ ໄດ້ຝຶກຝົນໃຫ້ກັບຊາຍຄົນນີ້ເປັນພິເສດ.

ໃນທີ່ສຸດ ປີທຳອິດຂອງ Mourinho ທີ່ມີ Lampard ເປັນກຳລັງສຳຄັນ ກໍສາມາດສ້າງປະຫວັດສາດໄດ້ສຳເລັດ ໂດຍທີ່ພວກເຂົາສາມາດຄວ້າໄດ້ເຖິງ 2 ແຊັ້ມໃນປີດຽວ. ນີ້ຖືວ່າເປັນແຊັ້ມ Premier League ສະໄໝທຳອິດຂອງສະໂມສອນ Chelsea ເລີຍ.

 ໂດຍກອງກາງຄົນນີ້ ຈົບລະດູການດ້ວຍການເປັນດາວຊັນໂວ (ຄົນທີ່ຍິງປະຕູໄດ້ຫຼາຍສຸດ) ຂອງທີມ. ແຕ່ຍັງບໍໝົດເທົ່ານັ້ນ ໃນລະດູການຕໍ່ມາ Lampard ກໍຍັງສາມາດພາ Chelsea ປ້ອງກັນແຊັ້ມໄດ້ອີກ ເປັນການຄວ້າແຊັ້ມ Premier League 2 ປີຕິດ. ນີ້ຖືວ່າເປັນການບຸກເບີກ ໃຫ້ສະໂມສອນ Chelsea ກາຍເປັນທີມຊັ້ນນຳ ແລະ ກ້າວຂຶ້ນມາລຸ້ນແຊັ້ມໃນທຸກໆປີຢ່າງເຕັມຕົວ.

ໃນປີ 2008 Lampard ຕ້ອງໄດ້ປະເຊີນກັບເວລາທີ່ຢາກລຳບາກທີ່ສຸດຂອງລູກຜູ້ຊາຍຄົນໜຶ່ງ ເມື່ອລາວຕ້ອງເສຍ Pat Lampard ຜູ້ເປັນແມ່ລາວໄປແບບບໍ່ທັນຕັ້ງຕົວ. ແຕ່ໃນການສູນເສຍຄັ້ງນີ້ ມັນເຮັດໃຫ້ເຮົາເຫັນເຖິງຫົວໃຈທີ່ຍິ່ງໃຫຍ່ຂອງຜູ້ຊາຍຄົນນີ້ ແລະ ຄວາມຮູ້ສຶກທີ່ເໜືອຄຳບັນຍາຍ ໃນໂລກຂອງກິລາບານເຕະ.

ຫຼັງຜ່ານມາພຽງ 8 ມື້ທີ່ແມ່ຂອງລາວເສຍ, Chelsea ຈະຕ້ອງລົງສະໜາມຕັດສິນກັບ Liverpool FC ໃນຮອບຮອງຊະນະເລີດ ໃນການແຂ່ງຂັນ UEFA Champion League ເຊິ່ງເກມນັດນັ້ນບໍ່ມີໃຜຄາດຄິດວ່າ Lampard ຈະພ້ອມລົງສະໜາມ. ແຕ່ສຸດທ້າຍເປັນຕົວຂອງ Lampard ເອງທີ່ຂໍກັບມາລົງຫຼິ້ນເພື່ອຊ່ວຍທີມ ເຮັດໃຫ້ໝູ່ຮ່ວມທີມ ແລະ ຄູຝຶກຕ່າງກໍແປກໃຈ ພ້ອມນັບຖືໃນຫົວໃຈທີ່ເຂັ້ມແຂງຂອງລາວ.

ເກມນັດນັ້ນ Lampard ບໍ່ໄດ້ແຕ່ພຽງລົງຫຼິ້ນທຳມະດາ ແຕ່ລາວຍັງສາມາດເຮັດປະຕູໄດ້ນຳ. ໂດຍຈັງຫວະນັ້ນ ເປັນຈັງຫວະທີ່ Chelsea ໄດ້ຈຸດໂທດ ແລະ Lampard ຈະຕ້ອງຮັບໜ້າທີ່ຍິງລູກນີ້. ໃນນາທີນັ້ນ ສາຍຕາຄົນໝົດໂລກ ເບິ່ງໄປທີ່ລາວ ກ່ອນທີ່ລາວຈະຊັດລູດໂທດລູກນັ້ນເຂົ້າໄປຢ່າງສວຍງາມ.

ລາວແລ່ນໄປດີໃຈທີ່ມຸມທົງ ພ້ອມກັບເອົາປອກແຂນສີດຳ ທີ່ເປັນເຄື່ອງໝາຍໄວ້ອາໄລ ໃຫ້ກັບແມ່ຂອງລາວຂຶ້ນມາຈູບ ກ່ອນທີ່ຈະຄຸເຂົ່າລົງໄປແລ້ວຫຼັ່ງນໍ້າຕາລູກຜູ້ຊາຍອອກມາຢ່າງບໍ່ອາຍໃຜ ແນ່ນອນວ່າລາວມອບປະຕູນີ້ໃຫ້ກັບແມ່ຂອງລາວ.

 ແຕ່ລູກຊາຍຄົນນີ້ບໍ່ໄດ້ແບກແຕ່ຄວາມຮູ້ສຶກຕົນເອງໄວ້ຄົນດຽວ ເພາະຫຼັງຈາກນັ້ນລາວໄດ້ຊີ້ນິ້ວໄປທີ່ບ່ອນນັ່ງຂອງແຟນບານ ແລະ ລາວໄດ້ປະຕູນີ້ໃຫ້ກັບຊາຍອີກໜຶ່ງຄົນທີ່ເຈັບປວດໃຈ ນັ້ນກໍຄື Frank Lampard Senior ພໍ່ຂອງລາວນັ້ນເອງ.

ຈາກເຫດການນີ້ເຮັດໃຫ້ແຟນບານທົ່ວໂລກ ໂດຍສະເພາະແຟນບານ Chelsea ເກີດຄວາມປະທັບໃຈ ແລະ ໄດ້ເຫັນເຖິງຫົວໃຈທີ່ເຂັ້ມແຂງແບບສຸດໆຂອງ Frank Lampard. ຈາກນັ້ນ ລາວໄດ້ກາຍເປັນນັກເຕະຂວັນໃຈຂອງແຟນໆໄປໃນທັນທີ.

ຕະຫຼອດ 13 ລະດູການທີ່ຢູ່ກັບ Chelsea ນັ້ນ Lampard ສາມາດນຳຄວາມສຳເລັດ ເຂົ້າສູ່ສະໂມສອນໄດ້ຢ່າງຫຼວງຫຼາຍ ປະກອບມີ ແຊັ້ມ Premier League 3 ສະໄໝ, ແຊັ້ມ FA Cup 4 ສະໄໝ, ແຊັ້ມ League Cup 2 ສະໄໝ, ແຊັ້ມ Europa 1 ສະໄໝ ແລະ ແຊັ້ມ UEFA ອີກ 1 ສະໄໝ. ແນ່ນອນວ່າທຸກແຊັ້ມທີ່ເຊລຊີໄດ້ນັ້ນ ແມ່ນມີ Lampard ເປັນກຳລັງສຳຄັນຂອງທີມ. ເຮັດໃຫ້ກອງກາງຄົນນີ້ກາຍເປັນຕຳນານຂອງສະໂມສອນ ຕັ້ງແຕ່ຕອນຍັງບໍ່ໄດ້ເຊົາຫຼິ້ນ.

ແຕ່ງານລ້ຽງ ກໍຕ້ອງມີວັນເລີກລາ ເມື່ອ Lampard ອາຍຸເລີ່ມຫຼາຍຂຶ້ນ ຫຼິ້ນໃນການແຂ່ງຂັນລະດັບສູງບໍ່ໄດ້ຄືເກົ່າ ລາວໄດ້ເລືອກທີ່ຈະຫຼີກທາງໃຫ້ສາຍເລືອດໃໝ່ຂຶ້ນມາແທນ ໂດຍລາວເລືອກໄປທີ່ ສະໂມສອນ New York City ໃນປະເທດອາເມຣິກາ. ແຕ່ດ້ວຍຄວາມທີ່ New York City ເປັນທີມໃນເຄືອຂ່າຍຂອງ Manchester City ທີມໃນອັງກິດ ເຮັດໃຫ້ Manchester City ເລືອກທີ່ຈະດຶງຕົວ Lampard ມາຮ່ວມທີມ ເຮັດໃຫ້ Lampard ໄດ້ກັບມາຫຼິ້ນທີ່ອັງກິດອີກເທື່ອໜຶ່ງ.

ຈົນໃນລະດູການ 2014-2015, Chelsea ຈະຕ້ອງບຸກໄປຢາມ Manchester City ທີມໃໝ່ຂອງ Frank Lampard. ໂດຍທີ່ເກມນັດນັ້ນ Chelsea ຂຶ້ນນຳໄປໄດ້ກ່ອນ 1ປະຕູຕໍ່ 0. ໃນຕອນນັ້ນ Lampard ໄດ້ນັ່ງເປັນຕົວສຳຮອງໃຫ້ກັບຝັ່ງຂອງ Manchester City. ຕະຫຼອດທັງເກມ ແຟນບານທຸກຄົນຂອງ Chelsea ໄດ້ແຕ່ພາວະນາໃນໃຈວ່າ ຂໍຢ່າໃຫ້ Lampard ຖືກສົ່ງລົງມາຫຼິ້ນໃນຖານະຄູ່ແຂ່ງເລີຍ.

ສຸດທ້າຍສິ່ງທີ່ບໍ່ຢາກໃຫ້ເກີດ ມັນກໍເກີດຂຶ້ນຈົນໄດ້ ເມື່ອໃນນາທີ ທີ່ 74 Lampard ຖືກສົ່ງລົງມາໃນສະໜາມ ໃນຖານະ ຄູ່ແຂ່ງຂອງ Chelsea. ແລະຝັນຮ້າຍຂອງແຟນໆ Chelsea ກໍເກີດຂຶ້ນຈົນໄດ້ ເມື່ອສຸດທ້າຍ Lampard ສາມາດຍິງປະຕູ ຊ່ວຍໃຫ້ Manchester City ຕີສະເໝີ ມາເປັນ 1ປະຕູຕໍ່1 ໄດ້ສຳເລັດ.

ທັນທີທີ່ລາວຍິງປະຕູໄດ້ Lampard ລຸກຂຶ້ນມາບໍ່ສະແດງທ່າທີດີໃຈຫຍັງທັງໝົດເພື່ອເປັນການໃຫ້ກຽດທີມເກົ່າ ແລະ ແຟນໆຂອງລາວ. ແນ່ນອນວ່າລາວບໍ່ຢາກເຮັດແບບນີ້ ແຕ່ນັ້ນແມ່ນເສັ້ນທາງຂອງມືອາຊີບ.

ແຟນບານ Chelsea ທົ່ວສະໜາມ ແມ່ນຕົກຢູໃນອາການມຶນງົງ ພ້ອມກັບເຮັດຕົວບໍ່ຖືກກັບເຫດການທີ່ເກີດຂຶ້ນ ຈະດີໃຈທີ່ລາວຍິງປະຕູກໍບໍ່ໄດ້ເພາະລາວເປັນຄູ່ແຂ່ງ ແລະ ຈະເສຍໃຈກໍເສຍໃຈບໍ່ສຸດ ເພາະປະຕູທີ່ເສຍແມ່ນມາຈາກກອງກາງຕຳນານຂອງທີມທີ່ພວກເຂົາຮັກສຸດຫົວໃຈ. ເຫດການນີ້ໄດ້ກາຍເປັນອີກໜຶ່ງເຫດການສຸດ Classic ຕະຫຼອດການໃນເວທີ Premier League.

ຫຼັງຈາກນັ້ນ Lampard ກໍໄດ້ຍ້າຍກັບໄປຫຼິ້ນໃຫ້ New York City ອີກ 2 ປີ ກ່ອນທີ່ຈະປະກາດອຳລາອາຊີບນັກເຕະ ດ້ວຍອາຍຸ 38 ປີ. ຖິ້ມໄວ້ພຽງຮ່ອງຮອຍຂອງຄວາມສຳເລັດ ແລະ ແບບຢ່າງທີ່ດີໃຫ້ກັບນັກເຕະຮຸ່ນຫຼັງໄດ້ສືບຕໍ່ກັນໄປ. ຈາກເດັກນ້ອຍຄົນໜຶ່ງທີ່ເກີດມາພ້ອມກັບຕ້ອງແບກຄຳວ່າເດັກເສັ້ນໄວ້ເທິງບ່າມາຕະຫຼອດ ແລ້ວຄ່ອຍໆລຶບຄຳດູໝິ່ນເຫຼົ່ານັ້ນ ພ້ອມກັບກ້າວຂຶ້ນມາເປັນຕຳນານໃນວົງການບານເຕະແບບເຕັມຕົວໄດ້ຢ່າງແທ້ຈິງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/