EXO ປະກາດ Comeback! ພ້ອມກັບອາລະບ້ຳເຕັມຊຸດໃໝ່ໃນຮອບ 4 ປີ


ຊາວ EXO-L ກຽມຕົວກຽມໃຈ ແລະ ກຽມເງິນ ມາແນ່ນອນກັບອາລະບ້ຳເຕັມຊຸດໃໝ່ໃນຮອບ 4 ປີ ທີ່ທຸກຄົນຖ້າມາດົນແສນດົນ. ຫຼ້າສຸດທາງຕົ້ນສັງກັດ SM Entertainment ໄດ້ອອກມາຢືນຢັນເປັນທີ່ຮຽບຮ້ອຍແລ້ວວ່າ EXO ຈະ Comeback ໃນເດືອນກໍລະກົດນີ້.

ເມື່ອວັນທີ 9​ ມິຖຸນາ 2023 ທີ່ຜ່ານມາ ທາງ SM Entertainment ໄດ້ຢືນຢັນກັບສື່ຢ່າງເປັນທາງການວ່າ ອາລະບ້ຳເຕັມຊຸດທີ 7 ຂອງ EXO ຈະຖືກປ່ອຍມາໃນວັນທີ 10 ກໍລະກົດ 2023 ທີ່ຈະມາເຖິງນີ້ ເນື່ອງຈາກເປັນອາລະບ້ຳທີ່ທຸກໆຄົນຕັ້ງໃຈເຮັດຢ່າງເຕັມທີ່ ການເຮັດກິດຈະກຳໂປຣໂໝດທີ່ກ່ຽວກັບອາລະບ້ຳຈະຖືກດຳເນີນຕາມແຜນ ໂດຍຈະປະກາດລາຍລະອຽດເພີ່ມໃນໄວໆນີ້.

ສຳລັບອາລະບ້ຳໃໝ່ຂອງ EXO ຖືວ່າເປັນການກັບມາໃນຮອບສອງ 2 ປີຕັ້ງແຕ່ປ່ອຍອາລະບ້ຳພິເສດ DON’T FIGHT THE FEELING ທີ່ປ່ອຍອອກມາຕັ້ງແຕ່ປີ 2021 ໂດຍທີ່ອາລະບ້ຳຊຸດນີ້ຄາດວ່າຈະມີສຽງ KAI ຢູ່ນຳຕາມທີ່ທາງ SM Entertainment ໄດ້ອອກມາຢືນຢັນກ່ອນໜ້ານີ້ວ່າ KAI ກຳລັງກຽມຕົວເພື່ອ Comeback ກັບ EXO ກ່ອນທີ່ຈະປະກາດເຂົ້າກົມທະຫານໃນເດືອນ ພຶດສະພາ 2023 ທີ່ຜ່ານມາ.

ທາງ Xiumin-Chen-Baekhyun ທີ່ໄດ້ຍື່ນຂໍຍົກເລີກສັນຍາກັບທາງຕົ້ນສັງກັດ SM Entertainment ເນື່ອງຈາກຄວາມບໍ່ເປັນທຳໃນສັນຍາ ເຊິ່ງທາງຄ້າຍກໍໄດ້ອອກມາຖະແຫຼງສະບັບຕ່າງໆ ເພື່ອຊີ້ແຈງເລື່ອງດັ່ງກ່າວອອກມາ. ແຕ່ຢ່າງໃດກໍຕາມທາງ SM Entertainment ແລະ  Xiumin-Chen-Baekhyun ກໍກຳລັງເຮັດວຽກຮ່ວມກັນໃນການກັບມາອີກຄັ້ງ ໂດຍທັງ 3 ກໍໄດ້ກ່າວວ່າ “ພວກເຮົາຈະບໍ່ຜິດຄຳເວົ້າຕໍ່ສະມາຊິກວົງ ແລະ ໃຫ້ຄວາມສຳຄັນກັບ EXO ໃນທຸກໆສະຖານະການ”

ຢ່າງໃດກໍຕາມ ສະມາຊິກທັງ 7 ຄົນ Xiumin, Chen, Baekhyun, Sehun, Chanyeol, Suho ແລະ D.O ໄດ້ປາກົດຕົວທີ່ສະໜາມບິນເພື່ອເດີນທາງໄປຖ່າຍທຳລາຍການໃໝ່ຂອງພວກເຂົາ. ສ່ວນ KAI ອີກໜຶ່ງສະມາຊິກຕອນນີ້ຍັງຮັບໃຊ້ຊາດຢູ່ໃນກົົມເກນທະຫານ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/