Erik Ten Hag ປະກາດຄວາມໝັ້ນໃຈ “ແມນຢູຕ້ອງການເປັນແຊ້ມເທົ່ານັ້ນ” ກ່ອນນຳທີມລົງດວນນັດຊິງ FA Cup ກັບ ແມນຊິຕີ້ ໃນມື້ນີ້


ອີຣິກ ເທັນຮາກ ຄູເຝິກຄົນເກົ່ງຂອງ ສະໂມສອນ ແມນເຊັສເຕີ້ ຢູໄນເຕັດ ປະກາດຄວາມໝັ້ນໃຈ ວ່າແມນຢູຕ້ອງການຈະເປັນແຊ້ມເທົ່ານັ້ນ ໃນການແຂ່ງຂັນນັດຊິງຊະນະເລີດລາຍການ FA Cup ທີ່ຈະພົບກັບ ສະໂມສອນຮ່ວມເມືອງ ທີ່ຫາກໍຄວ້າແຊ້ມ ພຣີເມຍລີກ ຫຼື ລີກສູງສຸດຂອງອັງກິດ ມາໄດ້ແບບສົດໆຮ້ອນໆ ຢ່າງແມນເຊັສເຕີ້ ຊິຕີ້ ໃນມື້ນີ້.

ໂດຍ ແມນເຊັສເຕີ້ ຊິຕີ້ ຖືກເບິ່ງວ່າ ມີແຕ້ມຕໍ່ທີ່ດີກວ່າຈາກສະພາບຂອງນັກເຕະ ຂຸມກຳລັງໃນແນວເລິກ, ຜົນງານທີ່ຜ່ານມາໃນລະດູການນີ້ ແລະ ແຮງຈູງໃຈທີ່ຈະສ້າງປະຫວັດສາດໃນການຄວ້າ ສາມແຊ້ມໃນປີດຽວ ກໍຄື ພຣີເມຍລີກ, FA Cup ແລະ UEFA Champion League.

ແຕ່ຢ່າງໃດກໍຕາມ ອີຣິກ ເທັນຮາກ ກໍຍັງເບິ່ງວ່າທີມຂອງຕົນນັ້ນຍັງດີພໍທີ່ຈະຄວ້າແຊ້ມ ແລະ ບໍ່ໄດ້ກັງວົນກັບຟອມອັນໂດດເດັ່ນຂອງ ແມນຊິຕີ້ ໃນລະດູການນີ້. ໂດຍ ອີຣິກ ເທັນຮາກ ລະບຸວ່າ: “ເຮົາຕ້ອງການເປັນແຊ້ມເທົ່ານັ້ນ, ມັນບໍ່ກ່ຽວກັບການທີ່ວ່າພວກເຂົາຈະໄດ້ 3​ ແຊ້ມໃນປີນີ້ຫຼືບໍ່ ມັນກ່ຽວພຽງແຕ່ວ່າເຮົາມີໂອກາດດີທີ່ຈະຄວ້າແຊ້ມລາຍການນີ້. ແມນຊິຕີ້ມີຜົນງານທີ່ດີ ແລະ ຫຼາຍແຊ້ມ ແລະ ພວກເຂົາສົມຄວນໄດ້ຮັບຮາງວັນຕ່າງໆ”.

ອີຣິກ ເທັນຮາກ ລະບຸອີກວ່າ: “ພວກເຮົາເບິ່ງແມນຊິຕີ້ ແລະ ຫວນກັບມາເບິ່ງຕົນເອງ ແລະ ເຮົາຮູ້ວ່າເຮົາຢູ່ຈຸດໃດໃນຖານະສະໂມສອນ ແລະ ຈາກຈຸດນັ້ນເຮົາຕ້ອງກ້າວໄປທາງໜ້າ ເຊິ່ງຂ້ອຍຄິດວ່າເຮົາເຮັດໄດ້ດີແລ້ວໃນລະດູການທີ່ຜ່ານມາ”.

ໃນຂະນະທີ່ ເປັບ ກວາດິເອລາ ຄູເຝິກຫົວໃສຂອງ ແມນເຊັສເຕີ້ ຊິຕີ້ ກໍໄດ້ຍ້ອງຍໍ ແມນເຊັສເຕີ້ ຢູໄນເຕັດວ່າ: “ສິ່ງທີ່ແມນຢູກຳລັງເຮັດຢູ່ໃນໄລຍະ 5-6 ເດືອນຫຼັງມານີ້ ດີຫຼາຍ ແລະ ມັນແຕກຕ່າງປານເປັນຄົນລະທີມກັບທີ່ພວກເຮົາເຄີຍພົບໃນໄລຍະຕົ້ນລະດູການ”.

ເປັບ ກວາດິເອລາ ລະບຸຕື່ມວ່າ: “ແຕ່ເກມນີ້ມັນບໍ່ກ່ຽວວ່າເຈົ້າເຮັດຫຍັງມາ ບໍ່ກ່ຽວວ່າເຈົ້າມີຜົນງານແນວໃດໃນອະດີດ ເພາະມັນເປັນເກມນັດດຽວ ເຊິ່ງມັນຂຶ້ນຢູ່ກັບວ່າເຈົ້າຈະເຮັດຫຍັງໄດ້ໃນ 90 ນາທີ ເຊິ່ງພວກເຮົາຈະເຮັດໃຫ້ດີທີ່ສຸດ ເພື່ອເອົາຊະນະພວກເຂົາ”.

ໂດຍໃນຍຸກຂອງ ພຣີເມຍລີກນັ້ນທີມທີ່ສາມາດຄວ້າ 3 ແຊ້ມໄດ້ໃນ ປີດຽວ ແມ່ນມີພຽງທີມດຽວເທົ່ານັ້ນ ເຊິ່ງເກີດຂຶ້ນກັບ ທີມ ແມນເຊັສເຕີ້ຢູໄນເຕັດ ພາຍໃຕ້ການຄຸມທີມຂອງ ເຊີ້ ອາເລັກ ເຟີກຸຊັນ ໃນລະດູການ 1998-1999 ທີ່ສາມາດຄວ້າທັງ ພຣີເມຍລີກ, FA Cup ແລະ UEFA Champion League.

ສຳລັບນັດຊິງຊະນະເລີດ FA Cup ໃນມື້ນີ້ ແມ່ນຈະເລີ່ມແຂ່ງຂັນກັນໃນເວລາ 21:00 ໂມງ. ເຮົາມາຕິດຕາມກັນວ່າຈົບລະດູການນີ້ ແມນຢູ ຈະມີຂັນຮາງວັນຕິດມືໄປບໍ່ ຫຼື ຈະເປັນທາງຝັ່ງຂອງ ແມນເຊັສເຕີ້ ຊິຕີ້ ທີ່ຈະສາມາດຄວ້າແຊ້ມນີ້ໄປໄດ້ ແລະ ກ້າວເຂົ້າໃກ້ກັບຄຳວ່າ 3 ແຊ້ມໃນປີດຽວ ໄດ້ຕື່ມອີກໜຶ່ງກ້າວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/