ໃນໄລຍະນີ້ເຮົາອາດຈະເຫັນຂ່າວ ແລະສະຖານະການພາຍໃນຂອງ Twitter ເກືອບຈະທຸກມື້ ຫຼັງຈາກທີ່ Elon Musk ເຂົ້າມາເປັນເຈົ້າຂອງແພລັດຟອມ ທຸກຢ່າງກໍປ່ຽນໄປນັບຕັ້ງແຕ່ການປັບປຸງລະບົບຂອງຕົວແອັບ ຫຼື ແມ່ນແຕ່ການປັບປຸງລະບົບໂຄງຮ່າງຂອງການເຮັດວຽກ ດ້ວຍການປົດພະນັກງານອອກເປັນຈຳນວນຫຼາຍພັນຄົນ.

ແຕ່ຢ່າງໃດກໍຕາມ ເຖິງວ່າໄລຍະທີ່ຜ່ານມາ Twitter ຈະມີດຣາມ່າຢູ່ມື້ເວັ້ນມື້ ແຕ່ຫຼ້າສຸດນີ້ເບິ່ງຄືວ່າ Twitter ຈະມີກະແສດີກົງກັນຂ້າມກັບດຣາມ່າ ເພາະ Elon Musk CEO ຄົນໃໝ່ຂອງແອັບນົກຟ້າໄດ້ອອກມາເປີດເຜີຍຂໍ້ມູນໃໝ່ທີ່ໄດ້ບອກວ່າ Twitter ກໍາລັງມີຍອດດາວໂຫຼດແລະການໃຊ້ງານທີ່ສູງເປັນປະຫວັດສາດ.

ຂໍ້ມູນທີ່ Elon Musk ໄດ້ນຳມາເປີດເຜີຍນັ້ນ ເປັນ Slide ທີ່ Musk ໃຊ້ໃນການປະຊຸມຂອງບໍລິສັດ ແລະອ້າງອີງຈາກຂໍ້ມູນພາຍໃນອີກເທື່ອ ໂດຍລະບຸວ່າໃນວັນທີ 16 ພະຈິກ ທີ່ຜ່ານມາ Twitter ມີຍອດຜູ້ໃຊ້ງານສະເລ່ຍສູງເຖິງ 2 ລ້ານຄົນຕໍ່ໜຶ່ງມື້ ເພີ່ມຂຶ້ນ 66% ຈາກໄລຍະດຽວກັນຂອງປີກ່ອນ ພ້ອມນັ້ນເວລາການໃຊ້ງານຍັງກໍເພີ່ມຂຶ້ນ 30% ອີກດ້ວຍ.

ນອກນັ້ນປະລິມານ Hate Speech ໃນຂໍ້ມູນທີ່ Musk ເຜີຍອອກມາໃຫ້ເຫັນກໍເບິ່ງຄືວ່າຈະລົດລົງເລັກນ້ອຍຖ້າທຽບເມື່ອປີກ່ອນ ເຖິງແມ່ນວ່າໃນໄລຍະທີ່ຜ່ານມາຫຼາຍໆຄົນມັກຈະບອກວ່າການມາຄອບຄອງບໍລິສັດຂອງ Elon Musk ຈະເຮັດໃຫ້ບັນຫານີ້ເພີ່ມຂຶ້ນກໍຕາມ.
ສ່ວນການຄາດການໃນອະນາຄົດນັ້ນ Musk ບອກພຽງວ່າ Twitter ຈະມີຜູ້ໃຊ້ງານຫຼາຍກວ່າ 1 ພັນລ້ານຄົນ ພາຍໃນ 12-18 ເດືອນຂ້າງໜ້າ. ທັງນີ້ຈຳນວນຜູ້ໃຊ້ງານຫຼ້າສຸດຂອງ Twitter ມີຢູ່ປະມານ 450 ລ້ານບັນຊີ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/