ເມື່ອວັນທີ 18 ທັນວາ 2022 ສຳນັກຂ່າວ CNN ໄດ້ລາຍງານວ່າ Twitter ແພລັດຟອມໂຊຊຽວມີເດຍຊື່ດັງປະກາດທີ່ຈະເຮັດການແບນ “Link URL” ທີ່ເຊື່ອມໄປຍັງໂຊຊຽວມີເດຍແພລັດຟອມອື່ນໆ ເຊັ່ນ Facebook ຫຼື Instagram ແລະ ຈະເຮັດການລະງັບບັນຊີຜູ້ໃຊ້ທີ່ພະຍາຍາມນຳ Link ຂອງແພລັດຟອມອື່ນມາແປະ ຫຼື ໂພສລົງໃນ Twitter.

ໂດຍຂໍ້ກຳນົດດັ່ງກ່າວຄາດວ່າເປັນຄວາມພະຍາຍາມຂອງ Twitter ໃນການຂັດຂວາງບໍ່ໃຫ້ຜູ້ໃຊ້ງານອອກຈາກຕົວແອັບພລິເຄຊັ່ນຂອງຕົນ ໄປຍັງແພລັດຟອມອື່ນ ແຕ່ຕໍ່ມາ Elon Musk ເຈົ້າຂອງ Twitter ຄົນໃໝ່ໄດ້ຍອມອ່ອນຂໍ້ລົງ ແລະ ສັ່ງຜ່ອນນະໂຍບາຍດັ່ງກ່າວ ຈຶ່ງເຮັດໃຫ້ເກີດຄຳຖາມໃນກຸ່ມຜູ້ໃຊ້ງານວ່າ ຕົກລົງແລ້ວ Link ປະເພດໃດກັນແທ້ທີ່ທາງ Twitter ອະນຸຍາດ ແລະ ບໍ່ອະນຸຍາດໃຫ້ແປະລົງໃນແພລັດຟອມຂອງຕົນ.

ພາຍໃຕ້ນະໂຍບາຍໃໝ່ນີ້ບັນດາ Link ທີ່ເຊື່ອມໄປຍັງເນື້ອຫາເທິງ Facebook ແລະ Instagram ຈະບໍ່ໄດ້ຮັບອະນຸຍາດໃຫ້ແປະຢ່າງແນ່ນອນ ເຊັ່ນດຽວກັນກັບ Link ທີ່ເຊື່ອມໄປຍັງເນື້ອຫາເທິງໂຊຊຽວມີເດຍທາງເລືອກທີ່ເປັນຄູ່ແຂ່ງໂດຍກົງຂອງ Twitter ຢ່າງ Mastodon, Post, Tribel, Nostr ແລະ Truth Social ຂອງອະດີດປະທານາທິບໍດີ Donald Trump ອີກດ້ວຍ.
Twitter ຍັງລະບຸອີກວ່າ “ເຮົາຈະລຶບບັນຊີທີ່ສ້າງຂຶ້ນເພື່ອຈຸດປະສົງໃນການໂປຣໂໝດແພລັດຟອມໂຊຊຽວອື່ນໆ ແລະເນື້ອຫາທີ່ມີ Link ຫຼື ຊື່ຜູ້ໃຊ້ບັນຊີຂອງແພລັດຟອມຕໍ່ໄປນີ້ Facebook, Instagram, Mastodon, Truth Social, Tribel, Nostr ແລະ Post”

ການຕັດສິນໃຈນີ້ຂອງ Twitter ເຮັດໃຫ້ເກີດສຽງຕໍ່ຕ້ານຈາກຜູ້ໃຊ້ຈຳນວນຫຼວງຫຼາຍ ດ້ວຍເຫດດັ່ງກ່າວ ໃນຕອນເຊົ້າຂອງວັນທີ 19 ທັນວາ Elon Musk ຈຶ່ງໄດ້ເຮັດການເປີດໂພລຜົນສຳຫຼວດຄວາມເຫັນເຖິງ Twitter ໂດຍຕັ້ງຄໍາຖາມວ່າ “ຂ້ອຍ (Musk) ຄວນອອກຈາກຕໍາແໜ່ງ CEO ຂອງ Twitter ຫຼື ບໍ່” ພ້ອມກັບກ່າວວ່າ “ຂ້ອຍຈະເຮັດຕາມຜົນສຳຫຼວດນີ້”.
ຢ່າງໃດກໍຕາມຫຼ້າສຸດຜົນສຳຫຼວດນີ້ມີຜູ້ຮ່ວມໂຫວດກວ່າ 10 ລ້ານຄົນແລ້ວ ແລະ ຜົນໂຫວດກໍປາກົດວ່າ 56,3% ເຫັນດີທີ່ Elon Musk ຈະລາອອກຈາກຕໍາແໜ່ງ ສ່ວນອີກ 43,7%. ແມ່ນບໍ່ເຫັນດີ.
ທັງນີ້ຕ້ອງມາຖ້າຕິດຕາມເບິ່ງວ່າ Elon Musk ຈະນັ່ງໃນຕໍາແໜ່ງ CEO ຂອງ Twitter ຕໍ່ໄປ ຫຼື ຈະອອກຈາກຕໍາແໜ່ງຕາມທີ່ຕົນໄດ້ປະກາດເອົາໄວ້.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/