ນະຄອນໂຕກຽວອອກຂໍ້ບັງຄັບ ເຮືອນທີ່ສ້າງໃໝ່ທີ່ສ້າງຫຼັງປີ 2025 ຕ້ອງຕິດແຜງໂຊລາເຊວ

ນະຄອນໂຕກຽວອອກຂໍ້ບັງຄັບ

ເມື່ອວັນທີ 15 ທັນວາ ທີ່ຜ່ານມາ ທາງການຂອງນະຄອນໂຕກຽວ ປະເທດຍີ່ປຸ່ນໄດ້ອອກມາປະກາດເຖິງຂໍ້ບັງຄັບໃໝ່ວ່າດ້ວຍ ເຮືອນໃໝ່ທຸກຫຼັງໃນນະຄອນໂຕກຽວທີ່ສ້າງໂດຍບໍລິສັດສ້າງເຮືອນຂະໜາດໃຫຍ່ ຫຼັງເດືອນເມສາ 2025 ຈະຕ້ອງຕິດແຜງໂຊລາເຊວພະລັງງານແສງຕາເວັນເພື່ອລົດການປ່ອຍແກ໊ສຄາບອນ ແລະ ແກ໊ສເຮືອນແກ້ວໃນພາກຄົວເຮືອນ.

ນະຄອນໂຕກຽວອອກຂໍ້ບັງຄັບ

ໂດຍຂໍ້ບັງຄັບນີ້ຈະກຳນົດຂໍ້ຜູກມັດແບບບັງຄັບກັບບໍລິສັດສ້າງເຮືອນລາຍໃຫຍ່ປະມານ 50 ແຫ່ງໃນນະຄອນໂຕກຽວ ໂດຍພວກເຂົາຈະຕ້ອງຈັດຫາແຫຼ່ງພະລັງງານໝຸນວຽນໃຫ້ກັບເຮືອນທີ່ມີຂະໜາດບໍ່ເກີນ 2.000 ຕາແມັດ ເຊິ່ງພະລັງງານໝຸນວຽນສ່ວນໃຫຍ່ຕ້ອງເປັນແຜງໂຊລາເຊວ. ແຕ່ສຳລັບເຮືອນທີ່ມີພື້ນທີ່ຫຼັງຄານ້ອຍກວ່າ 20 ຕາແມັດຈະໄດ້ຮັບຂໍ້ຍົກເວັ້ນກ່ຽວກັບຂໍ້ບັງຄັບນີ້.

ນະຄອນໂຕກຽວອອກຂໍ້ບັງຄັບ

ທັງນີ້ບໍລິສັດຕ່າງໆ ບໍ່ຈຳເປັນຕ້ອງຕິດແຜງໂຊລາເຊວໃນອາຄານທັງໝົດທີ່ພວກເຂົາສ້າງ ຫຼື ພັດທະນາ ແຕ່ຈະຕ້ອງບັນລຸເປົ້າໝາຍການຕິດແຜງໂຊລາເຊວທີ່ທາງການວາງເປົ້າໝາຍໄວ້ໃຫ້ ໂດຍຈະຕ້ອງຕິດແຜງໂຊລາເຊວ 30% ສຳລັບເຂດ ຊິໂຍດະ ແລະ ຊູໂອ, 70%  ສໍາລັບ 21 ເຂດທີ່ເຫຼືອ ແລະ ເມືອງ ມູຊາຊິໂນະ ແລະ 85% ສຳລັບພື້ນທີ່ອື່ນໆ ຂອງໂຕກຽວ.

ນະຄອນໂຕກຽວອອກຂໍ້ບັງຄັບ

ທາງດ້ານ ຢູຣິໂກະ ໂຄອິເກະ ເຈົ້າຄອງນະຄອນໂຕກຽວໄດ້ອອກມາເປີດເຜີຍວ່າ ຂະນະນີ້ມີອາຄານທີ່ຕິດຕັ້ງແຜງໂຊລາເຊວແລ້ວພຽງ 4% ຈາກຈຳນວນອາຄານທັງໝົດໃນນະຄອນໂຕກຽວທີ່ສາມາດຕິດຕັ້ງໄດ້.

ໂດຍທາງນະຄອນໂຕກຽວໄດ້ຕັ້ງເປົ້າໝາຍທີ່ຈະລົດການປ່ອຍແກ໊ສເຮືອນແກ້ວລົງເຄິ່ງໜຶ່ງພາຍໃນປີ 2030 (ຈາກລະດັບປີ 2000) ແລະ ເປັນກາງທາງດ້ານຄາບອນພາຍໃນປີ 2050.

ນະຄອນໂຕກຽວອອກຂໍ້ບັງຄັບ

ປະເທດຍີ່ປຸ່ນນັ້ນຕິດອັນດັບ 5 ຂອງປະເທດທີ່ປ່ອຍຄາບອນອອກມາຫຼາຍທີ່ສຸດໃນໂລກ ໂດຍມີຄວາມມຸ່ງໝັ້ນທີ່ຈະບັນລຸເປົ້າໝາຍຄວາມເປັນກາງທາງດ້ານຄາບອນໃນປີ 2050 ແຕ່ວ່າຍີ່ປຸ່ນນັ້ນປະສົບກັບຄວາມຫຍຸ້ງຍາກລຳບາກ ເນື່ອງຈາກວ່າຕ້ອງເພິ່ງພາພະລັງງານຄວາມຮ້ອນຈາກການເຜົາໄໝ້ຖ່ານຫີນຢ່າງຫຼວງຫຼາຍ ຫຼັງຈາກທີ່ເຄື່ອງປະຕິກອນນິວເຄຼຍສ່ວນໃຫຍ່ປິດຕົວລົງຫຼັງຈາກເກີດໄພພິບັດຟຸກຸຊິມະໃນປີ 2011.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/