El Niño ແມ່ນປາກົດການທີ່ເກີດຂຶ້ນຈາກກະແສລົມທີ່ມີກຳລັງອ່ອນ ແລະ ປ່ຽນທິດທາງພັດຈາກທິດຕາເວັນອອກຂອງມະຫາສະໝຸດປາຊີຟິກໄປຫາທິດຕາເວັນຕົກຂອງມະຫາສະໝຸດປາຊີຟິກ, ເຮັດໃຫ້ກະແສນ້ຳອຸ່ນໄຫຼໄປຍັງທະວີບອາເມຣິກາໃຕ້ແທນ. ດ້ວຍເຫດນີ້ອາຊີຕາເວັນອອກສຽງໃຕ້ ແລະ ອອສເຕຣເລຍຈຶ່ງຂາດຝົນ ແລະ ປະສົບກັບໄພແຫ້ງແລ້ງ. ແຕ່ຝັ່ງທະເລຂອງອາເມຣິກາໃຕ້ມີຝົນຕົກຫຼາຍຂຶ້ນ.
El Niño ຈະເກີດຂຶ້ນສະເລ່ຍທຸກໆ 5 ປີ ໂດຍມີລັກສະນະຄື: ເກີດການປ່ຽນແປງໃນອຸນຫະພູມຜິວນ້ຳທະເລຂອງມະຫາສະໝຸດປາຊີຟິກຕາເວັນອອກໂດຍຈະອຸ່ນຂຶ້ນ ຫຼື ເຢັນລົງຜິດປົກກະຕິ ເຊິ່ງເອີ້ນວ່າ El Niño ແລະ La Niña ຕາມລໍາດັບ.
ໂດຍ El Niño ຈະເປັນປາກົດການທີ່ອຸນຫະພູມຂອງມະຫາສະໝຸດອົບອຸ່ນຂຶ້ນຜິດປົກກະຕິ ປະກອບກັບຄວາມກົດດັນຂອງບັນຍາກາດສູງໃນມະຫາສະໝຸດປາຊີຟິກຕາເວັນຕົກ, ສ່ວນ La Niña ຈະເປັນປາກົດການທີ່ອຸນຫະພູມຂອງມະຫາສະໝຸດແມ່ນເຢັນຜິດປົກກະຕິ ສົມທົບກັບຄວາມກົດດັນຂອງບັນຍາກາດຕໍ່າໃນມະຫາສະໝຸດປາຊີຟິກຕາເວັນຕົກ. ສຳລັບກົນໄກໃນການປ່ຽນແປງດັ່ງກ່າວຍັງຢູ່ໃນການສຶກສາຄົ້ນຄວ້າຢູ່.

El Niño ແລະ La Nina ເມື່ອລວມກັນແລ້ວຈະເປັນສ່ວນໜຶ່ງຂອງວົງຈອນທໍາມະຊາດ ທີ່ສາມາດສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ສະພາບອາກາດ, ພູມອາກາດ ແລະ ມະຫາສະໝຸດໃນທົ່ວໂລກເຊັ່ນ: ພາຍຸ, ໄພແຫ້ງແລ້ງ, ໄຟປ່າ ຫຼື ນໍ້າຖ້ວມ, ເຊິ່ງເປັນໄພທໍາມະຊາດທີ່ສົ່ງຜົນກະທົບຕໍ່ຄວາມເປັນຢູ່ຂອງສັດທະເລ ແລະ ມະນຸດ. ລວມທັງການຜະລິດສະບຽງອາຫານ, ສຸຂະພາບຂອງມະນຸດ ແລະ ຊັບພະຍາກອນນໍ້າ, ໂດຍຜົນກະທົບດັ່ງກ່າວຈະຄົງຢູ່ປະມານ 1-2 ປີ ແລະ ວົງຈອນຂອງ 2 ປາກົດການສະຫຼັບກັນທຸກໆ 3-7 ປີ.
ເຖິງວ່າລາວເຮົາຈະບໍ່ໄດ້ຮັບຜົນກະທົບໂດຍກົງຈາກປາກົດການ El Niño ແລະ La Nina. ແຕ່ທຸກຄັ້ງທີ່ເກີດປາກົດການ El Niño ຂຶ້ນ ອຸນຫະພູມໃນປະເທດລາວອາດຈະເພີ່ມຂຶ້ນສູງກວ່າລະດັບປົກກະຕິ ແລະ ເກີດສະພາບອາກາດແປປວນໃນບາງພື້ນທີ່ ຕົວຢ່າງ: ໃນເຂດທີ່ເຄີຍມີຝົນຕົກຫຼາຍ ອາດຈະບໍ່ຝົນຕົກເລີຍ ແລະ ຕ້ອງປະເຊີນກັບໄພແຫ້ງແລ້ງຢ່າງກະທັນຫັນ ຫຼື ຢູ່ເຂດທີ່ຂາດແຄນນ້ຳຝົນອາດຈະປະເຊີນກັບພາຍຸຝົນຮ້າຍແຮງ ແລະ ອື່ນໆ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/