Dogwifhat (WIF) ຫຼຽນ meme ນ້ອງໃໝ່ທີ່ມາແຮງທີ່ສຸດໃນໄລຍະນີ້. ໂດຍໃນຕອນກາງຄືນທີ່ຜ່ານມາ, ລາຄາຂອງ WIF ຍັງສືບຕໍ່ເພີ່ມຂື້ນເລື້ອຍໆຈົນເຖິງຕອນເຊົ້າໃນມື້ນີ້ ໂດຍສາມາດເຮັດລາຄາໄດ້ສູງກວ່າ 20% ໃນເວລາພຽງ 2 – 3 ຊົ່ວໂມງ.

ໃນຂະນະທີ່ລາຄາ token ເພີ່ມຂຶ້ນສູງ, Dogwifhat ປັດຈຸບັນແມ່ນຕິດຢູ່ໃນອັນດັບ 100 cryptocurrencies ທີ່ມີມູນຄ່າຕະຫຼາດສູງສຸດ. ເຊິ່ງຢູ່ໃນອັນດັບທີ 42, ໂດຍໃນປັດຈຸບັນມີມູນຄ່າຕະຫຼາດທັງໝົດປະມານ 3.2 ຕື້ໂດລາ
ເຖິງແມ່ນວ່າລາຄາຂອງ WIF ໄດ້ຢຸດສະງັກເລັກນ້ອຍໃນອາທິດທີ່ຜ່ານມາ, ແຕ່ໃນປັດຈຸບັນຫຼຽນດັ່ງກ່າວກໍສາມາດຟື້ນກັບມາຄືນໄດ້ສູງເຖິງ 44.5%
ໂດຍສາເຫດທີ່ວ່າເປັນຫຍັງຫຼຽນ WIF ຈຶ່ງມີລາຄາເພິ່ມຂຶ້ນສູງໃນມື້ນີ້ນັ້ນຍັງບໍ່ເປັນທີ່ຊັດເຈນ. ເຊິ່ງຜູ້ຊ່ຽວຊານໄດ້ຄາດການວ່າອາດຈະມາຈາກແນວໂນ້ມຂອງຫຼຽນ meme ນີ້ທີ່ກໍາລັງກາຍເປັນທີ່ນິຍົມຫຼາຍຂຶ້ນ ໂດຍພວກເຮົາສາມາດເຫັນໄດ້ຈາກວ່າມີຫຼາຍສຳນັກຂ່າວທີ່ມີຊື່ສຽງໄດ້ມີການລາຍງານກ່ຽວກັບຫຼຽນ WIF ຫຼື ອາດຈະເປັນບໍລິສັດຄຸ້ມຄອງກອງທຶນເຊັ່ນ Franklin Templeton ໄດ້ມີການກ່າວເຖິງຫຼຽນດັ່ງກ່າວ. ແລະ ເຖິງແມ່ນວ່າຮູບປັ້ນກະທິງທີ່ມີຊື່ສຽງທີ່ສຸດໃນ Wall Street ກໍຍັງມີຄົນເອົາໝວກໄໝພົມໄປສວມໃສ່ໃຫ້ ເຮັດໃຫ້ຄົນທັງໃນ ແລະ ນອກອຸດສາຫະກໍາຕ່າງກໍຮູ້ຈັກກັບຫຼຽນ WIF ຫຼາຍຂຶ້ນ.
ໃນຂະນະທີ່ຂຽນ, Dogwifhat ໄດ້ມີການຊື້ຂາຍກັນຢູ່ທີ່ 3.24 ໂດລາ, ເຊິ່ງເພີ່ມຂຶ້ນ 10.32% ໃນ 24 ຊົ່ວໂມງທີ່ຜ່ານມາ, ອີງຕາມຂໍ້ມູນຈາກ Coinmarketcap.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/