ລັດຖະບານສະຫະລັດໄດ້ສະເໜີເງິນຊ່ວຍເຫຼືອ 3.5 ຕື້ໂດລາ ໃຫ້ກັບບໍລິສັດຕ່າງໆເພື່ອທີ່ຈະດັກຈັບ ແລະ ເກັບຮັກສາອາຍແກ໊ສຢ່າງຖາວອນໂດຍໃຊ້ຂະບວນການທີ່ເອີ້ນວ່າ Direct Air Capture (DAC).
ເທັກໂນໂລຍີ DAC ໃຊ້ປະຕິກິລິຍາທາງເຄມີເພື່ອກຳຈັດຄາບອນໄດອັອກໄຊອອກຈາກອາກາດເຊິ່ງມັນສາມາດເກັບໄວ້ຢູ່ໃຕ້ດິນ ຫຼື ໃຊ້ໃນຜະລິດຕະພັນ ຫຼື ໃຊ້ງານຕ່າງໆເຊັ່ນ: ການເຮັດຊີມັງ ຫຼື ນໍ້າມັນເຊື້ອໄຟການບິນ.

ອົງການຈັດຕັ້ງສິ່ງແວດລ້ອມສ່ວນໃຫຍ່ເຫັນດີວ່າການກໍາຈັດຄາບອນເປັນສິ່ງຈໍາເປັນເພື່ອບັນລຸເປົ້າໝາຍດ້ານສະພາບອາກາດທົ່ວໂລກ. ແຕ່ບາງອົງການຈັດຕັ້ງກັງວົນວ່າທຸລະກິດຈະໃຊ້ມັນເປັນຂໍ້ແກ້ຕົວເພື່ອເພີ່ມການປ່ອຍອາຍພິດແທນ. ກຸ່ມສິ່ງແວດລ້ອມບາງກຸ່ມຍັງມີຄວາມເປັນຫ່ວງກ່ຽວກັບການນຳໃຊ້ຊີວະມວນເພື່ອຜະລິດພະລັງງານ ແລະ ຂໍ້ບົກຜ່ອງທີ່ເປັນໄປໄດ້ທາງດ້ານເຕັກນິກເຊັ່ນ DAC ບາງຄົນມີຄວາມສົນໃຈໃນຄວາມຍຸຕິທໍາດ້ານສິ່ງແວດລ້ອມຂອງພວກເຂົາ, ເຊິ່ງສາມາດໃຫ້ຜົນປະໂຫຍດຕໍ່ຜູ້ທີ່ມີລາຍໄດ້ຕໍ່າ ແລະ ຊຸມຊົນນ້ອຍທີ່ຢູ່ໃກ້ກັບໂຮງງານການປ່ອຍອາຍພິດລາຍໃຫຍ່.
ກ່ອນໜ້ານີ້ ວິທີການທາງທໍາມະຊາດຂອງການກໍາຈັດຄາບອນເຊັ່ນ: ການປູກຕົ້ນໄມ້ແລະ ການຄຸ້ມຄອງປ່າໄມ້ ຖືກຄາດຫວັງວ່າຈະມີບົດບາດອັນໃຫຍ່ຫຼວງໃນການຊ່ວຍເຫຼືອດ້ານການປ່ຽນແປງຂອງສະພາບດິນຟ້າອາກາດ ເພາະວ່າມັນມີລາຄາບໍ່ແພງຫຼາຍ ຕ່ຳກວ່າ 50 ໂດລາຕໍ່ໂຕນ ອີງຕາມລາຍງານຂອງ World Resources Institute ເມື່ອທຽບໃສ່ເທັກໂນໂລຢີດັ່ງກ່າວ, DAC ມີລາຄາແພງກວ່າ 3 ເທົ່າ.
ຢ່າງໃດກໍຕາມ, ນັກວິທະຍາສາດຫຼາຍຄົນເຊື່ອວ່າບັນຫານີ້ຈຳເປັນຕ້ອງໄດ້ຮັບການເເກ້ໄຂ ສ່ວນໜຶ່ງແມ່ນຍ້ອນຈໍານວນພື້ນທີ່ທີ່ຕ້ອງໃຊ້ໃນການປູກຕົ້ນໄມ້.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/