Deutsche Bank ທະນາຄານຍັກໃຫຍ່ທີ່ໄດ້ເປີດໃຫ້ບໍລິການມາດົນເຖິງ 153 ປີ ໄດ້ຕັດສິນໃຈເຂົ້າລຸຍໃນຕະຫຼາດ Crypto ແລ້ວ


Deutsche Bank ທະນາຄານຍັກໃຫຍ່ທີ່ມີອາຍຸກວ່າ 153 ປີ ແລະ ມີສິນຊັບເກືອບ 1.5 ພັນຕື້ໂດລາໄດ້ປະກາດຮ່ວມມືກັບ Tauras ບໍລິສັດ Fintech ຈາກສະວິດເຊີແລນເພື່ອຍື່ນຂໍໃບອະນຸຍາດເພື່ອເປີດບໍລິການຮັກສາຄວາມປອດໄພຂອງຊັບສິນດິຈິຕອນ (crypto custody) ສໍາລັບລູກຄ້າຂອງສະຖາບັນ.

Paul Maley ຈາກ Deutsche Bank ກ່າວວ່າ:

“ເນື່ອງຈາກມີການຄາດການວ່າສິນຊັບດິຈິຕອນຈະຄອບຄຸມສິນຊັບຫຼາຍພັນຕື້ໂດລາ. ສະນັ້ນ, ເຫັນວ່າເປັນໜຶ່ງໃນບັນດາບຸລິມະສິດຂອງນັກລົງທຶນ ແລະ ອົງກອນ, ພວກເຮົາບໍ່ໄດ້ມຸ່ງເນັ້ນພຽງແຕ່ສະກຸນເງິນດິຈິຕອນເທົ່ານັ້ນ ແຕ່ຍັງສະໜັບສະໜູນລູກຄ້າຂອງພວກເຮົາໃນລະບົບນິເວດຊັບສິນດິຈິຕອນໂດຍລວມ. ການອອກແບບຂອງຜະລິດຕະພັນ ແລະ ວິທີການດູແລລູກຄ້າຂອງພວກເຮົາ ຈະຊ່ວຍໃຫ້ຮັບປະກັນໄດ້ວ່າຈະບໍ່ມີຄວາມສ່ຽງໃດໆທີ່ຈະເຂົ້າມາລົບກວນກິດຈະກໍາອື່ນໆຂອງທະນາຄານ”

ເຊິ່ງກ່ອນໜ້ານີ້ເປັນທີ່ໜ້າສັງເກດວ່າ Deutsche Bank ໄດ້ເຂົ້າຮ່ວມການລະດົມທຶນ Series B ມູນຄ່າ 65 ລ້ານໂດລາຂອງ Taurus ເມື່ອເດືອນກຸມພາທີ່ຜ່ານມາ ກ່ອນທີ່ຈະຕັດສິນໃຈເຂົ້າຮ່ວມເປັນຜູ້ດູແລສິນຊັບດິຈິຕອນໃນເດືອນນີ້.

ເຖິງແມ່ນວ່າທາງ Deutsche Bank ຈະໄດ້ຊີ້ແຈງວ່າບໍ່ໄດ້ເຂົ້າຮ່ວມການລົງທຶນຊື້ຂາຍ Crypto ໃນທັນທີ, ແຕ່ການກ່າວມາແບບນີ້ໄດ້ມີຄວາມຂັດແຍ້ງກັບລາຍງານການຖະແຫຼງການ World Economic Forum ປີ 2020 ທີ່ໄດ້ລະບຸວ່າ: ໃນເດືອນມິຖຸນາທີ່ຜ່ານມາ Deutsche Bank ໄດ້ມີການຍື່ນຂໍໃບອະນຸຍາດການດູແລສິນຊັບດິຈິຕອນໃນປະເທດເຢຍລະມັນ.

ໃນອະດີດ Deutsche Bank ມີທັດສະນະຄະຕິທີ່ບໍ່ຄ່ອຍດີເທົ່າໃດຕໍ່ກັບສະກຸນເງິນດິຈິຕອນ ແຕ່ໃນປັດຈຸບັນທາງທະນາຄານກໍໄດ້ປ່ຽນມາສົນໃຈໃນ Blockchain ໂດຍໄດ້ມີການສະໜັບສະໜູນ Blockchan ໃນຫຼາຍບົດຄວາມມາຕັ້ງແຕ່ປີ 2017.

ຢ່າງໃດກໍຕາມ, ຍັງມີບຸກຄົນບາງກຸ່ມທີ່ຍັງສົງໄສໃນ crpyto ວ່າອາດເປັນສິ່ງທີ່ນຳໄປສູ່ການສໍ້ໂກງ ຍົກຕົວຢ່າງເຊັ່ນ: ໃນເດືອນກຸມພາ ປີ 2019, ທະນາຄານ Bank of America ແລະ Jamie Dimon ເຊິ່ງເປັນ CEO ຂອງ ບໍລິສັດ JPMorgan Chase & Co ກໍໄດ້ອອກມາສະແດງຄວາມຄິດເຫັນກ່ຽວກັບ crypto ແລະ ກ່າວວ່າ Bitcoin ນັ້ນເປັນການສໍ້ໂກງ.

ທີ່ມາ:

beincrypto

reuters

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/