ໃນວັນທີ 20 ເດືອນມີນາ ປີ 2023, Crypto Exchange OKX ຊັ້ນນຳໄດ້ເເຈ້ງຕໍ່ຜູ້ໃຊ້ງານໃນແຄນາດາຜ່ານທາງອີເມລວ່າ “ບໍລິສັດຈະຢຸດໃຫ້ບໍລິການ ຫຼື ບໍ່ອະນຸຍາດໃຫ້ຜູ້ໃຊ້ໃໝ່ເປີດບັນຊີໃໝ່ໃນແຄນາດາອີກນັບຕັ້ງເເຕ່ວັນທີ 24 ເດືອນມີນາ ປີ 2023 ເປັນຕົ້ນໄປ”
ອີງຕາມການລາຍງານຂອງ OKX, ຜູ້ໃຊ້ໃນແຄນາດາຈະຕ້ອງປິດສະຖານະ options , margins , perpetual ເເລະ futures ພາຍໃນວັນທີ 22 ມິຖຸນານີ້ ເຊິ່ງຜູ້ໃຊ້ຈະຕ້ອງຖອນສະກຸນເງິນ Fiat ຫຼື tokens ອອກກ່ອນພາຍໃນວັນທີທີ່ກຳນົດ.
“ຜູ້ໃຊ້ງານຂອງ Crypto Exchange OKX ຍັງຄົງສາມາດຖອນເງິນອອກໄດ້ ເງິນຂອງລູກຄ້າຍັງຄົງປອດໄພຢູ່ໃນບັນຊີຂອງຜູ້ໃຊ້ ຈົນກວ່າຈະຖອນພວກມັນອອກໝົດ. ຜູ້ໃຊ້ຍັງສາມາດຖອນເງິນໂດລາໄປຫາບັນຊີທະນາຄານທີ່ເຊື່ອມໂຍງໄວ້ ແລະ ສາມາດຍ້າຍ cryptocurrencies ໄປຫາ wallets ຂອງຕົນເອງ ຫຼື ບັນຊີ cryptocurrency ຂອງຕົນເອງໄປຫາ Crypto Exchange ອື່ນໆໄດ້”
OKX ກ່າວວ່າ ພວກເຮົາຈະຖອນເງິນອອກຈາກແຄນາດາເປັນການຊົ່ວຄາວ ແລະ ກຳລັງເຮັດວຽກຮ່ວມກັບຜູ້ຄວບຄຸມເພື່ອແກ້ໄຂບັນຫານີ້.
ໃນວັນທີ 22 ເດືອນກຸມພາ, ອົງການບໍລິຫານຫຼັກຊັບແຄນາດາ (CSA) ໄດ້ປະກາດໂດຍກຳນົດໃຫ້ Crypto Exchanges ຕ້ອງໄດ້ລົງນາມໃນການດຳເນີນການທາງດ້ານກົດໝາຍໃໝ່. ໃນຂະນະທີ່ພວກເຂົາຍັງລໍຖ້າການລົງທະບຽນກັບໜ່ວຍງານຄວບຄຸມເພື່ອເຮັດຂໍ້ຕົກລົງໃໝ່ນີ້.
ຢ່າງໃດກໍຕາມ, Crypto Exchanges ໃນປັດຈຸບັນຕ້ອງລົງທະບຽນກັບໜ່ວຍງານຄວບຄຸມຂອງແຄນາດາກ່ອນທີ່ຈະເປີດໃຊ້ງານການເເລກປ່ຽນໃຫ້ກັບຜູ້ໃຊ້ພາຍໃນປະເທດ.

ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/