ພາຍໃນປີນີ້ ນະຄອນຫຼວງວຽງຈັນ ຈະດຶງດູດນັກທ່ອງທ່ຽວຕ່າງປະເທດ ໃຫ້ໄດ້ 5 ແສນເທື່ອຄົນ

ນະຄອນຫຼວງວຽງຈັນ

ສະພາບການທ່ອງທ່ຽວຢູ່ໃນນະຄອນຫຼວງວຽງຈັນ (ນວ) ໃນປີ 2022 ສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດ ໃຫ້ເຂົ້າມາທ່ຽວໃນນະຄອນຫຼວງວຽງຈັນ ບັນລຸ 5 ແສນເທື່ອຄົນ ເຊິ່ງເກີນຄາດໝາຍທີ່ກຳນົດໄວ້ຄື ປີ 2022 ຈະດຶງດູດນັກທ່ອງທ່ຽວຕ່າງປະເທດ ໃຫ້ໄດ້ 3 ແສນເທື່ອຄົນ ແລະ ໃນປີ 2023 ນີ້ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງ (ຖວທ ນວ) ຕັ້ງເປົ້າຈະດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວ ນວ ໃຫ້ໄດ້ 5 ແສນເທື່ອຄົນ.

ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ກ່າວບາງຕອນວ່າ: ຕົວເລກນັກທ່ອງທ່ຽວແຕ່ເດືອນມັງກອນ ຫາ ເດືອນພະຈິກ ປີ 2022 ມີນັກທ່ອງທ່ຽວເຂົ້າມາທ່ຽວນະຄອນຫຼວງວຽງຈັນທັງໝົດ 554.656 ເທື່ອຄົນ ໃນນັ້ນ: ນັກທ່ອງທ່ຽວຕ່າງປະເທດ ຈຳນວນ 528.811 ເທື່ອຄົນ. ພ້ອມທັງໄດ້ອອກອະນຸຍາດໃໝ່ ແລະ ສືບຕໍ່ອະນຸຍາດດຳເນີນທຸລະກິດທ່ອງທ່ຽວ 358 ຫົວໜ່ວຍ, ໂຈະກິດຈະການ ແລະ ປະກັນສັງຄົມ 3 ຫົວໜ່ວຍທຸລະກິດ.

ນະຄອນຫຼວງວຽງຈັນ

ທ່ານກ່າວຕື່ມວ່າ: ໃນທິດທາງແຜນການຈຸດສຸມໃນປີ 2023 ສຳລັບວຽກງານທ່ອງທ່ຽວ ຖວທ ນວ ໄດ້ວາງຄາດໝາຍຕົວເລກສູ້ຊົນໃຫ້ນັກທ່ອງທ່ຽວ ບັນລຸ 5 ແສນເທື່ອຄົນ ດັ່ງນັ້ນພວກເຮົາຈຶ່ງວາງວຽກຈຸດສຸມທີ່ຕ້ອງເອົາໃຈໃສ່ປະຕິບັດຄື:

1). ຈະສືບຕໍ່ຕິດຕາມ, ກວດກາ ແລະ ແກ້ໄຂ ບັນດາທຸລະກິດການທ່ອງທ່ຽວ ທີ່ເຄື່ອນໄຫວຜິດຕໍ່ລະບຽບກົດໝາຍທີ່ມີຄຳຮ້ອງຟ້ອງຈາກຫາງສຽງຂອງສັງຄົມ.

2). ສ້າງແຜນການກິດຈະກຳສົ່ງເສີມການທ່ອງທ່ຽວໄລຍະຍາວ ເພື່ອຊອກວິທີລົດຜ່ອນຜົນກະທົບ ແລະ ກະຕຸ້ນການທ່ອງທ່ຽວໃຫ້ກັບມາຟື້ນຕົວຄືນໃໝ່ ເພື່ອດຶງດູດນັກທ່ອງທ່ຽວໃຫ້ຢູ່ສະພາບດີຂຶ້ນ; 3). ຊຸກຍູ້ສົ່ງເສີມ ແລະ ຮ່ວມມືກັບພາກທຸລະກິດການທ່ອງທ່ຽວ ໃນການສ້າງກິດຈະກໍາການທ່ອງທ່ຽວ ໃຫ້ມີຄວາມຫຼາກຫຼາຍຕິດພັນກັບງານບຸນປະເພນີຕ່າງໆ ຮອງຮັບໃຫ້ແກ່ການຟື້ນຟູການທ່ອງທ່ຽວ ທັງເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ;

4). ເພື່ອເປັນການກະຕູນຊຸກຍູ້ ແລະ ສ້າງຄວາມເຊື່ອໝັ້ນທາງດ້ານຄຸນະພາບການບໍລິການຂອງທຸລະກິດການທ່ອງທ່ຽວ, ກົມພັດທະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ຈະໄດ້ດຳເນີນການປະເມີນມາດຕະຖານເຮືອນພັກແຮມອາຊຽນ ແລະ ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ເພື່ອຂໍຮັບຮາງວັນດັ່ງກ່າວໃນປີ 2023.

ນະຄອນຫຼວງວຽງຈັນ

5). ສ້າງກິດຈະກຳສົ່ງເສີມການທ່ອງທ່ຽວທີ່ຕິດພັນກັບງານບຸນປະເພນີ, ສ້າງເທສະການອາຫານ, ຄາລາວານນັກທ່ອງທ່ຽວຢູ່ໃນນະຄອນຫຼວງວຽງຈັນ ແລະ ບຸນພະທາດທີ່ມີຄວາມຫຼາກຫຼາຍເພື່ອດຶງດູດນັກທ່ອງທ່ຽວ;

6). ກະກຽມແຜນການລົງສຳຫຼວດຄວາມເປັນໄປໄດ້ ໃນການພັດທະນາການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມ (CBT) ທີ່ເມືອງປາກງື່ມ, ເມືອງຫາດຊາຍຟອງ, ເມືອງສີໂຄດຕະບອງ ແລະ ເມືອງສັງທອງ ນະຄອນຫຼວງວຽງຈັນ;

7). ກະກຽມຂຶ້ນແຜນລົງສຳຫຼວດ ເສັ້ນທາງທ່ອງທ່ຽວ ນໍ້າງື່ມ, ບ້ານເວີນແທ່ນ, ເມືອງໄຊທານີ – ເມືອງປາກງື່ມ.

ຂອບໃຈຂໍ້ມູນຈາກ:

https://bit.ly/3FDoyJH

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/