ໃນຄ່ຳຄືນທີ່ຜ່ານມາ ຫຼັງເກມອຸ່ນເຄື່ອງຄູ່ລະຫວ່າງ ສະໂມສອນ ອັລ ນານເຊີ ພົບກັບ ເຊວຕ້າ ບີໂກ້, ຄຣິສເຕຍໂນ ໂຣນັລໂດ້ ຊຸບເປີສະຕາ ອາຍຸ 38 ປີ ສັງກັດ ສະໂມສອນ ອັລ ນານເຊີ ໄດ້ອອກມາໃຫ້ສຳພາດກ່າວເຖິງ Major League Soccer ຂອງອາເມຣິກາ ທີ່ຫາກໍເປີດຕົວ ຊຸບເປີສະຕາ ເບີ 1 ຂອງໂລກຢ່າງ ລີໂອເນວ ເມັສຊີ ໄປວ່າຍັງບໍ່ດີເທົ່າ ລີກ ຊາອຸດີອາຣະເບຍ ທີ່ຕົນເອງ ແລະ ນັກເຕະຈາກລີກຢູໂຣບຫຼາຍໆຄົນທີ່ກຳລັງຫຼັ່ງໄຫຼເຂົ້າມາ.
ໂດຍ ຊຸບເປີສະຕາ ອາຍຸ 38 ປີ ອອກມາໃຫ້ສຳພາດວ່າ: “ລີກຊາອຸດີອາຣະເບຍ ດີກວ່າ ເມເຈີລີກຊັອກເກີ ຂ້ອຍເປີດທາງມາສູ່ລີກຊາອຸດີອາຣະເບຍ ຕອນນີ້ນັກເຕະຫຼາຍຄົນກຳລັງມາລີກນີ້ ໃນໄລຍະເວລາໜຶ່ງປີນັກເຕະຊັ້ນນຳຫຼັ່ງໄຫຼເຂົ້າມາລີກແຫ່ງນີ້ຫຼາຍຂຶ້ນເລື້ອຍໆ ແລະ ອີກໜຶ່ງປີທາງໜ້າ ລີກ ຊາອຸ ຈະແຊງໜ້າລີກ ຕຸຣເຄຍ ແລະ ລີກຂອງເນເທີແລນ”.

ນອກຈາກນີ້ ໂຣນັລໂດ້ ຍັງເປີດເຜີຍເຖິງອະນາຄົດການເປັນນັກເຕະອາຊີບຂອງຕົນເອງວ່າຕົນບໍ່ມີແຜນກັບໄປຫຼິ້ນໃນລີກ ຢູໂຣບ ອີກຢ່າງແນ່ນອນ. ໂດຍເຈົ້າຂອງ ບັລລອງດໍ 4 ສະໄໝກ່າວວ່າ: “ຂ້ອຍອາຍຸ 38 ປີແລ້ວ ແລະ ບານເຕະໃນຢູໂຣບເສຍຄຸນະພາບໄປຫຼາຍ ລີກດຽວທີ່ພໍຍັງເຮັດໄດ້ແມ່ນລີກ ອັງກິດ ພວກເຂົານຳໜ້າລີກອື່ນໆໄປໄກແລ້ວ. ລີກສະເປນກໍບໍ່ໄດ້ເຂັ້ມຂຸ້ນຫຼາຍ, ລີກໂປຕຸເກດກໍເປັນລີກທີ່ດີແຕ່ກໍບໍ່ແມ່ນລີກລະດັບຕົ້ນໆ, ສ່ວນລີກເຢຍລະມັນກໍເຮັດໄດ້ບໍ່ຄ່ອຍດີ”.

ໂຣນັລໂດ້ ໄດ້ລະບຸຕື່ມວ່າ ຕົນເປັນຄົນປຸກກະແສກິລາບານເຕະ ລີກ ອິຕາລີ ໃຫ້ກັບມາຄືກຄື້ນອີກຄັ້ງ ຫຼັງຍ້າຍໄປຢູ່ກັບ ສະໂມສອນ ຢູເວັນຕຸສ ເມື່ອປີ 2019. ໂດຍໂຣນັລໂດ້ກ່າວວ່າ: “ຕອນທີ່ຂ້ອຍຕັດສິນໃຈຍ້າຍໄປຫຼິ້ນໃນ ເຊເລອາ(ຊື່ລີກຂອງອິຕາລີ) ເຊິ່ງຕອນທີ່ຂ້ອຍຍ້າຍໄປຮອດນັ້ນມັນກໍຄືກັບລີກນີ້ມັນໄດ້ຟື້ນຄືນຊີບຂຶ້ນມາໃໝ່ອີກເທື່ອໜຶ່ງ”
ຂອບໃຈຂໍ້ມູນຈາກ: espn
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/