Coinhub ຜູ້ໃຫ້ບໍລິການຕູ້ ATM Bitcoin ໄດ້ປະກາດຮ່ວມມືກັບປ້ຳນ້ຳມັນ ເເລະ ຮ້ານຄ້າຫຼາຍກວ່າ 1.000 ເເຫ່ງ ໃນການຕິດຕັ້ງຕູ້ ATM Bitcoin ເພື່ອໃຫ້ຜູ້ທີ່ຖື Crypto ສາມາດຊື້ ເເລະ ຂາຍໂທເຄັນຂອງຕົນເອງໄດ້ດ້ວຍເງິນສົດ. ການຕັດສິນໃຈຂອງ Coinhub ໃນຄັ້ງນີ້ ທາງບໍລິສັດຕ້ອງການທີ່ຈະຂະຫຍາຍການເຂົ້າເຖິງການບໍລິການ ເເລະ ອຳນວຍຄວາມສະດວກໃຫ້ເເກ່ຜູ້ບໍລິການ ພ້ອມກັບສະເໜີໂອກາດສ້າງລາຍໄດ້ໃຫ້ເເກ່ເຈົ້າຂອງຮ້ານຄ້າໃນຮູບເເບບຂອງການຈ່າຍຄ່າເຊົ່າລາຍເດືອນ.

ການຮ່ວມມືກັບປ້ຳນ້ຳມັນ ແລະ ຮ້ານຄ້າ ເຮັດໃຫ້ Coinhub ສາມາດຕິດຕັ້ງຕູ້ ATM ໃນບໍລິເວນທີ່ເບິ່ງເຫັນໄດ້ງ່າຍ ແລະ ການສັນຈອນໄປມາຫຼາຍ. ສິ່ງນີ້ເຮັດໃຫ້ຜູ້ໃຊ້ບໍລິການສາມາດຊື້ Bitcoin ແລະ Cryptocurrencies ອື່ນໆໄດ້ດ້ວຍເງິນສົດ ແລະ ຫຼີກເວັ້ນຄວາມຫຍຸ້ງຍາກທີ່ກ່ຽວຂ້ອງກັບການນໍາໃຊ້ບັນຊີທະນາຄານ ຫຼື ບັດເຄຣດິດ.
ຕູ້ ATM ນີ້ສາມາດເຕີມເງິນດ້ວຍເງິນສົດເພື່ອແລກປ່ຽນ Bitcoin ຫຼື Crypto ສະກຸນອື່ນໆຫຼາຍກ່ວາ 25 ສະກຸນໄດ້ໃນທັນທີ ແລະ ມີຄວາມປອດໄພສູງ.
ນອກຈາກຕູ້ ATM ຈຳນວນ 1.000 ເຄື່ອງໃນແຄມເປນນີ້, Coinhub ຍັງຈະເປີດໃຫ້ເຈົ້າຂອງຮ້ານຄ້າຕ່າງໆສາມາດຕໍ່ກັບບໍລິສັດໂດຍກົງ ເພື່ອຕິດຕັ້ງຕູ້ ATM ສຳລັບຮ້ານຄ້າຂອງພວກເຂົາ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/