Chrysippus ນັກປາດທີ່ຫົວກັບມຸກຕະຫຼົກຂອງຕົນເອງຈົນເສຍຊີວິດ


ເຊື່ອວ່າຫຼາຍຄົນຄົງຈະເຄີຍນັ່ງຢູ່ຄົນດຽວຄິດນັ້ນຄິດນີ້ໄປ ແລະ ບາງເທື່ອກໍຄິດເລື່ອງຕະຫຼົກຂຶ້ນມາເອງ ແລ້ວກໍນັ່ງຫົວຄົນດຽວ ແຕ່ຮູ້ຫຼືບໍ່ ວ່າໃນອະດີດ ເຄີຍມີຄົນຫົວມຸກຕະຫຼົກຂອງຕົນເອງຈົນເຖິງຂັ້ນເສຍຊີວິດມາແລ້ວ.

ເຊິ່ງຄົນໆນັ້ນແມ່ນນັກປາດຊາວກຣີກ ທີ່ມີຊີວິດໃນປີ 279-206 ປີ ກ່ອນ ຄສ ຊື່ວ່າ: ຄຣິສຊິບປຸສ (Chrysippus). ຄຣິດຊິບປຸສ ເປັນນັກປາດຊາວກຣີກ ທີ່ເກີດທີ່ເມືອງ ຊິລິເຊຍ ແລະ ຍ້າຍມາອາໄສທີ່ກຣຸງ ເອເທນສ ໃນໄວໜຸ່ມ ໂດຍລາວເປັນນັກປາດ, ນັກຄິດ ແລະ ນັກຂຽນ ທີ່ມີລູກສິດລູກຫາຫຼາຍ ເອີ້ນໄດ້ວ່າເປັນນັກປາດທີ່ເກັ່ງຄົນໜຶ່ງເລີຍກໍວ່າໄດ້. ແຕ່ສິ່ງທີ່ເຮັດໃຫ້ລາວມີຊື່ສຽງທີ່ສຸດ ບໍ່ແມ່ນເລື່ອງແນວຄວາມຄິດ ແຕ່ກັບເປັນການເສຍຊີວິດຂອງລາວ.

ໂດຍເລື່ອງມັນເກີດຂຶ້ນໃນຕອນທີຄຣິສຊິບປຸສ ຢູ່ໃນໄວ 73 ປີ ໂດຍຂະນະທີ່ລາວພັກຜ່ອນ ແລະ ດື່ມວາຍຢູ່ນັ້ນ ລາວໄດ້ເຫັນລາໂຕໜຶ່ງກໍາລັງກິນໝາກເດື່ອຢູ່ ແລະ ຫຼັງຈາກເຫັນເຫດການນັ້ນ ລາວກໍໄດ້ປ່ອຍມຸກຕະຫຼົກອອກມາວ່າ: “ໃຫ້ລາໂຕນັ້ນກິນວາຍເຂົ້າໄປເພຶ່ອລ້າງໝາກເດື່ອໃນທ້ອງສາ”

ຫຼັງຈາກນັ້ນລາວກໍຕະຫຼົກກັບມຸກຕະຫຼົກຂອງຕົນເອງຫຼາຍ ເຖິງຂັ້ນ ຫົວບໍ່ຢຸດ ຈົນເຮັດໃຫ້ລາວຫາຍໃຈບໍ່ອອກ ແລະ ຂາດອາກາດຫາຍໃຈ ຈົນເສຍຊີວິດ ໃນວັຍ 73 ປີ ນັ້ນເອງ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/