CEO ຂອງ OpenAI ກຽມຕົວເຂົ້າຊີ້ແຈງກ່ຽວກັບແນວທາງການຄຸ້ມຄອງການດູແລເທັກໂນໂລຢີ AI ຕໍ່ສະພາສູງສະຫະລັດອາເມຣິກາ


Sam Altman CEO ຂອງ OpenAI ຈະປາກົດຕົວເປັນຄັ້ງທຳອິດຕໍ່ກອງປະຊຸມສະພາສູງໃນອາທິດໜ້າ ເພື່ອຕອບຄຳຖາມກ່ຽວກັບແນວທາງການຄຸ້ມຄອງການດູແລເທັກໂນໂລຢີ AI.

Altman ຈະຕ້ອງໄປຊີ້ແຈ້ງຕໍ່ອະນຸກຳມະການຕຸລາການສະພາສູງ ດ້ານຄວາມເປັນສ່ວນຕົວ, ເທັກໂນໂລຢີ ແລະ ກົດໝາຍໃນວັນອັງຄານທີ່ກຳລັງຈະມາເຖິງນີ້ກ່ຽວກັບການໃຊ້ກົດໝາຍເພື່ອປົກປ້ອງຊາວອາເມຣິກາຈາກປັນຍາປະດິດ, ເນື່ອງຈາກວ່າລັດຖະບານ ແລະ ບໍລິສັດຕ່າງໆເລີ່ມໃຊ້ AI ເຂົ້າໃນທຸກຢ່າງນັບຕັ້ງແຕ່ການແພດ, ການເງິນ, ຈົນໄປເຖິງການເຝົ້າລະວັງ ການກວດສອບ ແລະ ອື່ນໆ.

Richard Blumenthal ປະທານອະນຸກຳມະການ​ໃຫ້​ຄຳ​ເຫັນ​ວ່າ ການກຳນົດມາດ​ຕະການ​ກ່ຽວ​ກັບ​ປັນຍາ​ປະດິດ​ແມ່ນ​ເລື່ອງຮີບ​ດ່ວນ. ການຊີ້ແຈ້ງໃນຄັ້ງນີ້ຈະເປັນຈຸດເລີ່ມຕົ້ນຂອງລະບຽບການ ແລະ ສະແດງໃຫ້ເຫັນເຖິງພະລັງງານຂອງ algorithms ທີ່ກ້າວໜ້າ ແລະ ເທັກໂນໂລຢີທີ່ມີປະສິດທິພາບຂອງປັນຍາປະດິດ.

Ted Lieu ສະມາຊິກ​ສະພາ​ຜູ້​ແທນ​ລາສະ​ດອນ ​ໄດ້​ເປີດ​ເຜີຍ​ວ່າ Altman ຍັງ​ຈະ​ເຂົ້າ​ຮ່ວມ​ງານ​ລ້ຽງ​ອາຫານ​ຄ່ຳ​ໃນຄືນວັນຈັນຂອງ​ສະພາ​ຜູ້​ແທນ​ລາສະ​ດອນອີກດ້ວຍ  .

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/