Cardi B ແຣັບເປີ້ສາວຫຼາຍຄວາມສາມາດ ທີ່ນອກເໜືອຈາກມີຜົນງານເພງດັງທີ່ກວາດຮາງວັນຈາກເວທີໃຫຍ່ໄປຫຼວງຫຼາຍ ເມື່ອບໍ່ດົນມານີ້ ຄາດິ ບີ ໄດ້ຮັບບົດບາດນັກສະແດງນຳຄັ້ງທຳອິດໃນເລື່ອງ Assisted Living ຂອງຄ້າຍ Paramount Picture.
ໂດຍກ່ອນໜ້ານີ້ ຄາດິໄດ້ກ້າວເຂົ້າເປັນນັກສະແດງ ຄຽງຂ້າງເຈນນິເຟີ ໂຣເປັຊ, ລີລີ ໄຣຮາດ ແລະ ຄອນສະແຕນ ວູ ໃນຮູບເງົາ The Hustler ເມື່ອປີ 2019 ມາແລ້ວ ແຖມຍັງໄດ້ສະແດງໜັງພາກຕໍ່ໜ້າສຸດທີ່ອະລັງການຢ່າງ Fast and Furious 9 ທີ່ກຳລັງຈະສາຍໃນປີນີ້ ຫຼັງຖືກເລື່ອນມາຫຼາຍຮອບເພາະວິກິດໂຄວິດ-19.

Assisted Living ເປັນຮູບເງົາອາລົມດີ (Comedy) ເລື່ອງລາວກ່ຽວກັບ ແອມເບີ ທີ່ຮັບບົດໂດຍຄາດິ ຍິງສາວຜູ້ໃຊ້ຊີວິດແບບເທົາໆທີ່ຕົກຢູ່ພາຍໃຕ້ສະຖານະການຕຶງຄຽດ ເຫດເພາະການປຸ້ນທີ່ຜິດແຜນຂອງນາງເພື່ອທີ່ຈະຫຼົບໜີຈາກຕຳຫຼວດ ແລະ ຄູ່ສັດຕູ, ແອມເບີຈຶ່ງປອມຕົວເປັນຜູ້ຍິງສູງອາຍຸ ແຝງຕົວເຂົ້າໄປຢູ່ໃນບ້ານພັກຄົນສູງອາຍຸຂອງຍ່າ. ໂດຍໜັງເລື່ອງນີ້ສາຍແວວຄວາມພິເສດ ເພາະທາງ Paramount ໄດ້ຊະນະສົງຄາມການປະມູນລິຂະສິດຂອງ Assisted Living ທີ່ຂຽນບົດໂດຍ Kay Oyegun ເຈົ້າຂອງຜົນງານຊີຣີ This Is Us.
ພາບ: Billboard
ຂອບໃຈທີ້່ມາ:
- variety.com/2021/film/news/cardi-b-assisted-living-movie-1234826096/
- https://www.billboard.com/articles/news/movies/9511528/cardi-b-assisted-living-starring-role