ສາຍກະແລັມມາທາງນີ້ ຂອງຫວານເຍັນຊື່ນໃຈເໝາະກັບອາກາດຮ້ອນຕອນນີ້ ຫຼ້າສຸດທາງ Guinness World Records ໄດ້ປະກາດສະຖິຕິໃໝ່ໃຫ້ ກະແລັມ Byakuya ກາຍເປັນກະແລັມທີ່ແພງທີ່ສຸດໃນໂລກ ດ້ວຍລາຄາລູກລະ 6.400 ໂດລາ ຫຼື ປະມານ 100 ກວ່າລ້ານກີບ.
ເມື່ອວັນ 25 ເມສາ 2023 Cellato ແບຣນຂາຍເຂົ້າໜົມ ແລະ ກະແລັມຫຼູຫຼາໃນປະເທດຍີ່ປຸ່ນ ໄດ້ສ້າງສະຖິໃໝ່ໂດຍທາງ Guinness World Records ໄດ້ຮັບຮອງເອົາ Byakuya ເຊິ່ງເປັນກະແລັມທີ່ອຸດົມໄປດ້ວຍໂປຣຕີນ ປະກອບໄປດ້ວຍແປ້ງທີ່ເຮັດມາຈາກນົມ, ຊີດ 2 ຊະນິດ, ໄຂ່ແດງ ແລະ ສາເກຕົ້ນຫອມ, ສະປາມີຈາໂນເຮດຈາໂນ (Parmigiano Reggiano), ເຫັດທັບເຟີຂາວ, ນ້ຳມັນເຫັດທັບເຟີ ແລະ ແຜ່ນຄຳ.

ຈາກຂໍ້ມູນຂອງ PR Times Guinness Records ໄດ້ຊີ້ແຈງລາຄາຢ່າງເປັນທາງການວ່າຢູ່ທີ່ປະມານ 873.400 ເຍນ ຫຼື ຢູ່ທີ່ປະມານ 6.400 ໂດລາ ຫາກນັບເປັນເງິນກີບລາຄານີ້ຖືວ່າມັດຈຳຄ່າເຮືອນໄດ້ເລີຍ ສຳລັບລາຄາທີ່ກ່າວມາຍັງບໍ່ໄດ້ລວມກັບບ້ວງທີ່ມີຂາຍແຍກອີກຕ່າງຫາກ.
Cellato ບອກວ່າເປົ້າໝາຍຂອງບໍ່ແມ່ນການເຮັດກະແລັມທີ່ແພງທີ່ສຸດໃນໂລກ ແຕ່ເປັນການເຮັດກະແລັມເພື່ອລວມວັດຖຸດິບຈາກຢູໂຣບ ແລະ ຍີ່ປຸ່ນ ໃຫ້ເຂົ້າໄປຢູ່ນຳກັນໃນຮູບແບບກະແລັມພຽງເທົ່ານັ້ນ ແລະ ນີ້ກໍຄືຫົວໃຈຫຼັກຂອງການເຮັດກະແລັມນີ້ຂຶ້ນມາ ທາງ Cellato ຍັງໄດ້ເຊີນ Tadayoshi Yamada ຫົວໜ້າພໍ່ຄົວຂອງ Rivi ເຊິ່ງເປັນຮ້ານອາຫານໃນໂອຊາກາທີ່ຂຶ້ນຊື່ເລື່ອງອາຫານຟິວຊັນແນວເໜືອຈິນຕະການ ມາຮ່ວມໃນການສ້າງສັນກະແລັມໃນຄັ້ງນີ້ ໂດຍໃຊ້ເວລາຫຼາຍກວ່າ 1 ປີໃນການພັດທະນາເມນູນີ້ຂຶ້ນມາ ພ້ອມກັບການລອງຜິດລອງຖືກຢູ່ຫຼາຍຄັ້ງກ່ອນທີ່ຈະໄດ້ຣົດຊາດທີ່ຕ້ອງການ ແລະ ໄດ້ຮັບຮາງວັນຈາກ Guinness World Records ກໍຖືວ່າກຸ້ມຄ່າແລ້ວ.

Cellato ຍັງໄດ້ແນະນຳວິທີການກິນຄືປ່ອຍໃຫ້ກະແລັມອ່ອນລົງເລັກນ້ອຍທີ່ອຸນຫະພູມຫ້ອງປະມານ 2-3 ນາທີ ເພື່ອໃຫ້ບ່ວງໂລຫະສາມາດເຂົ້າໄປໄດ້ງ່າຍ ຈາກນັ້ນປະສົມກັບນ້ຳມັນເຫັດທັບເຟີ ແລະ ຕ້ອງກິນຄູ່ກັບ Wine ຂາວໜຶ່ງຈອກ.
ຂອບໃຈຂໍ້ມູນຈາກ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/