Byakuya ກະແລັມທີ່ແພງທີ່ສຸດໃນໂລກ ລູກລະ 6.400 ໂດລາ ພຽງເທົ່ານັ້ນ


ສາຍກະແລັມມາທາງນີ້ ຂອງຫວານເຍັນຊື່ນໃຈເໝາະກັບອາກາດຮ້ອນຕອນນີ້ ຫຼ້າສຸດທາງ Guinness World Records ໄດ້ປະກາດສະຖິຕິໃໝ່ໃຫ້ ກະແລັມ Byakuya ກາຍເປັນກະແລັມທີ່ແພງທີ່ສຸດໃນໂລກ ດ້ວຍລາຄາລູກລະ  6.400 ໂດລາ ຫຼື ປະມານ 100 ກວ່າລ້ານກີບ.

ເມື່ອວັນ 25​ ເມສາ 2023 Cellato ແບຣນຂາຍເຂົ້າໜົມ ແລະ ກະແລັມຫຼູຫຼາໃນປະເທດຍີ່ປຸ່ນ ໄດ້ສ້າງສະຖິໃໝ່ໂດຍທາງ Guinness World Records  ໄດ້ຮັບຮອງເອົາ Byakuya ເຊິ່ງເປັນກະແລັມທີ່ອຸດົມໄປດ້ວຍໂປຣຕີນ ປະກອບໄປດ້ວຍແປ້ງທີ່ເຮັດມາຈາກນົມ, ຊີດ 2 ຊະນິດ, ໄຂ່ແດງ ແລະ ສາເກຕົ້ນຫອມ, ສະປາມີຈາໂນເຮດຈາໂນ (Parmigiano Reggiano), ເຫັດທັບເຟີຂາວ, ນ້ຳມັນເຫັດທັບເຟີ ແລະ ແຜ່ນຄຳ.

ຈາກຂໍ້ມູນຂອງ PR Times Guinness Records ໄດ້ຊີ້ແຈງລາຄາຢ່າງເປັນທາງການວ່າຢູ່ທີ່ປະມານ 873.400 ເຍນ ຫຼື ຢູ່ທີ່ປະມານ 6.400 ໂດລາ ຫາກນັບເປັນເງິນກີບລາຄານີ້ຖືວ່າມັດຈຳຄ່າເຮືອນໄດ້ເລີຍ ສຳລັບລາຄາທີ່ກ່າວມາຍັງບໍ່ໄດ້ລວມກັບບ້ວງທີ່ມີຂາຍແຍກອີກຕ່າງຫາກ.

Cellato ບອກວ່າເປົ້າໝາຍຂອງບໍ່ແມ່ນການເຮັດກະແລັມທີ່ແພງທີ່ສຸດໃນໂລກ ແຕ່ເປັນການເຮັດກະແລັມເພື່ອລວມວັດຖຸດິບຈາກຢູໂຣບ ແລະ ຍີ່ປຸ່ນ ໃຫ້ເຂົ້າໄປຢູ່ນຳກັນໃນຮູບແບບກະແລັມພຽງເທົ່ານັ້ນ ແລະ ນີ້ກໍຄືຫົວໃຈຫຼັກຂອງການເຮັດກະແລັມນີ້ຂຶ້ນມາ ທາງ Cellato ຍັງໄດ້ເຊີນ Tadayoshi Yamada ຫົວໜ້າພໍ່ຄົວຂອງ Rivi ເຊິ່ງເປັນຮ້ານອາຫານໃນໂອຊາກາທີ່ຂຶ້ນຊື່ເລື່ອງອາຫານຟິວຊັນແນວເໜືອຈິນຕະການ ມາຮ່ວມໃນການສ້າງສັນກະແລັມໃນຄັ້ງນີ້ ໂດຍໃຊ້ເວລາຫຼາຍກວ່າ 1 ປີໃນການພັດທະນາເມນູນີ້ຂຶ້ນມາ ພ້ອມກັບການລອງຜິດລອງຖືກຢູ່ຫຼາຍຄັ້ງກ່ອນທີ່ຈະໄດ້ຣົດຊາດທີ່ຕ້ອງການ ແລະ ໄດ້ຮັບຮາງວັນຈາກ Guinness World Records  ກໍຖືວ່າກຸ້ມຄ່າແລ້ວ.

Cellato ຍັງໄດ້ແນະນຳວິທີການກິນຄືປ່ອຍໃຫ້ກະແລັມອ່ອນລົງເລັກນ້ອຍທີ່ອຸນຫະພູມຫ້ອງປະມານ 2-3 ນາທີ ເພື່ອໃຫ້ບ່ວງໂລຫະສາມາດເຂົ້າໄປໄດ້ງ່າຍ ຈາກນັ້ນປະສົມກັບນ້ຳມັນເຫັດທັບເຟີ ແລະ ຕ້ອງກິນຄູ່ກັບ Wine ຂາວໜຶ່ງຈອກ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/