Boeing 737 Max ໄດ້ຮັບອະນຸຍາດໃຫ້ກັບມາບິນອີກຄັ້ງຫຼັງແກ້ໄຂບັນຫາແລ້ວ


ໃນວັນທີ 18 ພະຈິກ 2020 ທີ່ຜ່ານມາ ອົງການບໍລິຫານສາຍການບິນແຫ່ງສະຫະລັດອາເມຣິກາ (Federal Aviation Administration : FAA) ໄດ້ອະນຸຍາດໃຫ້ຍົນ Boeing 737 Max ສາມາດກັບມາບິນໃຫ້ບໍລິການຜູ້ໂດຍສານໃນນ່ານຟ້າຂອງສະຫະລັດອາເມຣິກາໄດ້ອີກຄັ້ງ ຫຼັງຈາກທີ່ບໍລິສັດໄດ້ປະຕິບັດຕາມຂັ້ນຕອນທີ່ກຳໜົດແບບບສົມບູນ ເຊິ່ງບໍລິສັດໄດ້ຕິດຕັ້ງ Software ຂອງ Boeing ທີ່ໄດ້ປັບປຸງໃໝ່, ໃຊ້ຄູ່ມື ແລະ ລະບຽບປະຕິບັດໃໝ່, ປັບແຕ່ງແຜ່ນຫາງທາງດ້ານຫຼັງ (Horizontal Stabilizer), ດຳເນີນການທົດສອບເຊັນເຊີ້ ແລະ ການບິນ. ສະຫຼຸບງ່າຍໆວ່າໄດ້ແກ້ໄຂຕາມມາດຕະການຢ່າງເຂັ້ມງວດ.

Boeing 737 Max ນັບວ່າເປັນເຮືອບິນເຈັດທີ່ຂາຍດີທີ່ສຸດໃນຝູງບິນຂອງ Boeing ແຕ່ຕ້ອງຢຸດບິນຈອດມິດຢູ່ 20 ເດືອນ, ນັບຕັ້ງແຕ່ເດືອນມີນາ 2019 ຫຼັງຈາກເກີດອຸບັດຕິເຫດຮ້າຍແຮງຍົນຕົກເຖິງ 2 ເທື່ອຕິດຕໍ່ກັນເກືອບ 5 ເດືອນ. ຄັ້ງທຳອິດເກີດເຫດເຮືອບິນ Boeing 737 Max 8 ຂອງສາຍການບິນ Lion Air ຕົກເມື່ອທ້າຍເດືອນ ຕຸລາ 2018 ສົ່ງຜົນໃຫ້ຜູ້ໂດຍສານ 189 ຄົນເສຍຊີວິດ.  ຫຼັງຈາກນັ້ນຕົ້ນເດືອນ ມີນາ 2019 ເກີດເຫດເຮືອບິນ Boeing 737 Max 8 ຂອງສາຍການບິນ Ethiopian ຕົກ ແລະ ມີຜູ່ໂດຍສານເສຍຊີວິດ 158 ຄົນ.

ສາເຫດທີ່ເຮືອບິນຕົກມາຈາກລະບົບອ່ານຄ່າການສູນເສຍແຮງຍົກຂອງປີກໃນລະບົບ Anti – stall ບົກພ່ອງ ແລະ ຂາດການອົບຮົມໃນການແກ້ໄຂບັນຫາເພື່ອຮັບມືທີ່ພຽງພໍ ເຖິງແມ່ນວ່າກ່ອນໜ້ານີ້ Boeing ໄດ້ພັດທະນາເພື່ອແກ້ບັນຫານີ້ແລ້ວແຕ່ມັນກໍສາຍເກີນໄປ ສ່ວນລະບົບທີ່ປັບປຸງໃໝ່ໄດ້ມີການຕິດຕັ້ງເຊັນເຊີ 2 ຕົວເພື່ອຊ່ວຍໃຫ້ນັກບິນອ່ານຄ່າການສູນເສຍແຮງຍົກຂອງປີກຈາກລະບົບ Anti – stall ແລ້ວຮັບມືໄດ້ຢ່າງຖືກຕ້ອງ.

Boeing ໄດ້ເລີ່ມການທົດສອບຄວາມປອດໄພທີ່ສຳຄັນຂອງຖ້ຽວບິນເມື່ອທ້າຍເດືອນ ມິຖຸນາ ນີ້ ແລະ ເດືອນ ຕຸລາ ທີ່ຜ່ານມາສະຫະພາບເອີຣົບເຜີຍວ່າຈະອະນຸມັດດ້ານຄວາມປອດໄພໃນໄວໆນີ້. ຈາກນີ້ໄປ ກ່ອນທີ່ຈະບິນໃຫ້ບໍລິການຜູ້ໂດຍສານໄດ້ນັ້ນບໍລິສັດຈະຕ້ອງກວດສອບເຮືອບິນ ແລະ ນັກບິນຈະຕ້ອງຜ່ານການຝຶກອົບຮົມເພີ່ມເຕີມ ເຊິ່ງອາດຈະຕ້ອງໃຊ້ເວລາຫຼາຍເດືອນກ່ອນຈະແລ້ວ ແລະ ສົມບູນ ລວມທັງຊ່ວງນີ້ມີການແພ່ລະບາດໃຫຍ່ຂອງ COVID – 19 ຖ້ຽວບິນໂດຍສານມີໜ້ອຍລົງ. ສາຍການບິນທຳອິດທີ່ຈະເລີ່ມໃຫ້ບໍລິການກໍຄື Southwest ໃນຊ່ວງລະດູໃບໄມ້ຫຼົ່ນ 2021 ຂອງສະຫະລັດອາເມຣິກາ (ທ້າຍເດືອນ ມີນາ – ມິຖຸນາ) .

ທີ່ມາ: https://www.beartai.com/news/sci-news/504824