ນັກລົງທຶນໄດ້ເລີ່ມກັບເຂົ້າມາລົງທຶນໃນ Bitcoin ETFs ອີກຄັ້ງ, ຫຼັງຈາກທີ່ໄດ້ມີການຊະລໍການລົງທຶນໃນອາທິດທີ່ຜ່ານມາ ເນື່ອງຈາກຄວາມລັງເລຂອງນັກລົງທຶນຫຼັງຈາກທີ່ລາຄາຂອງຫຼຽນໄດ້ມີການປັບຕົວລົງ. ຂໍ້ມູນຈາກການຄົ້ນຄວ້າ BitMEX ສະແດງໃຫ້ເຫັນວ່າ ໃນວັນພະຫັດທີ່ຜ່ານມາ ພົບເຫັນເງິນທຶນໄຫຼເຂົ້າມາໃນກອງທຶນເຫຼົ່ານີ້ເກີນກວ່າ 100 ລ້ານໂດລາສະຫະລັດເປັນມື້ທີສາມຕິດຕໍ່ກັນ.
ໂດຍໃນອາທິດນີ້, ໄດ້ມີເງິນທຶນພຽງ 1 ລ້ານກວ່າໂດລາໄຫຼເຂົ້າໄປໃນກອງທຶນໃນວັນຈັນວານນີ້. ແຕ່ສະຖານະການກັບດີຂຶ້ນຢ່າງໄວວາໃນມື້ຕໍ່ມາ ດ້ວຍການໄຫຼເຂົ້າຂອງເງິນທຶນກວ່າ 418 ລ້ານໂດລາ, ອີງຕາມການລາຍງານຂອງ BitMEX, ໃນວັນພຸດມີການໄຫຼເຂົ້າ 243.4 ລ້ານໂດລາ ແລະ ໃນມື້ວານນີ້ກໍມີເງິນທຶນໄຫຼເຂົ້າ 183 ລ້ານໂດລາ.
ສຳລັບຜະລິດຕະພັນທີ່ນິຍົມຫຼາຍທີ່ສຸດຍັງຄົງເປັນ iShares Bitcoin Trust (IBIT) ຂອງ BlackRock, ເຊິ່ງມີສິນຊັບຫຼາຍທີ່ສຸດພາຍໃຕ້ການຄຸ້ມຄອງໃນບັນດາກອງທຶນ 9 ກອງທຶນ, ໂດຍມີເງິນທຶນໄຫຼເຂົ້າກວ່າ 17,7 ຕື້ໂດລາ.
IBIT ໄດ້ກາຍເປັນທີ່ນິຍົມຫຼາຍຈົນ Larry Fink ຜູ້ບໍລິຫານຂອງ BlackRock Larry Fink ໄດ້ອອກມາກ່າວໃນການສໍາພາດກັບ Fox Business ໃນວັນພຸດນີ້ວ່າ “ບໍ່ຄິດວ່າກອງທຶນຈະປະສົບຜົນສໍາເລັດຫຼາຍກັບນັກລົງທຶນລາຍຍ່ອຍ”.
ເຖິງແມ່ນວ່າກອງທຶນ GBTC ຂອງ Grayscale, ຈະເປັນໜຶ່ງໃນກອງທຶນທີ່ປະສົບກັບການພາວະເງິນທຶນທີ່ໄຫຼອອກຢ່າງຫຼວງຫຼາຍ. ເນື່ອງຈາກວ່າບໍລິສັດ cryptocurrency ລົ້ມລະລາຍໄດ້ຖອນຮຸ້ນຄືນ ແລະ ນັກລົງທຶນກໍໄດ້ຍ້າຍໄປຫາກອງທຶນທີ່ມີຄ່າທໍານຽມຕໍ່າກວ່າ, ແຕ່ກອງທຶນ Bitcoin ETFs ອື່ນໆກັບມີເງິນທຶນໄຫຼເຂົ້າເປັນຈຳນວນຫຼາຍ.
ສົ່ງຜົນໃຫ້ລາຄາຂອງ Bitcoin ເພີ່ມຂຶ້ນຢ່າງຫຼວງຫຼາຍ. ນັບຕັ້ງແຕ່ການອະນຸມັດກອງທຶນເຫຼົ່ານີ້ໃນວັນທີ 11 ມັງກອນ, ລາຄາຊັບສິນໄດ້ເພີ່ມຂຶ້ນເກືອບ 50%.

ໃນຂະນະທີ່ຂຽນ, Bitcoin ໄດ້ມີການຊື້ຂາຍກັນຢູ່ທີ່ 70,282 ໂດລາ, ເຊິ່ງຫຼຸດລົງພຽງເລັກນ້ອຍທີ່ 0.18% ໃນ 24 ຊົ່ວໂມງທີ່ຜ່ານມາ. ອີງຂໍ້ມູນຈາກ Coinmarketcap.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/