Bitcoin ແມ່ນຫຍັງ, ໃຜເປັນຄົນສ້າງ, ສ້າງມາເພື່ອຫຍັງ?


bitcoin
Bitcoin ຄືສະກຸນເງິນດິຈິຕອນທຳອິດຂອງໂລກ, ມີມູນຄ່າສູງທີ່ສຸດໃນຕະຫຼາດ Crypto ແລະ ໃຊ້ເທັກໂນໂລຢີ Blockchain ໃນການບັນທຶກທຸລະກຳ ໂດຍເປັນເທັກໂນໂລຢີເກັບກຳຂໍ້ມູນທີ່ມີຄວາມໜ້າເຊື່ອຖື ແລະ ປອດໄພຫຼາຍ ເພາະມີຫຼັກການເຮັດວຽກແບບ Decentralized ແລະ Bitcoin ຍັງເປັນຕົ້ນແບບໃຫ້ Altcoin (Alternative Coin) ຫຼື ສະກຸນເງິນດິຈິຕອນອື່ນໆ
satoshi
Bitcoin ຖືກສ້າງຂຶ້ນມາໃນປີ 2008 ດ້ວຍນັກພັດທະນາ ທີ່ໃຊ້ນາມສົມມຸດວ່າ “ຊາໂຕຊິ ນາຄາໂມໂຕະ” (Satoshi Nakamoto) ເຊິ່ງປັດຈຸບັນຍັງບໍ່ມີໃຜຮູ້ເລີຍວ່າລາວແມ່ນໃຜ
Bitcoin
ຈຸດປະສົງຂອງ Satoshi ທີ່ສ້າງ Bitcoin ມານັ້ນ ເພື່ອເປັນ ສະກຸນເງິນຂອງປະຊາຊົນ, ເພື່ອໃຊ້ຢ່າງມີອິດສະຫຼະໂດຍບໍ່ມີຕົວກາງ, ໃຫ້ທຸກຄົນສາມາດໃຊ້ໂອນ ແລກປ່ຽນກັນໄດ້ທົ່ວໂລກ ພຽງແຕ່ມີເຄືອຂ່າຍ Internet.
Bitcoin 21$
Bitcoin ຖືກສ້າງຂຶ້ນມາໃຫ້ມີຈຳກັດ 21 ລ້ານຫຼຽນ ເພາະຜູ້ສ້າງ BTC ໄດ້ຄາດການໄວ້ແລ້ວ ຖ້າ Bitcoin ມີຈຳນວນບໍ່ຈຳກັດ ອາດເຮັດໃຫ້ເກີດພາວະເງິນເຟີ້ ແລະ ເຮັດໃຫ້ມູນຄ່າຂອງມັນລົດລົງ
mining
ເຮັດໜ້າທີ່ຄ້າຍຄືກັບນັກກວດສອບບັນຊີ ໃຫ້ກັບ blockchain ວ່າທຸລະກຳທີ່ເຂົ້າມານັ້ນຖືກຕ້ອງ ຫຼື ບໍ່ ສິ່ງທີ່ນັກຂຸດເຮັດກໍຄືການໃຊ້ຄອມພິວເຕີ ສຸ່ມ ຫຼື ເດົາ ຫາ key ເພື່ອເປີດ block ຖ້າຄອມພິວເຕີໃຜສຸ່ມໄດ້ key ກ່ອນກໍຈະໄດ້ BTC ທີ່ເກີດຂຶ້ນມາໃໝ່ເປັນຮາງວັນ ເຊິ່ງປັດຈຸບັນຮາງວັນຂອງນັກຂຸດປະມານ 6,25 btc / 1block
Halving
ເປັນກົດເກນທີ່ຜູ້ສ້າງ bitcoin “ Satoshi Nakamoto ” ໄດ້ກຳນົດຂຶ້ນມາ ໂດຍທຸກໆ 210,000 block ທີ່ສ້າງຂຶ້ນ ຫຼື ປະມານ 4 ປີ ຈະເກີດມີການ Halving ເຊິ່ງກໍຄືການລົດຈຳນວນ “block reward” ທີ່ເປັນເງິນຮາງວັນຂອງນັກຂຸດລົງເຄິ່ງໜຶ່ງ ເຊິ່ງຄ່າຕອບແທນຂອງນັກຂຸດກໍຄື Bitcoin ທີ່ເກີດຂຶ້ນມາໃໝ່ນັ້ນເອງ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/