Bitcoin (BTC) ກໍາລັງສົ່ງສັນຍານຂາຂຶ້ນໂດຍອີງໃສ່ສັນຍານທີ່ເຄີຍເກີດຂຶ້ນໃນອະດີດ. ອີງຕາມຂໍ້ມູນຈາກ Santiment ແພລັດຟອມຂ່າວກອງການຕະຫຼາດ.
ໃນຫົວຂໍ້ໃໝ່ຂອງ Santiment ກ່າວວ່າ ເບິ່ງຄືວ່າສິນຊັບ crypto ອັນດັບຕົ້ນໆຂອງຕະຫຼາດກຳລັງສູນເສຍ momentum ຫຼັງຈາກທີ່ລາຄາເພີ່ມຂຶ້ນສູງເກືອບ 150% ນັບຕັ້ງແຕ່ວັນທີ 15 ເດືອນຕຸລາ 2023 ເປັນຕົ້ນມາ.
Santiment ຍັງສັງເກດເຫັນວ່າໃນອະດີດ ຍິ່ງຜູ້ຄົນມີຄວາມກັງວົນກ່ຽວກັບ BTC ໃນໄລຍະຍາວຫຼາຍຂຶ້ນເທົ່າໃດ, ໂອກາດທີ່ຕະຫຼາດຈະເພິ່ມຂຶ້ນຢ່າງຕໍ່ເນື່ອງກໍຍິ່ງຈະສູງຂຶ້ນເທົ່ານັ້ນ.

ເນື່ອງຈາກແນວໂນ້ມ BTC ທີ່ປ່ຽນແປງໄປຕາມຜູ້ຄົນ, Santiment ກ່າວວ່າ ແນວໂນ້ມຂາຂຶ້ນໃນ Bitcoin ຄວນຈະເປັນຮາກຖານສໍາລັບຄວາມເຊື່ອໝັ້ນທີ່ຍັງຄົງຢູ່ໃນພາວະຂາລົງ.
“ຄວາມເຊື່ອໝັ້ນຂອງຜູ້ຄົນຕໍ່ Bitcoin ແລະ ຕະຫຼາດ crypto ໂດຍທົ່ວໄປໄດ້ສັ່ນຄອນນັບຕັ້ງແຕ່ການປັບຖານຄັ້ງໃຫຍ່ເມື່ອສາມອາທິດທີ່ຜ່ານມາ, ເຖິງແມ່ນວ່າ BTC ຈະເກິດການ halving ໃນອີກສອງອາທິດຂ້າງໜ້າ. ແຕ່ຄວາມເຊື່ອໝັ້ນຂອງນັກເທຣດຍັງສະທ້ອນເຖິງ FUD (Fear, uncertainty, and doubt) ແລະ ຄວາມຄາດຫວັງທີ່ຫຼຸດລົງ
ດ້ວຍລາຄາທີ່ດີດຕົວກັບຂຶ້ນມາທີ່ 69,000 ໂດລາພຽງຊົ່ວຄາວໃນວັນພະຫັດທີ່ຜ່ານມາ. ຕະຫຼາດ bull ທີ່ຄວນໄດ້ຮັບການສະໜັບສະໜູນຍັງຄົງຢູ່ໃນທາງລົບ, ໃນປະຫວັດສາດ ທິດທາງຂອງຕະຫຼາດໄດ້ເຄື່ອນຍ້າຍໄປຢູ່ໃນທິດທາງກົງກັນຂ້າມກັບຄວາມຄາດຫວັງຂອງຝູງຊົນ. ດັ່ງນັ້ນ, ເວລາທີ່ດີທີ່ສຸດທີ່ຈະຊື້ແມ່ນເວລາທີ່ຄົນສ່ວນໃຫຍ່ບໍ່ເຊື່ອວ່າລາຄາຂອງຫຼຽນຈະສືບຕໍ່ເພີ່ມຂຶ້ນໄປຫຼືບໍ່”

Santiment ກ່າວຕໍ່ວ່າ ຕະຫຼາດເຊື່ອວ່າການຫຼຸດລົງຫຼ້າສຸດຂອງ Bitcoin ແມ່ນມີສາເຫດມາຈາກທີ່ລັດຖະບານເທຂາຍ 10,000 BTC ທີ່ຍຶດໄດ້ຈາກຕະຫຼາດມືດອອນລາຍທີ່ປິດໃຫ້ບໍລິການໄປແລ້ວ ແລະ ຄາດວ່າຈະມີການເທຂາຍໃນຈຳນວນທີ່ໃກ້ຄຽງກັນອີກ 4 ຄັ້ງພາຍໃນປີ 2024 ນີ້, ເຊິ່ງໄດ້ສ້າງຄວາມກັງວົນໃຫ້ກັບນັກເທຣດຢ່າງຫຼວງຫຼາຍ. Santiment ກ່າວຕື່ມວ່າລາຄາ BTC ມີໂອກາດທີ່ຈະເພີ່ມຂຶ້ນສູງໄປອີກ ເມື່ອຜູ້ຄົນເລີ່ມມີຄວາມກັງວົນຕໍ່ກັບ Bitcoin ຈໍານວນຫຼວງຫຼາຍຂອງ Silk Road ທີ່ຖືກຢຶດໂດຍລັດຖະບານສະຫະລັດ.

ໃນຂະນະທີ່ຂຽນ, ລາຄາ Bitcoin ໄດ້ກັບມາຢືນເໜືອລະດັບ 69,000 ໂດລາເປັນທີ່ຮຽບຮ້ອຍ ໂດຍມີການຊື້ຂາຍກັນຢູ່ທີ່ 69,232 ໂດລາ, 0.14 % ໃນ 24 ຊົ່ວໂມງທີ່ຜ່ານມາ. ອີງຂໍ້ມູນຈາກ Coinmarketcap.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/