Binance ເວັບເທຣດ Crypto ທີ່ໃຫຍ່ທີ່ສຸດໃນໂລກໄດ້ນຳການປ່ຽນແປງທີ່ສຳຄັນມາສູ່ແພລັດຟອມ Binance Futures. ໂດຍຫຼ້າສຸດ ແພລັດຟອມ Binance Futures ໄດ້ປະກາດວ່າ ພວກເຂົາກໍາລັງກຽມທີ່ຈະ Delist ສັນຍາຖາວອນໃນຄູ່ BUSD ຂອງ Cardano (ADA) ແລະ Polygon (MATIC) ໝາຍຄວາມວ່າຜູ້ໃຊ້ຈະບໍ່ສາມາດເທຣດສັນຍາເຫຼົ່ານີ້ໃນແພລັດຟອມໄດ້ອີກຕໍ່ໄປ ໂດຍຈະເລີ່ມມີຜົນຕັ້ງແຕ່ວັນທີ 17 ເດືອນສິງຫາ 2023 ນີ້ເປັນຕົ້ນໄປ

ແລະເຖິງແມ່ນວ່າຈະບໍ່ທັນມີສາເຫດທີ່ຊັດເຈນວ່າເປັນຫຍັງ Binance ຈຶ່ງຕັດສິນໃຈທີ່ຈະ Delist ສັນຍາ ແຕ່ທາງ Binance ກໍໄດ້ອອກມາປະກາດຢ່າງຊັດເຈນແລ້ວວ່າຈະດໍາເນີນການປິດສັນຍາຄູ່ເທຣດຂອງທັງສອງຫຼຽນນີ້ ແລະ ຍົກເລີກສະຖານະເທຣດໃນສັນຍາຖາວອນຂອງ ADABUSD ແລະ MATICBUSD ທັງໝົດ. ເມື່ອສຳເລັດຕາມຂໍ້ຕົກລົງແລ້ວ ແພລັດຟອມຈະເຮັດການລຶບສັນຍາເຫຼົ່ານີ້ອອກໄປ.
ນອກຈາກນີ້, ໃນການປະກາດຂອງ Binance ຍັງໄດ້ລະບຸເພິ່ມເຕີມອີກວ່າ ຈະມີການປັບ leverage ແລະ ລະດັບ Margin ຂອງສັນຍາຖາວອນທັງ ADABUSD ແລະ MATICBUSD ນັບຕັ້ງແຕ່ວັນທີ 10 ເດືອນສິງຫາ 2023 ເປັນຕົ້ນໄປ. ເບິ່ງຄືວ່າການປະກາດໃນຄັ້ງນີ້ຈະສົ່ງຜົນກະທົບຕໍ່ຜູ້ໃຊ້ໂດຍກົງ ເນື່ອງຈາກພວກເຂົາຕ້ອງການປ່ຽນແຜນໃຫ້ໄວທີ່ສຸດເພື່ອຫຼີກເວັ້ນການຊຳລະບັນຊີອັດຕະໂນມັນໃນແພລັດຟອມ Binance Futures.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/