Binance ການເທຣດ crypto ທີ່ໃຫຍ່ທີ່ສຸດໃນໂລກໄດ້ເປີດເຜີຍແຄມເປນໂປຣໂມຊັນສຳລັບຜູ້ໃຊ້ງານທີ່ບໍ່ໄດ້ຊື້ຂາຍໃນ Binance Spot ພາຍໃນ 90 ມື້ທີ່ຜ່ານມາ, ໂປຣໂມຊັນນີ້ຈະມອບໂອກາດໃນການຮັບສ່ວນແບ່ງໂທເຄັນ FDUSD ໃນຄູປອງມູນຄ່າທັງໝົດ ລວມ 10,000 ໂດລາ.
ບໍ່ວ່າຈະເປັນຜູ້ໃຊ້ທົ່ວໄປ ຫຼື ຜູ້ໃຊ້ແບບພຣີມຽມ ການເຂົ້າຮ່ວມໂປຣໂມຊັນນີ້ໄດ້ໃຫ້ຜົນຕອບແທນທີ່ກຸ້ມຄ່າ. ໂດຍສຳລັບວິທີການເຂົ້າຮ່ວມກໍຄື ຜູ້ໃຊ້ງານທີ່ກົງຕາມເງື່ອນໄຂ 2,000 ຄົນທຳອິດທີ່ຢືນຢັນການເຂົ້າຮ່ວມ ແລະ ເທຣດ crypto ທີ່ກໍານົດໄວ້ ເຊິ່ງມີມູນຄ່າລວມທັງໝົດຢ່າງໜ້ອຍ 100 ໂດລາຈະໄດ້ຮັບບັດຄູປອງ FDUSD ມູນຄ່າ 5 ໂດລາ.

Cryptocurrencies ທີ່ລວມຢູ່ໃນໂປໂມຊັ່ນນີ້ປະກອບມີ: SATS, BOME, Dogecoin (DOGE), Floki Inu (FLOKI), Ordinals (ORDI), Pepe Coin (PEPE), Shiba Inu (SHIB) ແລະ Dogwifhat (WIF) ສະກຸນເງິນເຫຼົ່ານີ້ເປັນຕົວແທນຂອງສິນຊັບທີ່ໄດ້ຮັບແຮງບັນດານໃຈຈາກ meme ຫຼາກຫຼາຍ, ເຊິ່ງແຕ່ລະສະກຸນເງິນມີຈຸດແຂງຂອງຕົນເອງທີ່ດຶງດູດນັກລົງທຶນ crypto.
ໂປຣໂມຊັນນີ້ຖືເປັນສ່ວນໜຶ່ງຂອງກົນລະຍຸດຂອງ Binance ໃນການດຶງດູດຜູ້ໃຊ້ງານທີ່ບໍ່ໄດ້ໃຊ້ງານໃຫ້ກັບມາເທຣດໃນແພັດຟອມອີກຄັ້ງ. ໃນຂະນະດຽວກັນ, ກໍຍັງເປັນການຕໍ່ຍອດກະແສຄວາມນິຍົມຂອງຫຼຽນມີມທີ່ກຳລັງເຕີບໂຕ.
ຍິ່ງໄປກວ່ານັ້ນ, ຄ່າທໍານຽມຈາກການເທຣດຖືເປັນແຫຼ່ງລາຍຮັບຫຼັກໆຂອງແພັດຟອມເທຣດ, ລວມທັງ Binance ໃນປັດຈຸບັນຍັງເປັນແພັດຟອມທີ່ຫຼຽນມີມມີປະລິມານເທຣດຫຼາຍທີ່ສຸດ. ດັ່ງນັ້ນ, ເຖິງແມ່ນວ່າ Binance ຈະແຈກໂທເຄັນທີ່ທຽບເທົ່າກັບ 10,000 ໂດລາ, ແຕ່ສັກກະຍາພາບໃນການເຮັດກໍາໄລຂອງແພັດຟອມນັ້ນກັບມີຫຼາຍກ່ວາ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/