Billie Eilish ຍອມໃສ່ຊຸດຂອງແບຣນ Oscar de la Renta ໃນງານ Met Gala ດ້ວຍເງື່ອນໄຂດຽວ ທາງແບຣນຕ້ອງຢຸດເຮັດຊຸດດ້ວຍຂົນສັດ


ໃນງານ Met Gala ທີ່ຜ່ານມາ ມີສິລະປິນລະດັບໂລກເຂົ້າຮ່ວມເປັນຈຳນວນຫຼາຍ ຕ່າງຄົນກໍນຸ່ງຊຸດທີ່ສວຍງາມ ແລະ ແປກໃໝ່ບໍ່ຄືໃຜ ໜຶ່ງໃນນັ້ນ ກໍແມ່ນນັກຮ້ອງສາວ Pop-Star ຊື່ດັງ ບິລລີ ອາຍລິສ (Billie Eilish) ອາຍຸ 19 ປີ ທີ່ມາພ້ອມກັບຊຸດຣາຕີຍາວ ຂອງແບຣນ Oscar de la Renta ເຊິ່ງເປັນເທື່ອທຳອິດທີ່ນັກຮ້ອງສາວນຸ່ງຊຸດແບຣນນີ້ ໂດຍພາຍໃຕ້ເງື່ອນໄຂດຽວເທົ່ານັ້ນ ກໍຄື ທາງແບຣນຕ້ອງຍຸຕິການເຮັດຊຸດດ້ວຍ “ຂົນສັດ”

ບິລລີ ອາຍລິສ ງົດກິນຊີ້ນສັດມາ 7 ປີແລ້ວ ແລະ ຍັງເປັນກະບອກສຽງຮຽກຮ້ອງສິດທິຂອງສັດ ໃນຖານະຂອງເຍົາວະຊົນຮຸ່ນໃໝ່ມາໂດຍຕະຫຼອດ. ບິລລີ ໄດ້ໂພສລົງໃນ Instagram ສ່ວນຕົວຂອງລາວ ຂອບໃຈທາງແບຣນທີ່ອອກແບບຊຸດທີ່ສວຍງາມໃຫ້ ແລະ ຍັງຍອມຮັບຟັງຄວາມຄິດເຫັນຂອງຕົນເອງ ພ້ອມກັບແທັກຫາຜູ້ອອກແບບຊຸດ ແລະ ທີມງານທັງໝົດຂອງ Osar de la Renta. 

ບິລລີ ບອກວ່າ ສິ່ງດັ່ງກ່າວຍັງສ້າງຄວາມປ່ຽນແປງ ບໍ່ແມ່ນແຕ່ສຳລັບສັດເທົ່ານັ້ນ ມັນຍັງລວມໄປເຖິງໂລກຂອງເຮົາ ແລະ ສິ່ງແວດລ້ອມອີກ. ຕົນເອງນັ້ນ ຮູ້ສຶກເປັນກຽດຫຼາຍ ທີ່ໄດ້ເປັນສ່ວນໜຶ່ງຂອງຂະບວນການດັ່ງກ່າວ, ໄດ້ຮັບການຮັບຟັງ ແລະ ລາວເອງກໍຍັງສົ່ງເສີມໃຫ້ດີໄຊເນີຄົນອື່ນໆເຮັດແບບດຽວກັນອີກພ້ອມ.

ນັບວ່າເປັນສິລະປິນລະດັບໂລກອີກຄົນໜຶ່ງ ທີ່ສະແດງຈຸດຢືນ ອອກມາສະໜັບສະໜູນໃຫ້ຜູ້ຄົນໃສ່ໃຈເລື່ອງສິດທິຂອງສັດ ແລະ ສິ່ງແວດລ້ອມກັນຫຼາຍຂຶ້ນ ບັນດາແຟນຄລັບຂອງ ບິລລີ ອາຍລິສ ຄົງຈະພູມໃຈໃນຕົວນັກຮ້ອງສາວຄົນນີ້ຫຼາຍເລີຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/