Apple ກຳລັງພັດທະນາມືຖືຮຸ່ນຈໍພັບໄດ້ ສ່ວນ iPhone 13 ທີ່ຈະເປີດຕົວໃນປີໜ້າອາດຍັງໃຊ້ Design ເກົ່າຢູ່ແຕ່ໃຊ້ Touch ID ພື້ນໜ້າຈໍ


ຫຼັງຈາກປ່ອຍໃຫ້ Samsung ແລະ HUAWEI ສາຍດ່ຽວໃນການວາງຂາຍມືຖືແບບຈໍພັບມາດົນ ຈົນໃນທີ່ສຸດກໍມີຂ່າວລືອອກມາວ່າ Apple ກຳລັງພັດທະນາມືຖືແບບຈໍພັບຂອງຕົນເອງຢູ່, ສ່ວນ iPhone 13 ທີ່ມີຄິວເປີດຕົວໃນປີໜ້າອາດຈະຍັງໃຊ້ Design ເກົ່າຂອງຮຸ່ນທີ່ຜ່ານມາຢູ່ ແຕ່ມີລຸ້ນວ່າຈະເອົາ Touch ID ກັບມາໃຊ້.

ສຳນັກຂ່າວ Bloomberg ໄດ້ລາຍງານວ່າຕອນນີ້ພາຍໃນ Apple ກຳລັງສົນທະນາກັນເຖິງໂອກາດທີ່ຈະເປີດຕົວ iPhone ຮຸ່ນຈໍພັບ ແຕ່ວ່າຂັ້ນຕອນທັງໝົດຍັງຢູ່ໃນຊ່ວງທຳອິດທີ່ກຳລັງເລີ່ມເທົ່ານັ້ນເອງ ຄາດວ່າການຈະເປີດຕົວແທ້ໆກໍໜ້າຈະອີກໃນຮອບຫຼາຍປີຂ້າງໜ້າ.

ໂດຍແຫຼ່ງຂ່າວເຜີຍວ່າ Apple ໄດ້ຄິດວ່າຈະເຮັດ iPhone ຈໍພັບທີ່ມີຂະໜາດ 6.7 ນິ້ວເທົ່າກັບ iPhone 12 Pro Max.

ອີກທັງ iPhone ຈໍພັບທີ່ວ່າຈະມີຄວາມພິເສດເໜືອກວ່າມືຖືຈໍພັບຮຸ່ນອື່ນໆໃນປັດຈຸບັນບ່ອນວ່າຕົວບານພັບຈະຖືກເກັບໄວ້ເປັນຢ່າງດີ ເພື່ອໃຫ້ໄດ້ຕົວເຄື່ອງທີ່ສວຍງາມທີ່ສຸດຄ້າຍຄືກັບ Samsung Z Flip ຂອງ Samsung ນັ້ນເອງ.

ແຕ່ເຖິງຢ່າງໃດກໍຕາມ ຍັງບໍ່ມີລາຍລະອຽດວ່າ Apple ຈະເຮັດແນວໃດກ່ຽວກັບ iPhone ຈໍພັບທີ່ວ່າມານີ້ ຈະເອົາມາແທນ iPhone Series ປັດຈຸບັນເລີຍບໍ່? ຫຼືວ່າ ຕັ້ງເພີ່ມຂຶ້ນມາອີກ Series ຄືກັບ Samsung ອີກທັງໃນເລື່ອງຂອງລາຄາກໍຕ້ອງລໍຖ້າຕິດຕາມກັນຕໍ່ໄປ.

ສ່ວນຂອງ iPhone 13  ທາງສຳນັກຂ່າວໄດ້ລາຍງານວ່າ Design ຈະບໍ່ມີອີຫຍັງປ່ຽນແປງຫຼາຍຄ້າຍໆກັບ iPhone 12  ປັດຈຸບັນ ແຕ່ອາດຈະມີ Touch ID ຫຼຶ ເຊັນເຊີສະແກນລາຍນິ້ວມືລຸ່ມໜ້າຈໍໃໝ່ມາໃຫ້ ເນື່ອງຈາກປັດຈຸບັນ Face ID ຖືວ່າບໍ່ຄ່ອຍມີປະສິດທິພາບປານໃດ ເພາະທຸກຄົນຕ່າງກໍຕ້ອງໃສ່ໜ້າກາກອອກຈາກບ້ານນັ້ນເອງ.

ຂອບໃຈຂໍ້ມູນຈາກ: