ADB ປັບຫຼຸດຄາດການເຕີບໂຕດ້ານເສດຖະກິດ ສປປ ລາວ ລົງ ຈາກແຮງກົດດັນທາງເສດຖະກິດທີ່ເພີ່ມຂຶ້ນ ແລະ ການອ່ອນຄ່າຂອງເງິນກີບ


ທະນາຄານພັດທະນາອາຊີ (ADB) ໄດ້ເຜີຍແຜ່ບົດລາຍງານ ກ່ຽວກັບ ເສດຖະກິດຂອງ ສປປ ລາວ ໂດຍໄດ້ປັບຫຼຸດຄາດການເຕີບໂຕດ້ານເສດຖະກິດ ສປປ ລາວ ລົງ ເນື່ອງຈາກການຄາດຄະເນການເຕີບໂຕຂອງເສດຖະກິດ ສປ ຈີນ ຕໍ່າກວ່າທີ່ຄາດຄະເນໄວ້ ປະກອບກັບສະພາບອາກາດທີ່ບໍ່ເອື້ອອຳນວຍຈາກລະດູຝົນທີ່ບໍ່ມາຕາມລະດູການ ແລະ ຄວາມກົດດັນຕໍ່ເສດຖະກິດມະຫາພາກທີ່ເພີ່ມຂຶ້ນ ຈາກຄວາມບໍ່ຍືນຍົງຂອງໜີ້ສາທາລະນະ ແລະ ການອ່ອນຄ່າຂອງເງິນກີບ.

ບົດລາຍງານການຄາດຄະເນການພັດທະນາຂອງອາຊີ ສະບັບເດືອນກັນຍາ 2023 ເຊິ່ງເປັນບົດລາຍງານສະບັບປັບປຸງຂອງ ADB, ໄດ້ຫຼຸດອັດຕາການຄາດຄະເນການເຕີບໂຕຂອງ ສປປ ລາວ ໃນປີ 2023 ລົງມາທີ່ 3,7%, ຈາກອັດຕາທີ່ໄດ້ຄາດຄະເນໄວ້ກ່ອນໜ້ານີ້ທີ່ 4,0%. ການຄາດຄະເນອັດຕາການເຕີບໂຕຂອງປີ 2024 ແມ່ນຍັງຮັກສາໄວ້ຢູ່ທີ່ 4,0%. ຄາດວ່າອັດຕາເງິນເຟີ້ ຍັງຄົງຈະຢູ່ໃນລະດັບສູງຈົນຮອດທ້າຍປີນີ້ ເຊິ່ງຈະເຮັດໃຫ້ອັດຕາເງິນເຟີ້ສະເລ່ຍເພີ່ມຂຶ້ນເຖິງ 28%. ການປັບລາຄາທີ່ຕິດພັນກັບອ່ອນຄ່າຂອງເງິນກີບ ຈະຍັງຮັກສາອັດຕາເງິນເຟີ້ສູງໃນປີ 2024 ໃນອັດຕາ 10%.

ທ່ານ ນາງ ໂຊໂນມິ ທະນາກະ ຫົວໜ້າສຳນັກງານ ADB ປະຈໍາ ສປປ ລາວ ໄດ້ໃຫ້ຮູ້ວ່າ: “ການເພີ່ມຂຶ້ນຂອງລາຄາອາຫານ ໄດ້ສົ່ງຜົນກະທົບຕໍ່ກຳລັງຊື້ຂອງຄົວເຮືອນ ເຊິ່ງຫຼາຍຄອບຄົວ ອາດສູ້ຊົນໃນການຫຼຸດການບໍລິໂພກອາຫານລົງ,” ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ: “ການຄຸ້ມຄອງເສດຖະກິດມະຫາພາກຢ່າງມີປະສິດຕິພາບ ລວມທັງການປະສານງານລະຫວ່າງນະໂຍບາຍເງິນຕາ ແລະ ງົບປະມານທີ່ເຂັ້ມແຂງກວ່າເກົ່າ ແມ່ນເປັນສິ່ງທີ່ຮີບດ່ວນໃນການແກ້ໄຂບັນດາສິ່ງທ້າທາຍດ້ານເສດຖະກິດ ແລະ ການເງິນຂອງປະເທດ.”

ການອ່ອນຄາຂອງເງິນກີບ ແລະ ອັດຕາເງິນເຟີ້ທີ່ສູງ ສົ່ງຜົນກະທົບຕໍ່ການໃຊ້ຈ່າຍຂອງຄົວເຮືອນໃນເຄິ່ງທຳອິດຂອງປີ 2023. ຫຼັງຈາກເງິນກີບອ່ອນຄ່າເຄິ່ງໜຶ່ງ ເມື່ອທຽບໃສ່ເງິນໂດລາ ແລະ 44% ທຽບໃສ່ເງິນບາດໃນປີ 2022, ເງິນກີບ ຍັງສືບຕໍ່ອ່ອນຄ່າ 13,6% ເມື່ອທຽບໃສ່ເງິນໂດລາ ແລະ 14,8% ທຽບກັບເງິນບາດ ແຕ່ເດືອນມັງກອນ ຫາ ເດືອນສິງຫາ ຂອງປີ 2023.

ອັດຕາເງິນເຟີ້ ຍັງຢູ່ໃນລະດັບສູງ ເຊິ່ງຂຶ້ນຮອດຈຸດສູງສຸດ 41,3% ປີຕໍ່ປີ ໃນເດືອນກຸມພາ ກ່ອນທີ່ຈະຄ່ອຍໆຫຼຸດລົງມາຢູ່ທີ່ 25,9% ໃນເດືອນສິງຫາ. ອັດຕາເງິນເຟີ້ຂອງໝວດສະບຽງອາຫານ ແມ່ນສູງກວ່າອັດຕາສະເລ່ຍ 45,6% ໃນ 8 ເດືອນຕົ້ນປີ 2023 ເນື່ອງຈາກອາຫານທີ່ນໍາເຂົ້າ ແລະ ຕົ້ນທຶນການຜະລິດທີ່ສູງຂຶ້ນຂອງຜະລິດຕະພັນນຳເຂົ້າເພື່ອການຜະລິດກະສິກຳ.

ໃນຂະນະທີ່ ໜີ້ສິ້ນສາທາລະນະ ຍັງຢູ່ໃນລະດັບສູງ ເມື່ອທຽບໃສ່ GDP ແຕ່ໜີ້ສິນສາທາລະນະ ແມ່ນບໍ່ມີຄວາມຍືນຍົງ. ການແກ້ໄຂບັນຫາທ້າທາຍທາງດ້ານໜີ້ສິນຂອງປະເທດ ຈະຮຽກຮ້ອງຄວາມພະຍາຍາມຂອງທຸກພາກສ່ວນ ໂດຍສະເພາະໃນພາກລັດ ເພື່ອເຮັດໃຫ້ການປະຕິບັດການສະໜອງທຶນສາທາລະນະມີຄວາມໂປ່ງໃສ ແລະ ຍືນຍົງຫຼາຍຂຶ້ນ.

https://www.facebook.com

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/