ໃນວັນພຸດ ທີ 24 ພະຈິກທີ່ STOCKHOLM ປະເທດ ສະວີເດັນ ໄດ້ມີການແຕ່ງຕັ້ງຜູ້ນໍາຄົນໃໝ່ ແລະ ເປັນຜູ້ນຳຍິງຄົນທຳອິດຂອງສະວີເດັນ ເຊິ່ງນາຍົກລັດຖະມົນຕີຄົນໃໝ່ນີ້ມີ ຊື່ວ່າ Magdalena Andersson ທີ່ມາຈາກພັກ Social Democrat ແຕ່ຫຼັງຈາກຂື້ນຮັບຕຳແໜ່ງບໍ່ຮອດ 10 ຊົ່ວໂມງ ກໍໄດ້ປະກາດລາອອກ.

ນາຍົກ Magdalena Andersson ກ່າວໃນງານຖະແຫຼງຂ່າວຕໍ່ໜ້າປະທານສະພາວ່າ ລາວຕ້ອງການທີ່ຈະຂໍລາອອກຈາກຕຳແໜ່ງນາຍົກລັດຖະມົນຕີ ເຊິ່ງການລາອອກໃນຄັ້ງນີ້ເກີດຂຶ້ນຫຼັງຈາກທີ່ພັກ Green ໄດ້ປະກາດຂໍລາອອກຈາກການເປັນພັກຮ່ວມລັດຖະບານ ເນື່ອງຈາກທາງລັດຖະບານບໍ່ສາມາດລົງມະຕິຜ່ານຮ່າງງົບປະມານໄດ້. ກ່ອນໜ້ານີ້ທາງພັກ Green ມີເງື່ອນໄຂວ່າຈະສະໜັບສະໜູນໃຫ້ Andersson ເປັນນາຍົກ ຫາກມີນະໂຍບາຍເພີ່ມງົບໃນສ່ວນຂອງເງິນບໍານານລົງໄປໃນງົບປະມານປະຈໍາປີ 2022.

ໂດຍຮ່າງງົບປະມານຂອງລັດຖະບານທີ່ບໍ່ຜ່ານນີ້ ແມ່ນມາຈາກການຖືກຕີຕົກດ້ວຍຄະແນນສຽງ 154-143 ແລະ ໄດ້ຜ່ານຮ່າງງົບປະມານຂອງພັກຝ່າຍຄ້ານແທນ ໂດຍໜຶ່ງໃນພັກຝ່າຍຄ້ານແມ່ນພັກປະຊາທິປະໄຕສະວີເດັນ ເຊິ່ງເປັນພັກອັນດັບສາມຂອງປະເທດ ແລະ ເປັນພັກປະຊານິຍົມຝ່າຍຂວາທີ່ມີຕົ້ນກຳເນີດມາຈາກການເຄື່ອນໄຫວຂອງລັດທິນາຊີ (neo-Nazi movement).
ເຖິງວ່າພັກ Green ຈະຖອນຕົວອອກຈາກການເປັນພັກຮ່ວມລັດຖະບານເນື່ອງຈາກລັດຖະສະພາບໍ່ຜ່ານຮ່າງງົບປະມານ ແຕ່ທາງພັກ Social Democrat ກໍໄດ້ບອກວ່າ ຈະສະໜັບສະໜູນໃຫ້ Andersson ເປັນລັດຖະມົນຕີອີກຄັ້ງໃນການລົງຄະແນນສຽງຄັ້ງໜ້າ.

ສະວິເດັນເປັນປະເທດໜຶ່ງໃນຢູໂຣບທີ່ເວົ້າໄດ້ວ່າມີຄວາມກ້າວໜ້າທາງດ້ານຄວາມເທົ່າທຽມ ແຕ່ຍັງບໍ່ເຄີຍມີຜູ້ນຳປະເທດທີ່ເປັນຜູ້ຍິງມາກ່ອນໃນປະຫວັດສາດການເມືອງ ເຊິ່ງ Andersson ກໍຖືວ່າ ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຍິງຂອງປະເທດ. ໂດຍ Andersson ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງແທນ Stefan Lofven ອະດີດຫົວໜ້າພັກ Social Democrat ແລະ ນາຍົກລັດຖະມົນຕີສະວີເດັນ. ໃນຕອນນີ້ Stefan Lofven ແມ່ນດໍາລົງຕໍາແໜ່ງຮັກສາການນາຍົກລັດຖະມົນຕີ ຫຼັງຈາກລາອອກເມື່ອວັນທີ 10 ພະຈິກທີ່ຜ່ານມານີ້.
ນອກຈາກນີ້ Andersson ກ່າວວ່າ ໄດ້ແຈ້ງຕໍ່ Andreas Norlén ປະທານສະພາແລ້ວວ່າ ລາວຫວັງວ່າຈະໄດ້ຮັບການແຕ່ງຕັ້ງເພື່ອກັບມາຮັບຕໍາແໜ່ງນາຍົກລັດຖະມົນຕີອີກຄັ້ງ ແລະ ພ້ອມທີ່ຈະຮັບຕໍາແໜ່ງນາຍົກລັດຖະມົນຕີໃນຖານະຫົງໜ້າລັດຖະບານພັກດຽວ (ເຊິ່ງເມື່ອກ່ອນ Andersson ຈະເປັນລັດຖະບານສຽງຂ້າງນ້ອຍທີ່ມີພຽງສອງພັກ). ສ່ວນທາງ Andreas Norlén ກໍໄດ້ບອກວ່າຈະຕິດຕໍ່ຫາຫົວໜ້າທັງແປດພັກເພື່ອປຶກສາຫາລືເຖິງປະເດັນນີ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/