ໃນວັນທີ 26 ກຸມພາ ທີ່ຜ່ານມາ ອາສາສະໝັກໄວໜຸ່ມຈາກວຽງຈັນ ຈຳນວນ 15 ຄົນພ້ອມດ້ວຍຄະນະຈາກໂຄງການອາສາສະໝັກ “P2P Tutoring Program” ໄດ້ລົງສະໜາມ ອອກເດີນທາງໄປເຜີຍແຜ່ກິດຈະກຳ ແລະ ແລກປ່ຽນບົດຮຽນກັບໄວໜຸ່ມຫຼວງພະບາງ.

P2P Tutoring Program ໂຄງການອາສາສະໝັກສອນພາສາອັງກິດແບບເພື່ອນສອນເພື່ອນ ໄດ້ດຳເນີນການສອນພາສາອັງກິດຟຣີໃຫ້ແກ່ບຸກຄົນທີ່ສົນໃຈ ຢາກປູພື້ນຖານພາສາອັງກິດໃຫ້ແໜ້ນ ໂດຍບໍ່ຈຳກັດອາຍຸຂອງຜູ້ຮຽນ ທີ່ສູນອາເມຣິກາທາດດຳ (American Center Thatdam) ໂຄງການນີ້ໄດ້ດຳເນີນມາຕັ້ງແຕ່ປີ 2017 ຈົນເຖິິງປັດຈຸບັນແມ່ນໄດ້ດຳເນີນມາເຖິງ 8 ພາກຮຽນແລ້ວ.

ທີ່ຜ່ານມາ ໂຄງການ P2P ນີ້ ໄດ້ດຳເນີນການສອນໃນຫຼາຍໆຮູບແບບໃຫ້ແກ່ໄວໜຸ່ມ ບໍ່ວ່າຈະເປັນການສອນແບບຕົວຕໍ່ຕົວ, ສອນແບບຫ້ອງໃຫຍ່ ແລະ ຍັງມີການສອນອອນລາຍ ຜ່ານວີດີໂອ ແລະ ພອດແຄັສເທິງໜ້າເຟສບຸກທີ່ຊື່ວ່າ “P2P”
ຫຼ້າສຸດ ອາສາສະໝັກໄວໜຸ່ມຂອງ P2P ໄດ້ເດີນທາງໄປເຜີຍແຜ່ໂຄງການ, ແລກປ່ຽນບົດຮຽນການດຳເນີນກິດຈະກຳ, ການດຳເນີິນໂຄງການ, ປະສົບການການສິດສອນທີ່ຜ່ານມາ ພ້ອມທັງເຝິກອົບຮົມການຈັດຕັ້ງກຸ່ມອາສາ ແລະ ການຈັດຕັ້ງໂຄງການ ໃຫ້ແກ່ນ້ອງໆ ແລະ ບັນດາໄວໜຸ່ມ ທີ່ນະຄອນຫຼວງພະບາງ ເປັນເວລາ 4 ວັນ, ຕັ້ງແຕ່ວັນທີ 26 ກຸມພາເຖິງ 1 ມີນາ ແລະ ນອກຈາກນີ້ ທາງທີມງານເອງກໍຍັງໄດ້ມີການວາງແຜນການສິດການສອນຂອງໂຄງການ P2P ເອງໃນສົກຮຽນຕໍ່ໄປອີກດ້ວຍ.

ເອີ້ນໄດ້ວ່າ ການພົບປະຄັ້ງນີ້ທາງທີມງານໄດ້ມີການພົບປະບັນດາໄວໜຸ່ມຫຼວງພະບາງຈາກຫຼາຍກຸ່ມໃນຫຼາກຫຼາຍບ່ອນ ທັງກຸ່ມນ້ອງໆມັດທະຍົມ, ກຸ່ມນັກສຶກສາ ທີ່ American Corner ຫໍສະໝຸດແຂວງພະບາງ, ຫໍສະໝຸດຂອງຂ້ອຍ ແລະ ວິທະຍາໄລເຕັກນິກນະຄອນຫຼວງພະບາງ ທັງນີ້ກໍເພື່ອເປັນການສົ່ງຕໍ່ແຮງບັນດານໃຈ ແນໃສ່ເສີມຂະຫຍາຍກິດຈະກຳອາສາສະໝັກໄວໜຸ່ມໃນແຂວງຫຼວງພະບາງ ແລະ ສົ່ງເສີມຜູ້ນຳໄວໜຸ່ມໃຫ້ກ້າລິເລີ່ມຈັດຕັ້ງກິດຈະກຳສັງຄົມຫຼາຍຂຶ້ນ.






ພາບ: P2P