ShibaSwap ແພລັດຟອມ decentralized exchange (DEX) ຂອງ Shiba Inu ໄດ້ເປີດຕົວຢ່າງເປັນທາງການແລ້ວໃນ Shibarium. ໂດຍແພລັດຟອມ DEX ຈະສາມາດໃຊ້ງານໄດ້ທັງໃນ Ethereum ແລະ Shibarium, ເຊິ່ງເປັນໂຊລູຊັນການປັບຂະໜາດ Layer-2 ຂອງໂຄງການທີ່ສຸມໃສ່ການເຮັດທຸລະກໍາທີ່ໄວ ແລະ ລາຄາຖືກ.
ສຳລັບຄຸນສົມບັດໃໝ່ໃນ ShibaSwap ເວີຊັນ Shibarium ຈະມີດັ່ງນີ້:
- ສ້າງ liquidity pool ໃໝ່: ຜູ້ໃຊ້ສາມາດສ້າງ liquidity pool ສະພາບຄ່ອງໃໝ່ເພື່ອຮັບຮາງວັນ.
- Exchange Token ໃນ Shibarium: ຮອງຮັບການແລກປ່ຽນ tokens ໃນເຄືອຂ່າຍ Shibarium.
- ຮັບຄ່າທຳນຽມດ້ານສະພາບຄ່ອງ: ຜູ້ໃຫ້ບໍລິການດ້ານສະພາບຄ່ອງໄດ້ຮັບຮາງວັນຈາກຄ່າທຳນຽມການແລກປ່ຽນ.
- Discovery Graph: ຊອກຫາ Token ໃໝ່ ແລະ ກໍາລັງມາແຮງ.
- ສິນຊັບໃໝ່ໆ: ເພີ່ມສິນຊັບໃໝ່ໆເຂົ້າສູ່ ShibaSwap.
ກົນລະຍຸດເພື່ອເພີ່ມມູນຄ່າຫຼຽນ:
ທີມງານ ShibaSwap ມຸ່ງໝັ້ນທີ່ຈະເພີ່ມມູນຄ່າຂອງຫຼຽນ LP (Liquidity Provider), ເຊິ່ງຈະສົ່ງຜົນດີຕໍ່ຊຸມຊົນ yield farming. ໂດຍກົນລະຍຸດນີ້ຈະລວມເຖິງການເຮັດທຸລະກໍາໃນ Shibarium ຈະເຜົາຫຼຽນ SHIB, ເພື່ອຫຼຸດຜ່ອນຈໍານວນຫຼຽນທີ່ໄຫຼວຽນຢູ່ ແລະ ອາດຈະເຮັດໃຫ້ລາຄາຫຼຽນເພີ່ມຂຶ້ນ.
ນອກຈາກນີ້, ການເຊື່ອມໂຍງ ShibaSwap ເຂົ້າກັບແພລັດຟອມອື່ນໆຈະເພີ່ມການນໍາໃຊ້ ແລະ ມູນຄ່າຫຼຽນອີກດ້ວຍ.
ປະຕິກິລິຍາຂອງຊຸມຊົນ:
ຊຸມຊົນ Shiba Inu ຕ່າງກໍຄາດຫວັງກັບການພັດທະນາເຫຼົ່ານີ້, ລາຄາຫຼຽນ SHIB ເພີ່ມຂຶ້ນ 2.8% ໃນ 24 ຊົ່ວໂມງທີ່ຜ່ານມາ ແລະ ລາຄາຂອງຫຼຽນ BONE ເພີ່ມຂຶ້ນ 4.7%.
ການເປີດຕົວ ShibaSwap ໃນ Shibarium ພ້ອມກັບຄຸນລັກສະນະໃໝ່ໆ ແລະ ກົນລະຍຸດທີ່ຊັດເຈນ ໄດ້ສ້າງແຮງຈູງໃຈໃນທາງບວກຕໍ່ລາຄາຫຼຽນ Shiba Inu. ຊຸມຊົນ Shiba Inu ຕ່າງກໍຈັບຕາເບິ່ງການຂະຫຍາຍຕົວຂອງລະບົບນິເວດ ShibaSwap ໃນ Shibarium ຢ່າງໃກ້ຊິດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/