ລັດຖະບານແຫ່ງ ສປປ ລາວ ຕັ້ງເປົ້າດຶງດູດນັກທ່ອງທ່ຽວ 6,2 ລ້ານເທື່ອຄົນ, ໃນປີທ່ອງທ່ຽວລາວ 2024 ຄາດຈະສ້າງລາຍຮັບເຂົ້າປະເທດຈາກການທ່ອງທ່ຽວໃນປີໜ້ານີ້ໄດ້ຫຼາຍກວ່າ 1,3 ຕື້ໂດລາສະຫະລັດ.
ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວໃນກອງປະຊຸມ ລາຍງານສະຫຼຸບວຽກງານປະຈຳປີ 2023 ແລະ ແຜນການປີ 2024 ຂອງກະຊວງ ເມື່ອບໍ່ດົນມານີ້ວ່າ: ກະຊວງຫວັງວ່າ ຈະມີນັກທ່ອງທ່ຽວທັງລາວ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວລາວ ຫຼາຍກວ່າ 6,2 ລ້ານຄົນ ໃນປີ 2024 ໂດຍຈະໃຊ້ງົບປະມານໃນການທ່ອງທ່ຽວ, ຄ່າທີ່ພັກ, ອາຫານ ແລະ ອື່ນໆຫຼາຍກວ່າ 1,3 ຕື້ໂດລາສະຫະລັດ.
ໃນນັ້ນ, ຄາດວ່າຈະມີນັກທ່ອງທ່ຽວລາວຫຼາຍກວ່າ 2,2 ລ້ານຄົນ, ໃຊ້ງົບປະມານ 368 ລ້ານໂດລາສະຫະລັດ, ນັກທ່ອງທ່ຽວຕ່າງປະເທດອີກເກືອບ 4 ລ້ານຄົນ ແລະ ຈະໃຊ້ຈ່າຍຫຼາຍກວ່າ 1 ຕື້ໂດລາສະຫະລັດ.
ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ວຽກງານຂອງກະຊວງ ໄດ້ປະສົບຜົນສຳເລັດໃນຫຼາຍດ້ານ ໃນ 1 ປີຜ່ານມາ, ແຕ່ມີຈຸດອ່ອນບາງອັນເປັນອຸປະສັກຕໍ່ຄວາມຄືບໜ້າຂອງແຜນພັດທະນາ.
ເພື່ອບັນລຸເປົ້າໝາຍຈຳນວນນັກທ່ອງທ່ຽວ, ທາງກະຊວງທີ່ມີແຜນຈະໂຄສະນາປີທ່ອງທ່ຽວລາວເປັນພາສາລາວ, ອັງກິດ ແລະ ຈີນ ແລະ ຜະລິດແຜ່ນພັບຂໍ້ມູນຂ່າວສານການທ່ອງທ່ຽວເພື່ອແຈກຢາຍໃຫ້ນັກທ່ອງທ່ຽວ.
ໂດຍທາງກະຊວງຍັງວາງແຜນທີ່ຈະຈັດການຢ້ຽມຢາມບາງສະຖານທີ່ທ່ອງທ່ຽວຂອງປະເທດໃຫ້ກັບ ຜູ້ທີ່ມີອິດທິພົນໃນສັງຄົມໂລກອອນລາຍ ຫຼື ຮູ້ຈັກກັນວ່າ Influencer ແລະ ຫວັງວ່າເຂົາເຈົ້າຈະຊ່ວຍໂຄສະນາສະຖານທີ່ຕ່າງທີ່ພວກເຂົາໄປ ລົງໃນພື້ນທີ່ໃນອອນລາຍຂອງພວກເຂົາ.
ປີ 2023 ມີນັກທ່ອງທ່ຽວຕ່າງປະເທດ 3,4 ລ້ານເທື່ອຄົນມາທ່ຽວລາວ, ເພີ່ມຂຶ້ນ 164% ເມື່ອທຽບໃສ່ປີ 2022.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/