ອົງການເພື່ອຄວາມຮ່ວມມື ແລະ ການພັດທະນາເສດຖະກິດ (OECD) ລາຍງານທ່າອ່ຽງເສດຖະກິດໂລກທີ່ເຜີຍແຜ່ເມື່ອບໍ່ດົນມານີ້ວ່າ ຕົ້ນທຶນຂົນສົ່ງສິນຄ້າທີ່ເພີ່ມສູງຂຶ້ນຈກຄວາມບໍ່ແນ່ນອນ ແລະ ຄວາມບໍ່ສະຫງົບໃນທະເລແດງ ຈະຂັດຂວາງ ແລະ ເພີ່ມຄວາມຫຍຸ້ງຍາກໃຫ້ປະເທດຕ່າງໆ ທົ່ວໂລກທີ່ກຳລັງຕໍ່ສູ້ກັບໄພເງິນເຟີ້.
ໂດຍ OECD ປະເມີນວ່າ ອັດຕາຄ່າຂົນສົ່ງທາງເຮືອທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍເມື່ອບໍ່ດົນມານີ້ ຈະເຮັດໃຫ້ເງິນເຟີ້ຈາກລາຄານຳເຂົ້າໃນ 38 ປະເທດສະມາຊິກຂອງ OECD ເພີ່ມຂຶ້ນສະເລ່ຍ 5% ຖ້າສະຖານະການຍັງເປັນແບບນີ້ຕໍ່ໄປ ອາດເພີ່ມ 0,4% ໃຫ້ກັບລາຄາໂດຍລວມທີ່ເພີ່ມຂຶ້ນຫຼັງຈາກຜ່ານໄປ 1ປີ.
ໃນທ້າຍປີ 2023, ຕັ້ງແຕ່ເກີດຄວາມບໍ່ສະຫງົບໃນຕາເວັນອອກກາງ ບັນດາບໍລິສັດຂົນສົ່ງທີ່ສຳຄັນໄດ້ເລີ່ມປ່ຽນເສັ້ນທາງຂອງເຮືອ ອອກຈາກຄອງ ຊູເອັດ ຂອງ ອີຢິບ ທີ່ເສັ້ນທາງການຄ້າທີ່ໄວທີ່ສຸດລະຫວ່າງຢູໂຣບ ແລະ ອາຊີ. ເຮືອຂົນສົ່ງສິນຄ້າຕ່າງໆ ຕ້ອງໃຊ້ເສັ້ນທາງ Cape of Good Hope ທີ່ຍາວກວ່າ ເພາະຕ້ອງອ້ອມຊາຍຝັ່ງພາກໃຕ້ຂອງອາຟຣິກາ. ເຊິ່ງຈະເພີ່ມເວລາເດີນທາງລະຫວ່າງ 30% – 50%, ສົ່ງຜົນກະທົບຕໍ່ຈໍານວນເຮືອຂົນສົ່ງໃນຕະຫຼາດໂລກ.
ທ່ານ Clare Lombardelli ຫົວໜ້ານັກເສດຖະສາດຂອງ OECD ກ່າວວ່າ ວິກິດຄັ້ງນີ້ຖືເປັນຄວາມສ່ຽງຕໍ່ອັດຕາເງິນເຟີ້ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໂດຍທ່ານກ່າວວ່າ: “ທະເລແດງເປັນສິ່ງທີ່ຄວນຕິດຕາມຢ່າງໃກ້ຊິດ. ເນື່ອງຈາກວ່າມັນສະທ້ອນໃຫ້ເຫັນຢ່າງຊັດເຈນວ່າອັດຕາການຂົນສົ່ງໄດ້ເພີ່ມຂຶ້ນ ເຊິ່ງຖ້າມັນບານປາຍ ໂລກຈະເຂົ້າສູ່ສະພາບເງິນເຟີ້. ຜົນກະທົບຕໍ່ລາຄາສິນຄ້າ ມັນສົ່ງຜົນກະທົບຕໍ່ຄ່າຄອງຊີບ, ເຖິງແມ່ນວ່າໃນເວລານີ້ພວກເຮົາບໍ່ຄິດວ່າມັນຈະໄປຮອດຈຸດນັ້ນກໍຕາມ”.
ນອກຈາກນີ້, ວິກິດການທະເລແດງໄດ້ເຮັດໃຫ້ຕະຫຼາດນ້ຳມັນໂລກປ່ຽນແປງ. ບັນດາປະເທດນຳເຂົ້າກຳລັງຊອກຫານ້ຳມັນເຊື້ອໄຟຈາກທ້ອງຖິ່ນຫຼາຍຂື້ນ ເພື່ອຫຼີກເວັ້ນ ແລະ ຫຼຸດຜ່ອນຄວາມສ່ຽງທີ່ອາດເກີດຂຶ້ນ, ຕົວຢ່າງ, ອິນເດຍ ແລະ ເກົາຫຼີໃຕ້ ຕ້ອງກະຈາຍ ຄວາມສ່ຽງຂອງການຂົນສົ່ງນ້ໍາມັນ ແລະ ຕ້ອງຍອມຈ່າຍກັບລາຄາທີ່ສູງຂຶ້ນນຳອີກ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/