ສຳນັກງານວິໄຈເສດຖະກິດມະຫາພາກ ປະຈຳພາກພື້ນອາຊຽນ+3 (AMRO) ທີ່ມີສະມາຊິກ ອາຊຽນ 10 ປະເທດ ບວກກັບ ຈີນ, ຍີ່ປຸ່ນ ແລະ ເກົາຫຼີໃຕ້ ຄາດວ່າປີນີ້ ເສດຖະກິດ Asean+3 ຈະເຕີບໃຫຍ່ຢ່າງເຂັ້ມແຂງ ໂດຍຄາດວ່າຈະມີການເຕີບໂຕທາງເສດຖະກິດໃນປີ 2024 ນີ້ເຖິງ 4,5% ເນື່ອງຈາກອຸປະສົງພາຍໃນປະເທດທີ່ເຂັ້ມແຂງ ອັດຕາເງິນເຟີ້ລະດັບປານກາງ ແລະ ການຄ້າທີ່ມີການພັດທະນາຢ່າງຕໍ່ເນື່ອງ.
ນອກຈາກນີ້ AMRO ຍັງຕັ້ງຂໍ້ສັງເກດວ່າມີແຮງກົດດັນເພື່ອໃຫ້ລາຄາສິນຄ້າຫຼຸດລົງຢ່າງຕໍ່ເນື່ອງທົ່ວທັງກຸ່ມປະເທດໃນສະມາຊິກ ອາຊຽນ ສະທ້ອນໃຫ້ເຫັນເຖິງທ່າອ່ຽງຂອງລາຄາສິນຄ້າອຸປະໂພກທົ່ວໂລກ. ນອກນີ້, ອັດຕາເງິນເຟີ້ໃນປີນີ້ໃນພາກພື້ນອາຊຽນ+3, ທີ່ບໍ່ລວມ ສປປ ລາວ ແລະ ມຽນມາ ຄາດວ່າຈະຢູ່ລະດັບປານກາງ 2,6% ຈາກປະມານ 2,8% ໃນປີ 2023.
ຢ່າງໃດກໍຕາມ, AMRO ເນັ້ນໜັກວ່າຍັງມີຄວາມສ່ຽງຕໍ່ການເພີ່ມຂື້ນອີກຂອງອັດຕາເງິນເຟີ້ ແລະ ອັດຕາເງິນເຟີ້ພື້ນຖານໃນຫຼາຍປະເທດຍັງຢູ່ໃນລະດັບສູງ.
ທ່ານ Hoe Ee Khor, ຫົວໜ້ານັກເສດຖະສາດຂອງ AMRO ກ່າວວ່າ ການຟື້ນຕົວທາງດ້ານເຕັກໂນໂລຊີຂອງໂລກສາມາດຮັບຮູ້ໄດ້ ຈາກປະສິດທິພາບຂອງການສົ່ງອອກ ໃນພາກພື້ນ. ແຕ່ການສົ່ງອອກທີ່ບໍ່ກ່ຽວຂ້ອງກັບເຕັກໂນໂລຊີຍັງມີການຟື້ນຕົວຊ້າ ເຊິ່ງເປັນເຫດຜົນທີ່ວ່າການສໍາຫຼວດຄວາມເຊື່ອໝັ້ນດ້ານການຜະລິດເມື່ອບໍ່ດົນມານີ້ ຈຶ່ງໄດ້ຮັບຄໍາຕອບທີ່ຫຼາກຫຼາຍ.
ເຖິງແມ່ນວ່າລາຄາສິນຄ້າທົ່ວໂລກທີ່ເພີ່ມຂຶ້ນຍັງຄົງເປັນຄວາມສ່ຽງສຳຄັນຕໍ່ການເຕີບໂຕຂອງເສດຖະກິດ, ແຕ່ຍັງມີຫຼາຍປັດໄຈອື່ນໆທີ່ບໍ່ສາມາດຄາດຄະເນໄດ້ ເຊັ່ນ: ພາວະເສດຖະກິດຖົດຖອຍ ແລະ ການເລືອກຕັ້ງໃນອາເມຣິກາ ທີ່ຈະເກີດຂຶ້ຶ້ນໃນປາຍປີນີ້ ທີ່ຈະເຮັດໃຫ້ເກີດຄວາມບໍ່ແນ່ນອນ ແລະ ຄວາມຜັນຜວນໃນຕະຫຼາດການເງິນເພີ່ມຂຶ້ນ.
https://www.facebook.com/photo/?fbid=917107670419709&set=a.543495231114290
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/