ເມື່ອວັນທີ 22 ພະຈິກ 2023 ທີ່ຜ່ານມາ ສຳນັກຂ່າວ hollywoodreporter ໄດ້ລາຍງານວ່ານັກສະແດງໄວໜຸ່ມຊື່ດັງຢ່າງ Jenna Ortega ທີ່ໂດ່ງດັງສຸດໆຈາກຊີຣີ້ Wednesday ໄດ້ຂໍຖອນຕົວອອກຈາກຮູບເງົາເລື່ອງ Scream 7 ຫຼັງຈາກມີກະແສໄລ່ນັກສະແດງຮຸ່ນເອື້ອຍຢ່າງ Melissa Barrera ອອກ.
ສາເຫດຂອງການຂໍຖອນຕົວຂອງ Jenna Ortega ຍັງບໍ່ເປັນທີ່ຊັດເຈນ ມີຫຼາຍຄົນຕ່າງຄາດການວ່າເປັນເພາະການໄລ່ນັກສະແດງຮຸ່ນເອື້ອຍຢ່າງ Melissa Barrera ອອກຍ້ອນສາເຫດສະແດງຄວາມຄິດເຫັນຕໍ່ຕ້ານຊາວຍິວຢ່າງຮຸນແຮງຫຼືບໍ່? ໂດຍທາງ Jenna Ortega ເອງກໍເຄີຍສະແດງຈຸດຢືນເລື່ອງນີ້ມາແລ້ວເຊັ່ນກັນ.
ແຕ່ເຖິງຢ່າງໃດກໍຕາມ ຍັງມີຫຼາຍຄົນທີ່ວິເຄາະວ່າການທີ່ Jenna Ortega ບໍ່ຕໍ່ສັນຍາກັບທາງ Spyglass ອາດເປັນເພາະບົດຮູບເງົາຍັງບໍ່ສຳເລັດຮຽບຮ້ອຍຈາກການປະທ້ວງຂອງສະມາຄົມນັກຂຽນບົດແຫ່ງອາເມຣິກາ ປະກອບກັບຕາຕະລາງວຽກທີ່ອາດຈະໄປຕຳກັບການຖ່າຍທຳຂອງ ຊີຣີ້ Wednesday 2 ນັ້ນເອງ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/