ອີງຕາມການລາຍງານຈາກຜູ້ບໍລິຫານຂອງ Matrixport ເຊິ່ງເປັນແພລັດຟອມການບໍລິການທາງດ້ານການເງິນໃນສິນຊັບດິຈິຕອນໄດ້ເປີດເຜີຍວ່າ Bitcoin ນັ້ນໄດ້ຜ່ານຮອບວຽນມາຕະຫຼາດ Bull ມາແລ້ວ 4 ຮອບ, ເຊິ່ງໃນແຕ່ລະຮອບນັ້ນຈະມີແຮງຂັບເຄື່ອນດ້ວຍປັດໄຈຕ່າງໆທີ່ແຕກຕ່າງກັນອອກໄປ.
ໂດຍຮອບວຽນທຳອິດຂອງ Bitcoin ໃນປີ 2011 ນັ້ນແມ່ນ Bitcoin ໄດ້ຮັບແຮງຊຸກຍູ້ໃຫ້ກາຍເປັນເຄື່ອງມືໃນການຊຳລະເງິນແບບໃໝ່.
ໃນຮອບວຽນທີສອງຂອງ Bitcoin ແມ່ນໄດ້ຮັບແຮງຂັບເຄື່ອນຈາກປະເທດຈີນທີ່ໄດ້ມີການຍອມຮັບວ່າເປັນໜຶ່ງໃນທາງເລືອກຂອງສະກຸນເງິນ
ໃນຮອບວຽນທີສາມຂອງ Bitcoin ແມ່ນຖືກເຮັດໃຫ້ເປັນເຄື່ອງໝາຍການຄ້າໃນການລະດົມທຶນຫຼຽນເລິ່ມຕົ້ນ (ICO) ເຊິ່ງເປັນວິທີການໃໝ່ໃນການຈັດຕັ້ງ ແລະ ລະດົມທຶນໃຫ້ບໍລິສັດທີ່ເປັນສະຕາດອັບ
ແລະໃນຮອບທີສີ່ຂອງ Bitcoin ແມ່ນການເຂົ້າມາຂອງອຸດສາຫະກຳ DeFi ທີ່ໄດ້ກາຍເປັນກະແສນິຍົມຫຼາຍ, ຕາມມາດ້ວຍກະແສນິຍົມໃນການຊື້ NFT
ໃນຮອບວຽນທີຫ້າຂອງ Bticoin ທີ່ກຳລັງຈະມາເຖິງແມ່ນຈະຖືກຂັບເຄື່ອນດ້ວຍຄວາມຄາດຫວັງຈາກການຍອມຮັບໃນຕົວຂອງ Bitcoin ເປັນຫຼັກ. ໂດຍຄຸນລັກສະນະທີ່ເປັນເອກະລັກຂອງ Bitcoin ໃນເບື້ອງຕົ້ນແມ່ນກ່ຽວຂ້ອງກັບສິນຊັບເຊັ່ນ: ຄໍາ ແລະ ການລົງທຶນທີ່ປອດໄພອື່ນໆເຊັ່ນ: ພັນທະບັດລັດຖະບານສະຫະລັດ ເຊິ່ງນີ້ໄດ້ເຮັດໃຫ້ສະຖາບັນຕ່າງໆພິຈາລະນາ Bitcoin ເພື່ອຄວາມຫຼາກຫຼາຍຂອງການຈັດສັນຊັບສິນຂອງພວກເຂົາ, ເຊິ່ງມັນບໍ່ແມ່ນເລື່ອງບັງເອີນທີ່ລາຄາຂອງ Bitcoin ນັ້ນໄດ້ເພີ່ມຂຶ້ນສູງໃນເວລາທີ່ອັດຕາສ່ວນໜີ້ສິນຕໍ່ GDP ຂອງສະຫະລັດກໍາລັງເຂົ້າສູ່ໃນລະດັບອັນຕະລາຍ.
ໃນປີນີ້ຮອບວຽນຂອງຕະຫຼາດ Bull ໄດ້ເລີ່ມຂຶ້ນຢ່າງເປັນທາງການໃນວັນທີ 22 ມິຖຸນາ ປີ 2023, ເມື່ອ Bitcoin ເຮັດສະຖິຕິລາຄາສູງສຸດໃນຮອບໜຶ່ງປີ ໂດຍໃນອະດີດເມື່ອສັນຍານນີ້ຖືກກະຕຸ້ນ, Bitcoin ຈະໃຫ້ຜົນຕອບແທນສະເລ່ຍສູງເຖິງ 310%.
ດ້ວຍສັນຍານແຈ້ງເຕືອນນີ້, ຜູ້ບໍລິຫານຂອງ Matrixport ຄາດການວ່າລາຄາຂອງ Bitcoin ອາດຈະສູງເຖິງ 125,000 ໂດລາໃນເດືອນທັນວາ 2024. ແລະຈຸດເຂົ້າຊື້ທີ່ດີທີ່ສຸດສໍາລັບ Bitcoin ແມ່ນ 14-16 ເດືອນກ່ອນການ halving ໃນຄັ້ງຕໍ່ໄປ. ນີ້ຈຶ່ງເປັນເຫດຜົນທີ່ວ່າເປັນຫຍັງໃນທ້າຍເດືອນຕຸລາ ປີ 2022 ຈຶ່ງເປັນແມ່ນເວລາທີ່ເໝາະສົມທີ່ຈະຊື້ Bitcoin.

ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/