ລັດວິສາຫະກິດ ໄຟຟ້າລາວ ຫຼື EDL ໄດ້ລົງນາມເຊັນສັນຍາວ່າດ້ວຍການຕິດຕັ້ງສາຍສົ່ງໄຟຟ້າ 500kV ແລະ ກໍ່ສ້າງສະຖານີໄຟຟ້າພູວົງ ແຂວງອັດຕະປື ເຂດຊາຍແດນລາວ ໄປຫາກຳປູເຈຍ. ເປີດໂອກາດ ໃຫ້ຜູ້ຜະລິດໄຟຟ້າໃນພາກໃຕ້ຂອງລາວ ສາມາສະໜອງໄຟຟ້າໄດ້ຫຼາຍຂຶ້ນ.
ໂດຍລະບົບດັ່ງກ່າວຈະສາມາດສົ່ງໄຟຟ້າໄປກຳປູເຈຍໄດ້ 695 MW. ຂໍ້ຕົກລົງດັ່ງກ່າວໄດ້ລົງນາມໃນວັນທີ 13 ຕຸລານີ້ ໂດຍທ່ານ ຈັນທະບູນ ສຸກກະລຸນ ຜູ້ອໍານວຍການໃຫຍ່ EDL ແລະ ຜູ້ຕາງໜ້າບໍລິສັດເອກະຊົນທີ່ໄດ້ຮັບສໍາປະທານເພື່ອດໍາເນີນໂຄງການ, ທ່ານ Wang Xianjun.
ໂດຍໂຄງການດັ່ງກ່າວ ຈະມີມູນຄ່າປະມານ 149 ລ້ານໂດລາສະຫະລັດ ຈະໄດ້ຕິດຕັ້ງລະບົບສາຍສົ່ງ 500kV ຈາກສະຖານີພູວົງ ແຂວງອັດຕະປື ໄປຫາສະຖານີບ້ານນາ ແລະ ບ້ານທາດ ແລະ ຂ້າມຊາຍແດນລາວ ໄປກຳປູເຈຍ.
ທ່ານ ຈັນທະບູນ ກ່າວວ່າ: ການຕິດຕັ້ງສາຍສົ່ງໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນຍຸດທະສາດການພັດທະນາການຜະລິດກະແສໄຟຟ້າຂອງກະຊວງພະລັງງານ ແລະ ບໍ່ແຮ່ ແລະ ເປັນອີກບາດກ້າວໜຶ່ງໃນເສັ້ນທາງກ້າວໄປສູ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ”.
ທ່ານ ອຳນວຍການ ລັດວິສາຫະກິດ ໄຟຟ້າລາວ ຍັງກ່າວອີກວ່າ: ຂ້າພະເຈົ້າເຊື່ອໝັ້ນວ່າ ຜົນສຳເລັດຂອງໂຄງການນີ້ ຈະເປັນການປະກອບສ່ວນອັນສຳຄັນໃນການສືບຕໍ່ພັດທະນາອຸດສາຫະກຳໄຟຟ້າ ແລະ ເດີນຕາມເສັ້ນທາງແຫ່ງການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງລາວ”
ສະຖານີໄຟຟ້າ ແລະ ສາຍສົ່ງ ຈະເປີດໂອກາດໃຫ້ແກ່ການພັດທະນາການຜະລິດກະແສໄຟຟ້າໃນພາກໃຕ້ ຈາກການມີຕະຫຼາດຮອງຮັບສຳລັບ ລັດວິສາຫະກິດໄຟຟ້າລາວ, ເຊິ່ງຈະສາມາດເລືອກບໍລິການພະລັງງານທີ່ເໝາະສົມເພື່ອສະໜອງພະລັງງານໃຫ້ກຳປູເຈຍ ສອດຄ່ອງກັບ ຂໍ້ກໍານົດຂອງສັນຍາຊື້-ຂາຍໄຟຟ້າລະຫວ່າງ EDL ແລະ ກໍາປູເຈຍ.
ໃນປີທີ່ຜ່ານມາ ສປປ ລາວ ໄດ້ສົ່ງອອກໄຟຟ້າໄປຍັງກຳປູເຈຍ 445 MW, ເຊິ່ງຄາດວ່າຈະເພີ່ມຂຶ້ນເປັນ 6,000 MW ໃນປີ 2030.
http://vientianetimes.org.la/freefreenews/freecontent_EDL201_23.php
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/