ໃນວັນພຸດທີ່ຜ່ານມາ ທະນາຄານກາງຂອງຣັດເຊຍໄດ້ປະກາດເຖິງການກະກຽມທີ່ຈະເຮັດການທົດສອບລະບົບຂອງ Digital Ruble ກັບທະນາຄານກວ່າ 13 ແຫ່ງພາຍໃນອາທິດໜ້າ.
ປະທານາທິບໍດີ Vladimir Putin ໄດ້ລົງນາມໃນກົດໝາຍ Digital Ruble ໃນເດືອນກໍລະກົດທີ່ຜ່ານມາ. ໃນຂະນະທີ່ໂຄງການທົດລອງຂອງທະນາຄານກາງສໍາລັບ CBDC (Central Bank Digital Currency) ນັ້ນຢູ່ໃນລະຫວ່າງການພັດທະນາມາໄລຍະໜຶ່ງແລ້ວ.
ປັດຈຸບັນ, ຣັດເຊຍກຳລັງປະເຊີນໜ້າກັບການຂວ້ຳບາດຢ່າງໜັກໜ່ວງຈາກອາເມຣິກາ ແລະ ເຢູໂຣບຫຼັງຈາກການບຸກໂຈມຕີຂອງຢູເຄຣນ ແລະ ເຫັນວ່າເງິນ Digital Ruble ເປັນວິທີການຫຼີກເວັ້ນຂໍ້ຈໍາກັດທາງດ້ານການເງິນ.
ທະນາຄານກາງຂອງຣັດເຊຍກ່າວວ່າ “ໃນຕອນນີ້ການດຳເນີນການພັດທະນາລະບົບ Digital Ruble ນັ້ນຢູ່ໃນຂັ້ນຕອນທີ່ສໍາຄັນທີ່ສຸດ ແລະ ຈະເຮັດການທົດສອບເພື່ອໃຫ້ແນ່ໃຈວ່າ Digital Ruble ສາມາດໃຊ້ງານໄດ້ແເທ້.
ໂດຍການດຳເນີນການທັງໝົດຈະຕ້ອງມີຜູ້ໃຊ້ທົ່ວໄປໄດ້ມີສ່ວນຮ່ວມໃນການທົດສອບນີ້ນຳ ເພື່ອໃຫ້ແນ່ໃຈວ່າລະບົບດັ່ງກ່າວເໝາະສົມສຳລັບຜູ້ໃຊ້ແທ້ໆ” ໂດຍພວກເຮົາຈະສາມາດໃຊ້ Digital Ruble ຂອງທະນາຄານກາງໄດ້ພາຍໃນປີ 2025.
ໂດຍການທົດສອບລະບົບຈະດຳເນີນການຜ່ານທະນາຄານ 13 ແຫ່ງ ແລະ ລູກຄ້າໃນວົງຈຳກັດ. ເຊິ່ງຂັ້ນຕອນທຳອິດໃນການທົດສອບຈະມຸ່ງເນັ້່ນໄປທີ່ digital wallets, ການໂອນເງິນທົ່ວໄປ, ການຊື້ສິນຄ້າ ແລະ ບໍລິການໂດຍໃຊ້ລະຫັດ QR, ການຊໍາລະເງິນແບບງ່າຍໆເປັນຕົ້ນ.
“ຜູ້ເຂົ້າຮ່ວມການທົດສອບສາມາດຊຳລະເງິນ Digital Ruble ທີ່ຮ້ານຄ້າຍ່ອຍ 30 ແຫ່ງໃນ 11 ເມືອງຂອງຣັດເຊຍ” ພາຍໃນທ້າຍປີນີ້ ລາຍຊື່ຜູ້ເຂົ້າຮ່ວມຈະຖືກຂະຫຍາຍອອກໄປເພື່ອດຶງດູດປະຊາຊົນ ແລະ ບໍລິສັດຕ່າງໆຫຼາຍຂຶ້ນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/