ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ, ຮ່ວມກັບ ກອງບັນຊາການ ປກສ ເຂດ ແລະ ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ໄດ້ຈັດຕັ້ງການເຜີຍແຜ່ລະບຽບການ, ການຕິດຕາມ, ກວດກາ ແລະ ປາບປາມອາຊະຍາກຳສໍ້ໂກງທາງອອນລາຍຂຶ້ນ ເມື່ອບໍ່ດົນມານີ້ ໂດຍການເປັນຄະນະປະທານຂອງ ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ, ມີທ່ານ ພັນເອກ ອານຸສິນ ສັກປະເສີດ ຫົວໜ້າກອງບັນຊາການ ປກສ ເຂດ, ທ່ານ ຫວາງເອີ້ປາວ ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດດອກງິ້ວຄຳ ຈຳກັດ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ໄດ້ກ່າວ: ວ່າເປົ້າໝາຍຂອງການສ້າງຕັ້ງ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແມ່ນການສ້າງໃຫ້ກາຍເປັນເມືອງແຫ່ງການທ່ອງທ່ຽວໃນລະດັບສາກົນ ແລະ ພາກພື້ນທີ່ມີຄວາມສາມັກຄີປອງດອງ, ສັງຄົມມີຄວາມສະຫງົບໝັ້ນຄົງ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມກົມກຽວ ທາງດ້ານການລົງທຶນຂອງນັກທຸລະກິດດ້ານຕ່າງໆ.

ເພື່ອຜັນຂະຫຍາຍມະຕິກອງປະຊຸມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບການປາບປາມກິດຈະການກ່ຽວກັບຄໍເຊັນເຕີ ຫຼື ສໍ້ໂກງທາງອອນລາຍ ທີ່ຜິດກົດໝາຍ ແລະ ອື່ນໆ ໃຫ້ບັນດາຫົວໜ່ວຍທຸລະກິດ ບຸກຄົນ ນິຕິບຸກຄົນ ທີ່ດຳເນີນທຸລະກິດຕ່າງໆຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ຮັບຮູ້ເຂົ້າໃຈກ່ຽວກັບການກຳນົດມາດຕະການ ລະບຽບການ ການຕິດຕາມ ກວດກາ ການສະກັດກັ້ນ ແລະ ການເກືອດຫ້າມສໍ້ໂກງທາງອອນລາຍ ບັນຫາການມົ້ວສຸມສິ່ງເສບຕິດ ສິດເສລີພາບຂອງແຮງງານ ຫ້າມຊື້-ຂາຍແຮງງານແບບໂອນລະຫວ່າງບໍລິສັດນີ້ຫາບໍລິສັດອື່ນ.
ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດດອກງິ້ວຄຳຈຳກັດ ໄດ້ຮຽກຮ້ອງມາຍັງນັກທຸລະກິດ ຜູ້ປະກອບການທຸກພາກສ່ວນ ຈົ່ງໃຫ້ການຮ່ວມມືປະຕິບັດຕາມລະບຽບຢ່າງເຂັ້ມງວດ ເພື່ອປະກອບເຂົ້າສ້າງສາພັດທະນາເຂດເສດຖະກິດພິເສດ, ທັງນີ້ກໍເພື່ອແນໃສ່ເຮັດໃຫ້ເຂດເສດຖະກິດພິເສດ ມີການພັດທະນາຕາມນະໂຍບາຍຂອງພັກ-ລັດ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ມີຄວາມສີວິໄລ ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/