ເສິກຊິງແຊ້ມ ເທັນນິສ ແກຣນສະແລມ Wimbledon 2023 ທີ່ນະຄອນຫຼວງ ລອນດອນ ປະເທດອັງກິດ ປະເພດ ຊາຍດ່ຽວ ລະຫວ່າງ ຄາລອສ ອາວຄາຣາຊ ນັກເທັນນິສອາຍຸນ້ອຍ ຟອມແຮງ ພົບກັບ ໂນວັກ ໂຈໂຄວິສ ນັກເທັນນິສປະສົບການສູງ ຜູ້ໄດ້ຊິງແຊ້ມລະດັບ ແກຣນສະແລມຫຼາຍທີ່ສຸດໃນໂລກ.
ເຊິ່ງຜົນປາກົດວ່າ ເປັນຄື້ນລູກໃໝ່ຢ່າງ ອາວຄາຣາຊນັກເທັນນິສ ອາຍຸ 20 ປີ ທີ່ສາມາດລົ້ມແຊ້ມເກົ່າຢ່າງ ໂຈໂຄວິສ ໄປໄດ້ 3-2 ເຊັດ ຄວ້າແຊ້ມ Wimbledon ສະໄໝທຳອິດຂອງຕົນໄດ້ສຳເລັດ.

ໂດຍໃນເຊັດທຳອິດ ເປັນທາງຂອງ ໂນວັກ ໂຈໂຄວິສ ທີ່ເຮັດໄດ້ດີກວ່າ ເອົາຊະນະ ອາວຄາຣາຊ ໄປໄດ້ 6-1 ຈາກນັ້ນເຊັດທີ 2 ທັງສອງຕໍ່ສູ້ກັນໄດ້ຢ່າງສູສີດຸເດືອດ ກ່ອນຈະເປັນຝ່າຍຂອງ ອາວຄາຣາຊ ທີ່ເກັບເຊັດນີ້ໄປໄດ້ 7-6 (8-6).
ຕໍ່ມາເຊັດທີ 3 ກໍເປັນຝ່າຍຂອງ ອາວຄາຣາຊ ທີ່ກັບມາເອົາຄືນໃນເຊັດທຳອິດ ຊະນະ ໂຈໂຄວິສ ໄປ 6-1 ແລະ ຕໍ່ມາ ເຊັດທີ 4 ເປັນຝ່າຍຂອງຮຸ່ນອ້າຍຢ່າງ ໂຈໂຄວິສທີ່ແຊງຊະນະໄປ 6-3 ແລະ ຕ້ອງໄປຕັດສິນກັນໃນເຊັດສຸດທ້າຍ ແລ້ວກໍເປັນ ຄາລອສ ອາວຄາຣາຊ ເດັກໜຸ່ມ ຈາກສະເປນທີ່ສາມາດເອົາຊະນະໄປໄດ້ 6-4 ລວມທັງໝົດເປັນ 3-2 ເຊັດ.

ຈາກຜົນດັ່ງກ່າວ ເຮັດໃຫ້ ຄາລອສ ອາວຄາຣາຊ ນັກເທັນນິສ ອາຍຸ 20 ປີ ສາມາດປະກາດຄວ້າແຊ້ມ Wimbledon ສະໄໝທໍາອິດຂອງຕົນເອງໄດ້ສໍາເລັດ ສ່ວນ ໂນວັກ ໂຈໂຄວິສກໍພາດໂອກາດຄວ້າແຊ້ມ Wimbledon 3 ປີຕິດຕໍ່ກັນ ຫຼັງຄວ້າແຊ້ມລາຍການນີ້ໄດ້ສໍາເລັດໃນປີ 2021 ແລະ ປີ 2022.
ຂອບໃຈຂໍ້ມູນຈາກ: independent
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/