ໃຜເຄີຍຢູ່ໃນຄວາມສຳພັນທີ່ຫຼາຍກວ່າໝູ່ ແຕ່ບໍ່ແມ່ນແຟນ ເຊື່ອວ່າຫຼາຍຄົນເຄີຍຕົກຢູ່ໃນສະຖານະແບບນີ້ ແຕ່ຮູ້ກັນຫຼືບໍ່ວ່າ ສະຖານະນີ້ມັນມີຊື່ເອີ້ນວ່າ Situationship.
Situationship ກາຍເປັນຊື່ທີ່ໃຊ້ເອີ້ນຄວາມສຳພັນທີ່ບໍ່ມີຊື່ເອີ້ນ ເປັນຄວາມສຳພັນທີ່ຢູ່ລະຫວ່າງຄວາມສະໜິດສະໜົມແບບໝູ່ ແຕ່ກໍຍັງມອບຄວາມຮັກແບບແຟນໃຫ້ກັນ ຫຼືທີ່ເຮົາມັກເວົ້າກັບໝູ່ວ່າ “ຫຼາຍກວ່າໝູ່ແຕ່ກໍບໍ່ແມ່ນແຟນ” ແຕ່ຄວາມສຳພັນນີ້ມີຫຼາຍກວ່ານັ້ນ ເຖິງແມ່ນວ່າຈະເບິ່ງຄືຈະຊັດເຈນ ຫຼື ບໍ່ຊັດເຈນ ແຕ່ນີ້ຄືຈຸດແຂງຂອງຄວາມສຳພັນນີ້.

ຫຼາຍຄົນອາດຈະບອກວ່າ Situationship ມັນຄືກັບ friends with benefits ຄຳຕອບຄືບໍ່ຄືກັນເລີຍ ເພາະວ່າ Situationship ຄືຄວາມສຳພັນທີ່ຕົກລົງກັນຢ່າງຊັດເຈນວ່າບໍ່ຊັດເຈນ ໂດຍທັງສອງພໍໃຈທີ່ຈະຢູ່ແບບນີ້ບໍ່ຢາກກ້າວເຂົ້າໄປສູ່ຄວາມສຳພັນທີ່ຈິງຈັງ ບໍ່ມີການເວົ້າຫາອະນາຄົດ ແຕ່ກໍບໍ່ໄດ້ຢາກຢູ່ໃນສະຖານະໝູ່. ນອກຈາກນີ້ຍັງມີງານວິໄຈບາງຕົວພົບຂໍ້ສັງເກດທີ່ໜ້າສົນໃຈກ່ຽວກັບຄວາມສຳພັນນີ້ວ່າ ເປັນຫຍັງຄົນຮຸ່ນໃໝ່ ໂດຍສະເພາະກຸ່ມຄົນ Millennials (ເກີດລະຫວ່າງປີ 1981-1996) ລວມໄປຮອດຄົນທີ່ເກີດຫຼັງຈາກນີ້ ຈະມີແນວໂນ້ມພໍໃຈກັບຄວາມສຳພັນແບບ Situationship ເພາະເມື່ອໄດ້ສຶກສາລົງໄປແລ້ວຈະພົບກັບເຫດຜົນພໍທີ່ຈະເປັນໄປໄດ້ ຄືປັດໄຈການດຳລົງທາງສັງຄົມຕ່າງໆ ລວມໄປຮອດການໃຊ້ຊີວິດແບບອິດສະຫຼະ ຈຶ່ງບໍ່ຟ້າວຕົກລົງປົງໃຈກັບໃຜ ການລອງຄົບໄປເລື້ອຍຈຶ່ງເປັນການຕອບໂຈດ ແລ້ວກໍບໍ່ໄດ້ເສຍຫາຍ.

ຫາກໃຜຄິດວ່າຄວາມສຳພັນຕົນເອງ ອາດຈະເປັນ Situationship ມາລອງສັງເກດກັນກ່ອນ ຢ່າຟ້າວສັບສົນ ເຮົາມີວິທິສັງເກດຄື ຫາກຄວາມສຳພັນທີ່ເລີ່ມຕົ້ນເຮັດຄືແຟນ ແຕ່ກັກຄວາມສຳພັນເອົາໄວ້ ໄປນຳກັນທຸກບ່ອນແຕ່ກໍບໍ່ພັດທະນາຄວາມສຳພັນ, ບໍ່ມີຫຍັງຊັດເຈນ ບໍ່ມີຄຳວ່າແຟນໃດໆ, ບໍ່ມີອະນາຄົດ ເພາະວ່າມີແຕ່ສົນໃຈແຕ່ຄວາມຮູ້ສຶກຕໍ່ກັນ ຫາກຄວາມສຳພັນຂອງທ່ານຢູ່ໃນແບບທີ່ກ່າວມາ ອາດຈະເປັນຄວາມສຳພັນ ແບບ Situationship.
ຢ່າງໃດກໍຕາມ ຄວາມສຳພັນໃດໆ ກໍຕ້ອງຂຶ້ນຢູ່ກັບຄວາມພໍໃຈຂອງທັງສອງຝ່າຍ ສຸດທ້າຍບໍ່ວ່າຈະຢູ່ໃນຄວາມສຳພັນໃດກໍຂໍໃຫ້ມີຄວາມສຸກກໍພໍແລ້ວ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/