ເປັນຂ່າວດີ ທີ່ກັບມາອີກຄັ້ງໜຶ່ງ ສຳລັບໝູ່ໆທີ່ມີຄວາມຝັນຢາກໄປສຶກສາຮຽນຕໍ່ທີ່ປະເທດເຢຍລະມັນ ເພາະທາງລັດຖະບານເຢຍລະມັນໄດ້ເປີດໃຫ້ສະໝັກອີກຄັ້ງກັບທຶນ DAAD Scholarship ສໍາລັບນັກສຶກສາປະລິນຍາໂທ ແລະ ນັກສຶກສາປະລິນຍາເອກ ແບບເຕັມຈຳນວນ.

ທຶນ DAAD Scholarship ເປັນທຶນເຕັມຮ້ອຍຈາກລັດຖະບານເຢຍລະມັນ ທີ່ຟຣີທັງຄ່າຮຽນ, ຄ່າເດີນທາງ, ມີເບ້ຍລ້ຽງໃຫ້ ແລະ ສະຫວັດດີການຫຼາຍຢ່າງ ເຊິ່ງຈະເປີດໂອກາດໃຫ້ນັກສຶກສາຈາກຫຼາຍຮ້ອຍປະເທດທົ່ວໂລກ (ລວມປະເທດລາວ) ເຂົ້າມາສຶກສາຮໍ່າຮຽນ ແລະ ທີ່ສຳຄັນທຶນນີ້ແມ່ນມີຫຼາກຫຼາຍສາຂາວິຊາຮຽນໃຫ້ເລືອກອີກດ້ວຍ.

ເງື່ອນໄຂໃນການສະໝັກທຶນມີດັ່ງນີ້:
– ແບບຟອມສະໝັກຂອງ DAAD
– ຕ້ອງຈົບການສຶກສາລະດັບປະລິນຍາຕີ (ແບບປົກກະຕິ 4 ປີ)
– ຕ້ອງເປັນຄົນໃນຊາດທີ່ກໍານົດ
– CV ຫຼື Resume
– Motivation Letter
– ໃບຄະແນນ
– ຕ້ອງມີປະສົບການເຮັດວຽກກວ່າ 2 ປີ ຂຶ້ນໄປ
– ໃບຢັ້ງຢືນພາສາອັງກິດ IELTS 6.0 ຫຼື TOEFL 550
– ໃບຢັ້ງຢືນຈາກບໍລິສັດ ຫຼື ມະຫາວິທະຍາໄລ
ສິ່ງທີ່ຈະໄດ້ຮັບຈາກທຶນປະກອບມີ:
- ຄ່າຮຽນຟຣີ
- ມີສິດເຂົ້າຮ່ວມງານຂອງສະຖາບັນ ແລະ ງານຕ່າງໆ
- ໄດ້ເບ້ຍລ້ຽງ 934 ຢູໂຣຕໍ່ເດືອນ ສຳລັບປະລິນຍາໂທ ແລະ 1.200 ຢູໂຣ ຕໍ່ເດືອນ ສຳລັບປະລິນຍາເອກ
- ປະກັນໄພສຸຂະພາບ
- ເງິນອຸດໜູນການເດີນທາງ
ສາຂາວິຊາຮຽນທີ່ເປີດຮັບສະໝັກໃນປີນີ້ປະກອບມີ:
– Economic Sciences/Business Administration/Political Economics
– Development Cooperation
– Engineering and Related Sciences
– Regional and Urban Planning
– Agricultural and Forest Sciences
– Natural and Environmental Sciences
– Medicine/Public Health
– Social Sciences, Education and Law
– Media Studies
ສຳລັບກຳນົດການສົ່ງຟອມສະໝັກ ແມ່ນຂຶ້ນຢູ່ກັບແຕ່ລະສາຂາວິຊາຮຽນ
ສຳລັບຂໍ້ມູນ ແລະ ລາຍລະອຽດເພີ່ມຕື່ມ: https://shorturl.at/bnX38
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/