ໃນວັນທີ 23 ເດືອນພຶດສະພາ, ຄະນະລັດຖະມົນຕີໄດ້ມີການປະຊຸມກ່ຽວກັບການເຫັນດີໃນຫຼັກການຂອງລັດຖະດໍາລັດກໍານົດວານສີຟ້າ ແລະ ປາສະຫຼາມເສືອດາວເປັນ “ສັດປ່າສະຫງວນ” ອີງຕາມກົດໝາຍວ່າດ້ວຍການສະຫງວນສັດປ່າ ແລະ ຄຸ້ມຄອງໃນປີ 2019.
ໂດຍປົກກະຕິແລ້ວ ວານສີຟ້າ (Balaenoptera musculus) ນີ້ເປັນສັດປ່າສະຫງວນໃນປະເທດຢູ່ແລ້ວ ແຕ່ກົດໝາຍໃນປັດຈຸບັນຍັງບໍ່ມີປະສິດທິພາບພຽງພໍທີ່ຈະຢຸດການລົດລົງຂອງປະຊາກອນພວກມັນ.

ວານສີຟ້າແມ່ນພົບເຫັນຢູ່ໃນທຸກມະຫາສະໝຸດ ຍົກເວັ້ນອາກຕິກ; ພວກມັນສາມາດໃຫຍ່ໄດ້ເຖິງ 98 ຟຸດ, ນໍ້າໜັກ 190 ໂຕນ ແລະ ມີຊີວິດຢູ່ໄດ້ເຖິງ 90 ປີ, ຄາດວ່າພວກມັນຍັງເຫຼືອພຽງແຕ່ 10.000 ຫາ 25.000 ໂຕໃນໂລກ, ເຊິ່ງກວມເອົາ 3-11% ຂອງປະຊາກອນໂລກໃນສະຕະວັດທີ່ຜ່ານມາ.
ສັດຊະນິດນີ້ແມ່ນກຳລັງໃກ້ຈະສູນພັນເນື່ອງຈາກການລ່າສັດທີ່ຜິດກົດໝາຍ ຕະຫຼອດຈົນຮອດການປ່ຽນແປງດິນຟ້າອາກາດ ແລະ ຄວາມເປັນກົດໃນມະຫາສະໝຸດ, ເຊິ່ງເຮັດໃຫ້ແຫຼ່ງອາຫານຫຼັກຂອງພວກມັນລົດລົງ.

ທ່ານ ອະພິໄຊ ເອກກະວັນກຸນ ຮອງຫົວໜ້າກົມຊັບພະຍາກອນທາງທະເລ ແລະ ຊາຍຝັ່ງທະເລ ກ່າວວ່າ ວານສີຟ້າ ເປັນສັດທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ, ດັ່ງນັ້ນ ຈຶ່ງຖືໄດ້ວ່າເປັນສິ່ງສຳຄັນທີ່ຄວນອະນຸລັກຮັກສາຢ່າງເຂັ້ມງວດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/