ວາລະສານ TIME ໄດ້ຮັບການສະເໜີຊື່ NewJeans ໃຫ້ຢູ່ໃນລາຍຊື່ “Next Generation Leaders” ປະຈຳປີ 2023


ປັງບໍ່ຢຸດກັບ NewJeans ໄດ້ສ້າງປາກົດການໃໝ່ອີກແລ້ວ ໄດ້ຖືກສະເໜີຊື່ໃຫ້ຢູ່ໃນລາຍຊື່ “Next Generation Leaders”  ຫຼືວ່າລາຍຊື່ຜູ້ນຳເທຣນ ແລະ ຜຸ້ບຸກເບີກທີ່ນຳໄປສູ່ອະນາຄົດທີ່ສົດໃສ ໂດຍວາລະສານ TIME ເປັນຜູ້ຈັດ.

ເມື່ອວັນທີ 23 ພຶດສະພາ 2023 ຕາມເວລາທ້ອງຖິ່ນ ທາງວາລະສານ TIME ໄດ້ປະກາດລາຍຊື່ “Next Generation Leaders”  ຫຼືວ່າລາຍຊື່ຜູ້ນຳເທຣນ ແລະ ຜຸ້ບຸກເບີກທີ່ນຳໄປສູ່ອະນາຄົດທີ່ສົດໃສ ປະຈຳປີ 2023 ແລະ ໃນປີນີ້ NewJeans ໄດ້ຮັບການສະເໜີຊື່ເຂົ້າຮ່ວມກັບດາລາຊື່ດັງເຊັ່ນ Lorence Pugh, DJ Bizarrap, Drew Afualo, Matt Fitzpatrick ແລະ ອີກຫຼາກຫຼາຍ.

ທາງ ວາລະສານ TIME ໄດ້ແນະນຳສະມາຊິກທັງ 5 ຄົນ ຂອງ NewJeans ພ້ອມທັງຂຽນວ່າ “ປີທີ່ຜ່ານມາ ບໍ່ມີໃຜຮູ້ວ່າ NewJeans ແມ່ນໃຜ ແຕ່ຕັ້ງແຕ່ປ່ອຍ MV ເພງທຳອິດໃນເດືອນສິງຫາ 2022 ເຊິ່ງເປັນວົງນ້ອງໃໝ່ຈາກຄ້າຍເພງ ADOR ເຊິ່ງເປັນບໍລິສັດໃນເຄືອຂອງ HYBE ເຊິ່ງເປັນຕົ້ນສັງກັດຂອງ Boy Band ຊື່ດັງກ້ອງໂລກ BTS ໂດຍຫຼັງຈາກການປ່ອຍເພງ 5 ສາວກໍໄດ້ຮັບສຽງຊົມເຊີຍຈາກທົ່ວໂລກ ແລະ ກາຍເປັນຄູ່ແຂ່ງທີ່ສຳຄັນໃນວົງການ”

ວາລະສານ TIME ຍັງກ່າວເສີມວ່າ “ທັງ 2 ເພງຂອງ NewJeans ໄດ້ຂຶ້ນ Billboard 100 ເປັນເວລາ 5 ອາທິດໃນປີນີ້ ແລະ ໃນເດືອນມີນາ NewJeans ກໍກາຍເປັນສິລະປິນເກົາຫຼີທີ່ມີຍອດສະຕຣີມເຖິງ 1 ພັນລ້ານຄັ້ງເທິງ Spotify ໄວທີ່ສຸດໃນເວລາພຽງ 219 ມື້ ເຖິງແມ່ນວ່າຈະປ່ອຍບໍ່ຈັກເພງກໍຕາມ ແລະ ໃນເດືອນສິງຫາ ນີ້ NewJeans ຈະກາຍເປັນ Girls Group K-POP ວົງທຳອິດທີ່ຈະໄດ້ສະແດງທີ່ Lollapalooza ແລະ ນີ້ເປັນອີກບາດກ້າວຄວາມສຳເລັັດຂອງ NewJeans ພ້ອມກັບເຊື່ອວ່າຈະສ້າງແຮງບັນດານໃຈໃຫ້ກັບໃຜອີກຫຼາຍໆຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/