Binance ໄດ້ປະກາດການຮ່ວມມືລະຫວ່າງ Binance Spot ແລະ TradingView ເຊິ່ງເປັນແພລັດຟອມການສະແດງກຣາຟ ແລະ ລາຄາ ທີ່ຈະຊ່ວຍໃຫ້ຜູ້ໃຊ້ Binance ສາມາດວິເຄາະຂໍ້ມູນດ້ານເຕັກນິກໄດ້ຢ່າງສົມບູນແບບ, ສາມາດເທຣດໄດ້ຢ່າງມີປະສິດທິພາບ ແລະ ຮຽນຮູ້ກົນລະຍຸດໃໝ່ໆໄປພ້ອມກັບຊຸມຊົນທີ່ມີການເຄື່ອນໄຫວຢູ່ຕະຫຼອດ.
ໂດຍການລວມລະບົບໃນຄັ້ງນີ້ ຈະຊ່ວຍໃຫ້ຜູ້ໃຊ້ Binance ສາມາດເທຣດ crypto ໃນ Binance Spot ໂດຍກົງຜ່ານບຣາວເຊີ ແລະ ແອັບພິເຄຊັນຂອງ TradingView ໄດ້ໂດຍກົງດ້ວຍການເຊື່ອມຕໍ່ແພລັດຟອມເຂົ້າກັບບັນຊີຂອງ Binance.

ຜູ້ໃຊ້ທີ່ມີບັນຊີ Binance ຈະສາມາດເຂົ້າສູ່ລະບົບ ແລະ ສາມາດແລກປ່ຽນໄດ້ເຖິງ 350 tokens ໂດຍກົງຜ່ານ TradingView charts. ນອກຈາກນີ້ຍັງສາມາດແລກປ່ຽນ cryptocurrencies ທີ່ມີຊື່ສຽງເຊັ່ນ: Bitcoin ແລະ Ethereum, ລວມເຖິງ tokens ທາງເລືອກທີ່ໜ້າສົນໃຈເຊັ່ນ: ApeCoin ແລະ Chiliz.
ຢ່າງໃດກໍຕາມ, Binance ກ່າວວ່າການບໍລິການນີ້ ອາດຈະເປີດໃຫ້ບໍລິການພຽງບາງເຂດເທົ່ານັ້ນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/